Ad

Ad

25 July 2014

ສິ່ງຕ້ອງຫ້າມສຳລັບຜູ້ແປພາສາ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
      ເປັນນາຍພາສາໃຜວ່າມັນງ່າຍ ? ຄຳຖາມນີ້ເຄີຍເປັນຫົວຂໍ້ ບົດ ເຊິ່ງຈານແຍ່ໄດ້ ຂຽນລົງໃນຄໍລຳນີ້ເມື່ອຫລາຍປີກ່ອນ. ຈຳໄດ້ ວ່າບົດໄດ້ເວົ້າແຕ່ເລື່ອງຄວາມຫຍຸ້ງຍາກ ເຊັ່ນຍາມກິນນາຍພາ ສາບໍ່ໄດ້ກິນ, ຖ້າກິນກໍຕ້ອງເບິ່ງຈັງຫວະ ແລະ ໃສ່ເຂົ້າຄຳນ້ອຍໆ ເພື່ອວ່າເວລາຮອດຍາມຕ້ອງໄດ້ມັນຈຶ່ງຈະສະດວກ, ຖ້າໃສ່ອາ ຫານຄຳໃຫຍ່ກໍອາດ ມີສິດສະມັກໄດ້. ນອກຈາກນັ້ນ ຍັງ ຕ້ອງໄດ້ລະວັງຄຳເວົ້າບໍ່ໃຫ້ຫລຸດບໍ່ໃຫ້ເກີນ, ຖ້າ ຫົວໜ້າເວົ້າຍາວໆ ແຕ່ ໂຕພັດແປສັ້ນໆ ຫລື ເມື່ອຫົວໜ້າເວົ້າສັ້ນໆ, ໂຕພັດ ແປຍາວໆ ແລ້ວກໍອາດພາໃຫ້ເຂົ້າໃຈຜິດວ່າເວົ້າ ເກີນ ຫລື ເວົ້າບໍ່ຄົບ. ອີກບັນຫາ ໜຶ່ງທີ່ຜູ້ເຮັດໜ້າ ທີ່ເປັນນາຍພາສາ ຕ້ອງໄດ້ ລະວັງກໍຄືການໃຊ້ພາສາ ຮ່າງກາຍ ເຊັ່ນການໃຊ້ມື, ການ ຍິກບ່າ, ການແກວ່ງຫົວ ຫລື ການຂຶ້ນສຽງລົງສຽງບໍ່ສົມດູນ ກັບພາ ສາກາຍ ແລະ ສຽງຂອງຜູ້ ທີ່ຕົນແປໃຫ້ ເຊິ່ງພາໃຫ້ເບິ່ງ ເປັນສີເຂີນໆ. ໃນບົດ “ເປັນນາຍພາສາ ໃຜວ່າມັນງ່າຍ” ນັ້ນຈານແຍ່ ຍັງໄດ້ສະ ເໜີຈຸດທີ່ຄວນລະວັງອີກ ບ່ອນໜຶ່ງ ຄືເວລາ ແປບົດຕະຫລົກ ຫລື ປະໂຫຍກຄຳເວົ້າຕະຫລົກ ຈະເປັນ ຂອງຝ່າຍ ແຂກ ຫລື ເຈົ້າ ພາບກໍດີ, ຜູ້ແປຕ້ອງພະຍາຍາມ ກັ້ນ ສຽງຫົວໄວ້ກ່ອນ, ແປສຸດ ແລ້ວຈຶ່ງຄ່ອຍຫົວພ້ອມໆກັນ. ຈານແຍ່ເຄີຍ
ເຫັນບາງຄົນ ພໍແປ ຮອດບ່ອນເປັນຕາຫົວກໍຫົວດັງ ຂຶ້ນກາກໆ ຫລື ຫົວຈົນໄສ້ຂົດໄສ ໂຂ, ລືມໄປສາວ່າຜູ້ທີ່ເຮົາແປໃຫ້ ນັ້ນຍັງບໍ່ເຂົ້າໃຈ ແລະ ບໍ່ມີ ອາລົມ ຊິຫົວເທື່ອ. ແຕ່ກໍຄືວ່າຫັ້ນແລ້ວ, ການກັ້ນ ຫລື ອົດສຽງຫົວນີ້ມັນ ຍາກປານອົດຖ່າຍ ໜັກ-ຖ່າຍເບົາ ເອົາໂລດ. ການ ແປພາສານັ້ນ ແມ່ນວິຊາທີ່ມີລັກສະນະສິນ ແລະ ວິທະສາດ, ມີຫລັກມີການຄັກແນ່, ສ່ວນເລື່ອງສິນນັ້ນ ກໍຄືຕ້ອງມີ ຄວາມລະ ມຸນລະໄມ ສາມາດປັບ ປ່ຽນຕາມ (Flexible) ບັນຍາກາດ ໄດ້. ຍ້ອນແນວນີ້, ວິຊາແປພາສາປາກເປົ່ານີ້ຕ້ອງໄດ້ຮຽນຄັກແນ່, ມັນເປັນວິຊາທີ່ມີກຽດ ເພາະເຮັດ ໜ້າທີ່ເປັນປາກ, ຖ້າແປນຳທ່ຽວ ກໍແມ່ນ ເຮັດໜ້າທີ່ເປັນຕານຳດ້ວຍເພາະຖ້າເບິ່ງຊື່ໆ ແຕ່ບໍ່ ເຂົ້າໃຈມັນກໍແປວ່າບໍ່ເຫັນນັ້ນເອງ. ເປັນນາຍ ພາສາແປປາກເປົ່ານີ້ອ່າວຍາກ ເພາະຖ້າເວົ້າຜິດໄປຄວາມເວົ້ານັ້ນມັນກໍຈະສ້າງ ບັນຫາໃຫ້ຜູ້ແປ ເອງ. ສະນັ້ນຜູ້ແປພາສາຕ້ອງເປັນຄົນຮອບຮູ້ໃນວິຊາທີ່ຈະແປ, ຖ້າໃຫ້ຄັກໄປກວ່ານັ້ນ ກໍແມ່ນຕ້ອງເຂົ້າໃຈ ທັດສະນະ, ນິໄສ ແລະ ວິທີເວົ້າຂອງຜູ້ທີ່ເຮົາຈະແປໃຫ້. ຈານແຍ່ເຄີຍພົບກັບຜູ້ ແທນສະພາຍີ່ປຸ່ນຫລາຍຄັ້ງ, ມີບາງຄົນ ເອົານາຍພາສາໄປນຳເປັນສີ່ເປັນ ຫ້າ, ແປບັນຫາໜຶ່ງເອົາຜູ້ໜຶ່ງແປບັນຫາອື່ນກໍເອົາຜູ້ ອື່ນ, ມີຫລາຍ ຄົນແບບນີ້, ນາຍພາສາມີ ເວລາພັກຜ່ອນ ແລະ ແປກໍໄດ້ດີ.
    ຍ້ອນວ່ານາຍພາສາບ້ານເຮົາບໍ່ມີຊັ້ນຕຳແໜ່ງຖານະທາງການສະເພາະ, ພວກເຮົາຈຶ່ງມັກຈະເຫັນວ່າ: ຖ້າແປໃຫ້ຜູ້ສຳຄັນ, ນາຍພາສາກໍຕ້ອງເປັນພະນັກງານຂັ້ນຫົວໜ້າພະແນກ ຫລື ຄະນະກົມ. ເຮັດແບບນີ້ດີບໍ່ ? ດີ ! ເສຍແຕ່ວ່າມັນບໍ່ມີລັກສະ ນະອາຊີບ ເພາະຜູ້ແປທີ່ມີຖານະຕຳ ແໜ່ງນັ້ນກໍບໍ່ແນ່ວ່າຈະແປໄດ້ດີ ສ່ຳວິຊາການທຳມະດາ. ຍັງມີອີກ ຈຸດໜຶ່ງທີ່ຈານແຍ່ສັງ ເກດເຫັນວ່າບໍ່ທັນຄັກປານໃດຄືນາຍພາສາ ບາງຄົນແປປະໂຫຍກທີ່ໃຊ້ບຸລຸດ ທີໜຶ່ງເປັນບຸລຸດທີສາມ. ສົມມຸດ ວ່າແຂກເວົ້າ ວ່າ: “ຂ້າພະເຈົ້າຍິນ ດີຕ້ອນຮັບທ່ານ” ຜູ້ແປກໍມັກຈະ ແປວ່າ: “ເພິ່ນວ່າ ເພິ່ນຍິນດີຕ້ອນ ຮັບ...” ແປແນວນີ້ບໍ່ມີຊີວິດຊີວາ, ພວກ ເຮົາຕ້ອງແປຕາມຜູ້ເຮົາແປໃຫ້ເວົ້າ ແລະ ທີ່ສຸດຂອງທີ່ສຸດທີ່ ຕ້ອງລະວັງ ຄືຢ່າເວົ້າໄປກ່ອນ ຫລື ແປລັດໄປກ່ອນ, ເຖິງວ່າເຮົາ ຈະຮູ້ວ່າຜູ້ເຮົາແປໃຫ້ຈະເວົ້າຫຍັງກໍຕາມ. ເຮັດແນວນັ້ນເປັນການ ເສຍມາລະຍາດ, ບໍ່ໃຫ້ກຽດຜູ້ເຮົາແປໃຫ້. ໃນບົດໜ້າຈະ ເວົ້າເລື່ອງວ່າພວກເຮົາຄວນປະຕິບັດແນວໃດຕໍ່ຜູ້ແປພາສາ.

No comments:

Post a Comment