Ad

Ad

25 July 2014

ສະພາ​ຮັບຮອງ​ກົດໝາຍ​ອາກອນ​ມູນ​ຄ່າ​ເພີ່ມ



     ສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ​ສະບັບ​ປັບປຸງ​ດ້ວຍ​ສຽງ​ສ່ວນ​ຫລາຍ ​ໃນ​ວັນ​ທີ 23 ກໍລະກົດ​ນີ້ ​ເຊິ່ງກົດໝາຍ​ດັ່ງກ່າວ​ປະກອບ​ມີ 10 ພາກ, 12 ໝວດ, 66 ມາດຕາ, ​ໃນ​ນັ້ນ ປັບປຸງ​ໃໝ່ 24 ມາດຕາ ​ແລະ ​ເພີ່ມ​ເຂົ້າ​ໃໝ່ 20 ມາດຕາ ​ແລະ ຮັກສາ​ໄວ້ 22 ມາດຕາ ​ໂດຍ​ກ່ອນ​ໜ້ານີ້ ກົດ ໝາຍ​ດັ່ງກ່າວ​ມີ​ພຽງ 7 ພາກ, 13 ໝວດ, 55 ມາດ ຕາ.
     ທ່ານ ບຸນ​ໂຈມ ອຸບົນ​ປະ​ເສີດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະ ຊວງ​ການ​ເງິນ ​ໄດ້​ສະ​ເໜີ​ໃຫ້​ຮູ້​ວ່າ: ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາ ມັນ​ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VI ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ ​ແລະ ​ເລີ່​ມຈັດຕັ້ງປະຕິ ບັດ​ໃນ​ປີ 2010. ຜ່ານ​ການຈັດຕັ້ງປະ ຕິບັດ​ເປັນ​ເວລາ 4 ປີກວ່າ ​ເຫັນ​ວ່າ​ກົດໝາຍດັ່ງກ່າວ​ມີ​ທັງ​ດ້ານ​ຕັ້ງໜ້າ ​ແລະ ຈຳກັດ. ​ໃນ​ດ້ານ​ຕັ້ງໜ້າກົດໝາຍ​ດັ່ງກ່າວ​ແມ່ນ​ແທດ​ເໝາະ​ກັບ​ສະພາບ​ການ​ຂະ ຫຍາຍຕົວ​ຂອງ​ເສດຖະກິດ-ສັງ ຄົມ, ສາມາດ​ສ້າງ​ລາຍ​ຮັບ​
ໃຫ້​ແກ່​ງົບປະມານ​ແຕ່ລະ​ປີ​ເພີ່ມ​ຂຶ້ນ ແລະ ກວມ​ເອົາ​ປະມານ 26% ຂອງ​ລວມຍອດ​ລາຍ​ຮັບ​ສ່ວຍ​ສາ​ອາກອນ​ທັງ​ໝົດ; ດ້ານ​ຈຳກັດ​ເຫັນ​ວ່າ​ຍັງ​ມີ​ຫລາຍ​ເນື້ອ​ໃນ​ບໍ່​ທັນ​ໄດ້​ຖື​ກກຳນົດ​ເຂົ້າ​ໃນ​ກົດໝາຍ, ມີ​ຫລາຍ​ເນື້ອ​ໃນ​ກຳນົດ​ບໍ່​ຈະ ແຈ້ງ, ກົນ​ໄກ​ການຈັດ​ເກັບ​ບໍ່​ໄປ​ຕາມ​ຫລັກການ​ຂອງ​ອາກອນ​ມູນ​ຄ່າ​ເພີ່ມ ​ແລະ ລະບຽບ​ການ​ຂອງ​ອົງການ​ການ​ຄ້າ​ໂລກ. ດັ່ງນັ້ນ ຈຶ່ງ​ຈຳ​ເປັນ​ໃນ​ການ​ປັບປຸງ ​ເພື່ອ​ໃຫ້​ກົດໝາຍ​ສະບັບ​ດັ່ງກ່າວ​ມີ​ເນື້ອ​ໃນ​ສົມບູນ, ຈະ​ແຈ້ງ, ​ແທດ​ເໝາະ​ກັບ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ-ສັງ ຄົມ​ໃນ​ປັດ ຈຸບັນ ກໍ​ຄື​ໃນ​ອະນາຄົດ​ຕໍ່ໜ້າ, ທັງ​ໃຫ້​ຮັບປະກັນ​ໃນ​ການ​ຂຸດ​ຄົ້ນ ລາຍ​ຮັບ​ໃຫ້​ແກ່​ງົບປະມານ​ແຫ່ງ​ລັດ​ໃຫ້​ໝັ້ນຄົງ, ​ແທດ​ເໝາະ​ກັບ​ກົດໝາຍ​ສົ່ງ​ເສີມ​ການ​ລົງທຶນ​, ແກ້​ໄຂ​ບັນຫາ​ກ່ຽວ​ກັບ​ການ​ເກັບ​ອາກອນ​ຈາກ​ຊັບພະຍາກອນ​ທຳ​ມະ​ຊາດ, ການ​ຫັກ, ການ​ສົ່ງ​ຄືນ ແລະ ບັນຫາ​ອື່ນໆ. ກ່ອນ​ມີ​ກົດ ໝາຍ​ອາກອນ​ມູນ​ຄ່າ​ເພີ່ມ​ແມ່ນ​ໄດ້​ນຳ​ໃຊ້​ອາກອນ​ຕົວ​ເລກ​ທຸລະ​ກິດ​ທີ່​ມີ 2 ອັດຕາ​ຄື 5%, 10% ​ແລະ ຈັດ​ເກັບ​ຈາກ​ການ​ນຳ​ເຂົ້າ ສິນຄ້າ, ການ​ຂາຍ​ສິນຄ້າ ​ແລະ ການ​ບໍລິການ​ພາຍ​ໃນ​ປະ​ເທດ.

No comments:

Post a Comment