Ad

Ad

25 July 2014

ລາວຈັດແຂ່ງຂັນຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ (ASEAN)



     ກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງການຕ່າງ ປະເທດ ແລະ ກະຊວງສຶກສາທິການ ແລະ ກິ ລາ, ໄດ້ຮ່ວມກັນຈັດແຂ່ງຂັນ ຖາມ- ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດ 2014 (ASEAN Quiz) ຂຶ້ນຢູ່ສູນ ກິລາບູໂດ, ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານສະຫວັນ ຄອນ ຣາຊະມຸນຕຣີ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລ່ງຂ່າວ, ວັດທະ ນາທຳ ແລະ ທ່ອງທ່ຽວ, ມີຜູ້ຕ່າງໜ້າຈາກບັນດາກະຊວງ, ອົງການຈັດຕັ້ງສາກົນ ປະຈຳລາວ ແລະ ສະຖາບັນການສຶກສາຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.
     ທ່ານລັດຖະມົນຕີຊ່ວຍວ່າ ການກະຊວງຖະແຫລ່ງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ກ່າວວ່າ: ການຈັດແຂ່ງຂັນດັ່ງ ກ່າວກໍເພື່ອໂຄສະນາເຜີຍແຜ່ ຄວາມຮູ້ກ່ຽວກັບອາຊຽນໃຫ້ ຊາວໜຸ່ມເຍົາວະຊົນ, ນັກຮຽນ- ນັກສຶກສາຂອງບັນດາປະເທດ
ສະມາຊິກອາຊຽນເພື່ອຊຸກຍູ້ສົ່ງ ເສີມຄວາມເຂົ້າໃຈໃຫ້ເລິກເຊິ່ງ ກວ້າງຂວາງ ແລະ ຮ່ວມກັນ ສ້າງວິໄສທັດໃໝ່ກ່ຽວກັບອາ ຊຽນໃຫ້ຄົນຮຸ້ນໃໝ່ເພື່ອອານາ ຄົດຂອງອາຊຽນໂດຍສະເພາະ ການກ້າວສູ່ປະຊາຄົມເສດຖະກິດອາຊຽນໃນປີ 2015 ທີ່ຈະເຖິງ ແລະ ການແຂ່ງຂັນນີ້ ກໍເພື່ອຄັດ ເລືອກເອົາຊາວໜຸ່ມ, ນັກຮຽນ- ນັກສຶກສາທີ່ໄດ້ຊະນະເລີດໃນລະດັບຊາດ 3 ຄົນ ໄປຮ່ວມ ແຂ່ງຂັນຖາມ-ຕອບໃນລະດັບອາຊຽນຄັ້ງທີ 6 ທີ່ຈະຈັດຂຶ້ນໃນທ້າຍ ເດືອນສິງຫານີ້ຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດ ນາມ.
     ກົມອາຊຽນກະຊວງການ ຕ່າງປະເທດໃຫ້ຮູ້ວ່າ: ການ ແຂ່ງຂັນຖາມ-ຕອບກ່ຽວກັບອາຊຽນນີ້, ແມ່ນກິດຈະກຳນອນໃນ ແຜນງານສ້າງປະຊາຄົມວັດທະນາທຳ-ສັງຄົມເຊິ່ງເປັນໜຶ່ງໃນ ແຜນພັດທະນາສາມເສົ້າຄ້ຳ ຫລັກແຫ່ງການສ້າງປະຊາຄົມ ອາ ຊຽນຊຶ່ງເປົ້າໝາຍຕົ້ນຕໍ່ແມ່ນສົ່ງເສີມຄວາມຮັບຮູ້, ເຂົ້າໃຈ ແລະ ເສີມສ້າງທັດສະນະມຸມ ມອງທີ່ດີ ແລະ ຖືກຕ້ອງກ່ຽວກັບ ອາຊຽນລວມເຖິງການເສີມຂະ ຫຍາຍຄວາມເຂົ້າໃຈຊຶ່ງກັນ ແລະ ກັນ, ຄວາມສາມັກຄີລະ ຫວ່າງປະຊາຊາດອາຊຽນດ້ວຍກັນ ແລະ ໃນການແຂ່ງຂັນໃນລະດັບພາກພື້ນ 5 ຄັ້ງຜ່ານມານັ້ນ ແມ່ນໄດ້ຮັບຜົນສຳເລັດທີ່ໜ້າ ເພິ່ງພໍໃຈໂດຍຄັ້ງທຳອິດຈັດຂຶ້ນ ໃນ ປີ 2002  ຢູ່ປະເທດໄທ, ຄັ້ງທີ 2 ຈັດຂຶ້ນໃນປີ 2004 ຢູ່ປະເທດ ບຣູໄນ, ຄັ້ງທີ 3 ຈັດຂຶ້ນໃນປີ 2006 ຢູ່ມາເລເຊຍ, ຄັ້ງທີ 4 ຈັດ ຂຶ້ນໃນປີ 2009 ຢູ່ຟີລິບປິນ, ຄັ້ງທີ 5 ຈັດຂຶ້ນໃນປີ 2011 ຢູ່ກຳປູເຈຍ, ຄັ້ງທີ 6 ແມ່ນຈະຈັດຂຶ້ນໃນເດືອນ ສິງຫາປີ 2014 ຢູ່ຫວຽດນາມ ແລະ ຄັ້ງທີ 7 ແມ່ນ ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບໃນອີກ ປະມານ 2 ຫລື 3 ປີຕໍ່ໜ້າ. 
     ສຳລັບຜູ້ຊະນະເລີດການ ແຂ່ງຂັນຄັ້ງນີ້ປະກອບມີ: ນາງ ສຸກ​ພະ​ໄທ ລັງສີ ນັກ​ຮຽນ​ຈາກ ໂຮງຮຽນ ມສ ຈຳປາ​ສັກ,​ ນາງ ວິ​ໄລ​ລັກ ຣາທິກຸນ ​ແລະ  ນາງ ເກດ​ທິດາ ພວງ​ເພັດ ຈາກໂຮງ ຮຽນ ມສ ນິລະ​ດາ ນະຄອນຫຼວງວຽງຈັນ.

No comments:

Post a Comment