Ad

Ad

28 July 2014

ອຸຕຸແຈ້ງຕົ້ນອາທິດນີ້ຍັງຈະມີຝົນຕົກໃນລະດັບປານກາງຢູ່ທົ່ວທຸກພາກຂອງປະເທດ



     ກົມອຸຕຸນິຍົມ ແລະ ອຸທົກກະ ສາດໃຫ້ຮູ້ວ່າ:ສະພາບອາກາດ ແຕ່ວັນທີ 23-29 ກໍລະກົດນີ້, ຍ່ອມຄວາມກົດດັນອາກາດ ສູງ ຍັງຈະປົກຄຸມຢູ່ເຂດພາກເໜືອ ຂອງປະເທດພ້ອມດຽວກັນບໍລິ ເວນຄວາມກົດດັນອາກາດຕ່ຳ ຍັງປົກຄຸມຢູ່ເຂດພາກກາງ ລົງຫາພາກໃຕ້, ສົມທົບກັບກະແສ ລົມຕາເວັນຕົກສ່ຽງໃຕ້ພັດປົກ ຄຸມເປັນສ່ວນໃຫຍ່, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ມີຝົນ ຕົກຟ້າຄະນອງໃນລະດັບຄ່ອຍເກືອບ ທົ່ວໄປ ແລະ ຕົກໜັກຢູ່ບາງ ທ້ອງຖິ່ນໃນແຕ່ລະພາກພ້ອມມີລົກພັດແຮງເປັນບາງໂອ ກາດນັບທັງນະຄອນຫລວງວຽງຈັນ.
     ສະພາບອາກາດໃນອາທິດນີ້ ຈະຮ້ອນທຳມະດາໂດຍສະເພາະ ຢູ່ແຂວງພາກເໜືອທິດຕາເວັນ ຕົກລົງຫາພາກກາງ, ພາກໃຕ້ ໃນລະດັບອຸນຫະພູມສູງສຸດ 30-32 ອົງສາ ແລະ ອາກາດຈະ ໜາວເຢັນຢູ່ເຂດປາກຊ່ອງ ແລະ ຈະມີຝົນຕົກຟ້າຄະນອງໃນລະ ດັບຄ່ອຍເກືອບທົ່ວໄປ ແລະ ຕົກ ປານກາງເປັນບາງໂອກາດຢູ່ ບາງທ້ອງຖິ່ນ ໃນແຕ່ລະພາກ. ຈາກນັ້ນກາງຫາທ້າຍອາທິດ ໂດຍສະເພາະວັນທີ 25-29 ກໍລະ ກົດນີ້ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫລາຍຂຶ້ນ ແລະ ຕົກປານກາງເປັນບາງໂອ ກາດໃນແຕ່ລະທ້ອງຖິ່ນ.

     ສະພາບຝົນໃນໜຶ່ງອາທິດຜ່ານມາໄດ້ມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງ ຖິ່ນແຂວງພາກເໜືອລົງຫາກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ, ເຊິ່ງປະລິມານນ້ຳຝົນ 24 ຊົ່ວໂມງແຮງ ສຸດຢູ່ສະຖານີອັດຕະປື ແທກໄດ້ 112,1 ມິນລິແມັດ ໃນວັນທີ 18 ກໍລະກົດ 2014.

No comments:

Post a Comment