Ad

Ad

28 July 2014

ສານປະຊາຊົນແຂວງຫົວພັນຕັດສິນລົງໂທດພະນັກງານສໍ້ລາດບັງຫລວງເອົາເງິນລັດ



    ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງຫົວພັນ, ໄດ້ຕັດສີນລົງໂທດພະນັກງານ ທີ່ສໍ້ລາດບັງຫລວງເງິນລັດຊຶ່ງມີຜູ້ຕ້ອງຫາ ຄື: ທ້າວ ສີລອນ ອູ່ມະນີຈັນ ອາຍຸ 55 ປີ ອະດີດພະນັກງານຫົວໜ້າຫ້ອງງົບປະມານ ແລະ ຫົວໜ້າຫ້ອງບັນຊີພະແນກການ ເງິນ ແຂວງຫົວພັນໃຫ້ຈຳຄຸກເປັນເວລາ 18 ປີ ພ້ອມປັບໃໝ ເງິນ 11 ລ້ານກວ່າກີບ ໃນຂໍ້ຫາສໍ້ລາດບັງຫລວງເອົາເງິນລັດຈຳ ນວນ 1 ຕື້ ກວ່າກີບ, ທ້າວ ນິຍົມ ບຸນພະ ຈັນ ອາຍຸ 50 ປີ ອະດີດພະ ນັກງານວິຊາການຫ້ອງງົບປະມານພະແນກການເງິນ ແຂວງຫົວ ພັນໃຫ້ຈຳຄຸກຕະຫລອດຊີວິດ ແລະ ປັບໃໝເງິນ 24 ລ້ານກວ່າ ກີບ ໃນຂໍ້ຫາສໍ້ລາດບັງຫລວງ ເອົາເງິນລັດຫລາຍ ກວ່າ 2,4 ຕື້ ກວ່າກີບ, ນາງ ມະລິສາ ອຸ່ນ ແສນບານອາຍຸ 29 ປີ ອະດີດພະນັກງານວິຊາການຫ້ອງງົບປະມານການເງິນແຂວງ ຫົວພັນໃຫ້ຈຳຄຸກເປັນເວລາ 8 ປີພ້ອມປັບ ໃໝເງິນ 4 ລ້ານກວ່າກີບ (ຜູ້ກ່ຽວ ບໍ່ໄດ້ຖືກກັກຕົວແຕ່ຖືກກັກບໍລິ ເວນຍ້ອນລູກ ຍັງນ້ອຍ) ໃນຂໍ້ຫາ ສໍ້ລາດບັງຫລວງເອົາເງິນລັດຈຳນວນ 412 ລ້ານກວ່າກີບ, ທ້າວ ບຸນ ທອນ ບ່າວປາກດີ ອາຍຸ 55 ປີອະດີດ
ພະນັກງານ ຫົວໜ້າຫ້ອງການກວດກາພະແນກການເງິນແຂວງຫົວພັນໃຫ້ຈຳຄຸກເປັນ ເວລາ 10 ປີພ້ອມປັບໃໝເງິນ 5 ລ້ານ ກວ່າກີບໃນຂໍ້ ຫາສໍ້ລາດບັງຫລວງເອົາເງິນລັດຈຳນວນ 587 ລ້ານກວ່າກີບ, ທ້າວ ຄຳປານ ພັນວົງສາ ອາຍຸ 54 ປີ ອະດີດພະ ນັກງານວິຊາ ການພະແນກສຶກ ສາທິການ ແລະ ກິລາແຂວງຫົວ ພັນໃຫ້ຈຳຄຸກຕະຫລອດຊີວິດ ພ້ອມປັບໃໝເງິນ 26 ລ້ານ ກວ່າ ກີບໃນຂໍ້ ຫາສໍ້ລາດບັງຫຼວງເອົາ ເງິນລັດຈຳນວນ  2,6 ຕື້ກວ່າກີບ, ທ້າວ ຄຳຂາວ ລາດທະວີ ຄຳ ອາຍຸ 54 ປີ ອະດີດພະ ນັກງານວິ ຊາການພະແນກສຶກສາທິການ ແລະ ກິລາແຂວງຫົວພັນໃຫ້ຈຳ ຄຸກເປັນເວລາ 16 ປີ ພ້ອມປັບ ໃໝເງິນ 9 ລ້ານ ກວ່າກີບໃນຂໍ້ ຫາສໍ້ລາດບັງຫລວງເອົາເງິນ ລັດຈຳນວນ  900 ລ້ານກວ່າກີບ, ທ້າວ ຫວັງທໍ ລໍເບລຍປາວ ອາຍຸ 47 ປີ ອະດີດຫົວໜ້າໜ່ວຍ ງານການເງິນພະແນກສືກສາທິການ ແລະ ກິລາແຂວງຫົວພັນ ໃຫ້ຈຳ ຄຸກເປັນເວລາ 16 ປີ ພ້ອມປັບໃໝ
ເງິນ 8 ລ້ານກວ່າກີບໃນຂໍ້ຫາສໍ້ ລາດບັງຫລວງເອົາເງິນລັດຈຳ ນວນ 869 ລ້ານກວ່າກີບ, ທ້າວ ຄຳພັດ ທິບປັນຍາ ອາຍຸ 55 ປີ ອະດີດພະນັກງານຂະແໜງຈັດ ຕັ້ງພະນັກງານພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ໃຫ້ຈຳຄຸກເປັນເວລາ 6 ປີ ພ້ອມ ປັບໃໝເງິນ 2 ລ້ານກວ່າກີບໃນ ຂໍ້ຫາສໍ້ລາດບັງຫລວງເອົາເງິນ ລັດຈຳນວນ  222 ລ້ານກວ່າກີບ ແລະ ທ້າວ ສົມພອນ ສຸລິເດດ ອາຍຸ 54 ປີອະດີດພະນັກງານຫົວ ໜ້າຫ້ອງການການເງິນເມືອງຊຳເໜືອ ແລະ ອະດີດຫົວໜ້າຫ້ອງ ການພັດທະນາ ຊົນນະບົດເມືອງ ຊຳເໜືອໃຫ້ຈຳຄຸກເປັນເວລາ 12 ປີ ພ້ອມປັບໃໝເງິນ 6 ລ້ານ ກວ່າກີບໃນຂໍ້ຫາສໍ້ລາດບັງຫຼວງເອົາເງິນ ລັດຈຳ ນວນ  689 ລ້ານກວ່າກີບ. ໂດຍຮູບການສໍ້ລາດ ບັງຫລວງຂອງພວກກ່ຽວນີ້ ແມ່ນການສວຍໂອກາດຕື່ມໂຕເລກໃສ່ແຜນງົບ ປະມານຂອງພະແນກສຶກສາທິການ ແລະ ກິລາ ແຂວງ, ເມືອງຊຳເໜືອ, ເມືອງຫົວເມືອງ ແລະ ແຜນງົບປະມານຂອງບັນດາ ພະແນກອ້ອມຂ້າງໃນຮ່ວງເງິນໂມງເກີນ ແລະ ເງິນຄູອາສາສະໝັກ, ມີຈຳນວນ ຫລາຍເຖິງ 9 ຕື້ 865 ລ້ານກວ່າ ກີບ. ໃນນີ້ ພວກກ່ຽວໄດ້ສົ່ງຄືນໃຫ້ລັດແລ້ວປະມານ 5 ຕື້ກວ່າ ກີບ ແລະ ສ່ວນຍັງເຫລືອ ລັດຍັງ ສືບຕໍ່ໃຫ້ພວກກ່ຽວສືບຕໍ່ຊຳລະໃຫ້ ຄົບຕາມຈຳນວນ.

No comments:

Post a Comment