Ad

Ad

25 July 2014

ລະດັບນ້ຳເຊຈຳພອນຂຶ້ນສູງໄຫລຖ້ວມ 9 ບ້ານຂອງເມືອງຈຳພອນ



      ປັດຈຸບັນເມືອງຕ່າງໆພາຍໃນແຂວງສະຫວັນນະເຂດພວມໄດ້ຮັບຜົນກະທົບ ຈາກພະຍຸຣາມມະສູນເປັນເຫດໃຫ້ບັນດາ ບ້ານທີ່ຢູ່ຕາມແຄມແມ່ນ້ຳຕ່າງໆຖືກ ນ້ຳໄຫລເຂົ້າຖ້ວມໃນບາງເຂດ; ໃນ ນີ້, ບ້ານທີ່ຢູ່ຕາມລຽບແຄມເຊຈຳພອນເປັນ ຕົ້ນ: ບ້ານ ລຳເທນ, ວັງເມົາ, ເພຍກ່າ, ລຳບອງ, ສະ ຄຶນເໜຶອ, ສະຄຶນໃຕ້, ທ່າມ່ວງ, ແກ້ງປູນ ແລະ ບ້ານໂພນມ່ວງ ເມືອງຈຳພອນ ນ້ຳ ໄດ້ໄຫລເຂົ້າຖ້ວມແລ້ວ.
          ຕາມການລາຍງານຂອງ ທ່ານນາງ ແກ້ວອຸດອນ ຈຸນລະ ມຸນຕີ ຮອງຫົວ ໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມເມືອງຕໍ່ນັກຂ່າວໃນ ວັນທີ 23 ກໍລະກົດ 2014 ວ່າ: ປັດ ຈຸບັນລະດັບນ້ຳເຊຈຳພອນໄດ້ ຂຶ້ນໃນລະດັບ 7,86 ແມັດ ເກີນລະ ດັບເຝົ້າລະວັງ 7,50 ແມັດ, ຄາດ ຄະເນນ້ຳຈະໄຫລເຂົ້າ ຖ້ວມເນື້ອທີ່ນາມີທັງໝົດ 4.300 ກວ່າເຮັກ ຕາ ແລະ ມີຈຳນວນ 69 ບ້ານທີ່ ເລາະຕາມແຄມເຊຈຳພອນ; ສຳ ລັບເນື້ອທີ່ຖືກ
ນ້ຳຖ້ວມ ແລະ ຜົນ ເສຍຫາຍແມ່ນຍັງບໍ່ສາມາດ ສະຫລຸບໄດ້.ປີນີ້ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ເມືອງໄດ້ຮ່ວມກັບຫ້ອງ ການກະສິກຳ-ປ່າໄມ້ເມືອງ ສ້າງຄູກັນນ້ຳສອງຈຸດຢູ່ບໍລິເວນພື້ນທີ່ບ້ານແກ້ງກອກເໜືອ (ແກ້ງກອກ ຫົວຂົວ) ມີຄວາມຍາວ 65 ແມັດ, ສູງ 2,50 ແມັດ ແລະ ຈຸດທີສອງ ຍາວ 30 ແມັດ, ສູງ 3 ແມັດ, ຖ້າ ສົມທຽບປີຜ່ານມາ ລະດັບນ້ຳສູງ 7,20 ແມັດແມ່ນໄຫລເຂົ້າຖ້ວມ ເນື້ອ ທີ່ນາແລ້ວແຕ່ປີນີ້ຍັງບໍ່ທັນໄຫລເຂົ້າຖ້ວມ.    
    ຕໍ່ກັບສະພາບດັ່ງກ່າວພາກ ສ່ວນທີ່ກ່ຽວຂ້ອງໄດ້ອອກແຈ້ງການໃຫ້ອຳນາດການປົກຄອງບ້ານທີ່ມີຄວາມສ່ຽງໃຫ້ກະກຽມ ຍົກຍ້າຍສັດຂຶ້ນບ່ອນສູງ, ນອກຈາກນັ້ນລະບົບຊົນລະປະທານ (ໂປມສູບນ້ຳ) ຢູ່ເລາະຕາມສາຍ ເຊ ຫລື ບ່ອນທີ່ມີຄວາມ ສ່ຽງໄດ້ໃຫ້ປະຊາຊົນເຝົ້າລະວັງບໍ່ໃຫ້ ເຮືອແພຫລົ້ມຈົມຕາມກະແສນ້ຳ ເພື່ອຮັບປະກັນໃນລະດູແລ້ງໃຫ້ ສາມາດສູບນ້ຳເຂົ້າໃສ່ ເນື້ອທີ່ການຜະລິດໄດ້ຕາມລະດູການ.

No comments:

Post a Comment