Ad

Ad

25 July 2014

ກົມ​ກວດກາ​ປ່າ​ໄມ້ ຊີ້​ແຈງ​ບັນຫາ​ຕັດ​ໄມ້​ຊະຊາຍ



     ທ່ານ ປະພາກອນ ວົງ​ໄຊ ຮອງ​ຫົວໜ້າ​ກົມ​ກວດກາ​ປ່າ​ໄມ້ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນເມື່ອ​ບໍ່​ດົນ​ນີ້ ກ່ຽວ​ກັບ​ສະພາບ​ການ​ຕັດ​​ໄມ້​ຊະຊາຍ ​ໂດຍ​ສະ​ເພາະ​ຢູ່​ເຂດ​ເມືອງ​ວັງ​ວຽງ ​ແຂວງ​ວຽງ​ຈັນ ຈົນ​ເຮັດ​ໃຫ້​ຂາດ​ເຂີນ​ນ້ຳສະ ໜອງ​ການ​ຜະລິດ​ນາປີ ​ໂດຍ​ທ່ານ​ຊີ້​ແຈງ​ວ່າ: ບັນຫາ​ການ​ຕັດ​ໄມ້​ທຳ​ລາຍ​ປ່າ​ແບບ​ຊະຊາຍ​ແມ່ນ​ຄວາມ​ບໍ່​ເຂົ້າ​ໃຈ​ຂອງ​ບັນດາ​ພະ ນັກງານກໍ​ຄື​ປະຊາຊົນ​ຈຳນວນ​ໜຶ່ງ ​ແລະ ຄວາມ​ຈິງ​ແລ້ວ ​ໃນ​ສົກ​ປີ 2013-2014 ນີ້, ລັດຖະບານ​ໄດ້​ອະນຸມັດ​ໂຄງການ​ກໍ່ສ້າງ​ທາງ​ຕັດ​​ໃໝ່ ລະຫວ່າງ​ບ້ານ​ນາ​ແປ ເມືອງ​ວັງ​ວຽງ ຫາ​ບ້ານ​ນາບ​ອນ ເມືອງ​ເຟືອງ ​ແຂວງ​ວຽງ​ຈັນ. ຜ່ານ​ການ​ທະລຸ​ເສັ້ນທາງ​ດັ່ງ ກ່າວ​ຈຶ່ງ​ມີ​ປະຊາຊົນ​ຈຳນວນ​ໜຶ່ງ​ພາ ກັນ​ໄປ​ຈັບຈອງ​ທີ່​ດິນ​ແຄມ​ທາງ​ດັ່ງກ່າວ ​ແລະ ພາກັນ​ຖາງ​ປ່າ, ຈູດ​ປ່າ. ຕໍ່​ບັນຫານີ້ ການ​ນຳ​ເມືອງ​ວັງ​ວຽງ ກໍ​ຄື​ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້​ເມືອງ ​ໄດ້​ລົງ​ກວດກາພ້ອມ​ທັງ​ສຶກສາ​ອົບ ຮົມ​ປະຊາຊົນ​ຈຳນວນ​ດັ່ງກ່າວ​ແລ້ວ ​ແລະ ອີກ​ກໍລະນີ​ໜຶ່ງ​ທີ່​ມີ​ການ​ຕັດ​ໄມ້​ທຳລາຍ​ປ່າ​ແບບ​ເປັນ​ກຸ່ມ​ກ້ອນ, ​ເປັນ​ຄະນະຢູ່​ປ່າ​ສະ ຫງວນ​ດ່ານ​ສູງ ​ແລະ ການ​ຕັດ​ໄມ້​ເຖື່ອນ​ຂອງ​ປະຊາຊົນ​ບ້ານ​ນາ​ຍາງ ​ເມືອງ​ນາ​ຊາຍ​ທອງ ນະ
ຄອນຫລວງ​ວຽງ​ຈັນ​ນັ້ນ, ກະ ຊວງ​ກະສິກຳ ​ແລະ ປ່າ​ໄມ້ ຮ່ວມ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ ແລະ ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ມີ​ການ​ແບ່ງ​ເຂດ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ເປັນ​ແຕ່ລະ​ໄລຍະ ແລະ ວາງ​ມາດ​ຕະການ​ໃນ​ການ​ຄຸ້ມ​ຄອງ​ປ່າ​ສະຫງວນ​ດັ່ງກ່າວ. ພ້ອມ​ນັ້ນ ​ເຈົ້າໜ້າ​ທີ່​ປ່າ​ໄມ້​ກໍ​ໄດ້​ມີ​ການ​ເຄື່ອນ​ໄຫວ​ສະກັດ​ກັ້ນ ​ແລະ ກວດກາ​ເປັນ​ປົກກະຕິ ​ເຊິ່ງ​ໃນ​ໄລຍະ​ຜ່ານ​ມາ ກໍ​ໄດ້​ມີ​ການ​ດຳ​ເນີນ​ຄະດີ​ຕໍ່​ຜູ້​ກະທຳ​ຜິດ​ແລ້ວ, ​ແຕ່​ຍ້ອນ​ເຈົ້າໜ້າ​ທີ່​ປ່າ​ໄມ້​ຢູ່​ຂັ້ນ​ເມືອງ​ມີ​ໜ້ອຍ ຈຶ່ງ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ສະກັດ​ກັ້ນການ​ລັກລອບ​ຕັດ​ໄມ້​ທຳລາຍ​ປ່າ​ບໍ່​ທົ່ວ​ເຖິງ. ສະນັ້ນ ​ເພື່ອ​ສະກັດ​ກັ້ນການ​ບຸກລຸກ​ທຳ ລາຍ​ຊັບພະຍາກອນ​ປ່າ​ໄມ້​ແມ່ນ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ປັບປຸງ​ໜ່ວຍ​ງານ​ກວດ ກາ​ປ່າ​ໄມ້​ປະຈຳ​ເມືອງ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງຮຽກຮ້ອງ​ໃຫ້​ອົງການ​ປົກ ຄອງ​ຂັ້ນບ້ານ ​ແລະ ​ເມືອງ​ຕ້ອງ​ເປັນ​ເຈົ້າການ​ໃນ​ການ​ກວດກາ​ສະກັດ​ກັ້ນບັນຫາ​ດັ່ງກ່າວ, ​ເປັນ​ເຈົ້າການ​ຊີ້ນຳ-ນຳພາ ​ແລະ ສ້າງ​ເງື່ອນ​ໄຂ​ທຸກ​ຢ່າງ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ເຈົ້າໜ້າ​ທີ່​ປ່າ​ໄມ້​ທີ່​ນອນ​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ.

No comments:

Post a Comment