Ad

Ad

28 July 2014

ຄະນະປະສານງານອາສາສະ ຫມັກມະຫາວິທະຍາໄລສິງກະໂປຊ່ວຍສ້າງນ້ຳລິນຢູ່ເມືອງຫີນເຫີບ



       ​ໂຄງການ​ກໍ່ສ້າງ​ນ້ຳ​ລິນ ຢູ່​ບ້ານນາ​ເລືອ​ງ ​ເມືອງ​ຫີນ​ເຫີບ ແຂວງ​ວຽງ​ຈັນ ໂດຍ​ການ​ສ ໜັບສະໜູນ​ທຶນຮອນ ຈາກ​ຄະນະ​ ປະສານ​ງານອາສາ​ສະ​ໜັກ ມະຫາວິທະ ຍາ​ໄລສິງກະ​ໂປ ​ໄດ້​ດຳ​ເນີນ​ການ​ກໍ່ສ້າງ​ມາ​ແຕ່​ວັນ​ທີ 14 ພຶດສະພາ 2014 ແລະ ມາ ຮອດ ປັດຈຸບັນໄດ້ສຳເລັດສົມບູນແລ້ວ, ຊຶ່ງ​ພິທີ​ມອບ​-ຮັບ ​ແລະ ​ເປີດ​ການ​ນຳ​ໃຊ້ ໄດ້ຈັດຂຶ້ນ ໃນວັນທີ 24 ກໍ ລະກົດນີ້ ລະ ຫວ່າງ ທ່ານ ປີ​ເຕີ ທານ (PETER TAN) ຫົວໜ້າ​ປະສານ​ງານ​ອາສາ​ສະໝັກ​ນັກ ຮຽນ​ມະຫາວິທະຍາ​ໄລ ສິງກະ​ໂປ ​ແລະ ທ່ານ ຄຳໃສ ວັນດີວົງ ນາຍບ້ານ​ບ້ານ​ນາ​ເລືອ​ງ​.
     ​ໂຄງການ​ກໍ່ສ້າງ​​ນ້ຳ​ລິນແຫ່ງ ນີ້ເປັນ​ແຫ່ງ​ທີ 2 ຂອງ​ເມືອງ​ຫີນ​ເຫີບທີ່ໄດ້ຮັບການຊ່ວຍເຫລືອຈາກມະຫາວິທະຍາໄລສິງກະ ໂປທັດ​ຈາກ​ໂຄງການ​ທຳ​ອິດ​ກໍ່ສ້າງ​ຂຶ້ນ​ຢູ່​ບ້ານ​ນາ​ພອກ ​ໃນ​ປີ 2013 ຜ່ານ​ມາ. ໂຄງການ​ນີ້ ໄດ້​ສ້າງ​ຂຶ້ນ​ດ້ວຍ​ການ​ກໍ່ສ້າງ​ອ່າງ​ເກັບ​ນ້ຳ​​ທີ່​ຕົກ​ຈາກ​ຜາ  ຈຳນວນ 2 ອ່າງ ​ແຕ່​ລະ​ອ່າງ​ເກັບ​ນ້ຳ​ໄດ້ 6000 ລິດ,  ພ້ອມ​ທັງ​ໄດ້​ວາງ​ທໍ່ ຈາກ​ອ່າງ​ເກັບ​ນ້ຳ​ຫົວ​ງານ ເຂົ້າ​ມາ​
ໃສ່​ອ່າງແຈກນ້ຳ ແລະ ຕິດ​ຕັ້ງ​ກ໋ອກ​ນ້ຳມີ 14 ກ໋ອກ, ສາມາດ​ອຳ ນວຍ​ຄວາມ​ສະ​ດວຍ​ໃຫ້​ແກ່​ປະ ຊາຊົນ​​ 55 ຫລັງຄາ​ເຮືອນໃນ ບ້ານດັ່ງກ່າວໄດ້​ຊົມ​ໃຊ້ນ້ຳ​ສະ ອາດຢ່າງ​ພຽງພໍ. ໃນ​ໄລຍະຜ່ານ​ມາຄະນະ​ປະສານ​ງານ​ອາສາ​ສະ​ໜັກດັ່ງກ່າວຍັງໄດ້ປະກອບ ສ່ວນໂຮງຮຽນ​ປະຖົມ​ສົມບູນ, ນ້ຳ​ລິນ ແລະ ສິ່ງ​ສາທາລະນະ​ປະ​ໂຫຍ​ດອື່ນໆໃຫ້​ແກ່​ປະຊາຊົນ ເມືອງ​ຫີນ​ເຫີບ ຢ່າງມີຜົນສຳ ເລັດປະກອບສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງປະ ຊາຊົນ​ລາວ​ເວົ້າ​ລວມ​ ແລະ ​ເວົ້າ​ສະ​ເພາະກໍ​ແມ່ນ​ປະຊາຊົນ​ເຂດ​​ເມືອງ​ຫີນ​ເຫີບ​ໃຫ້​ສາມາດ​ຫລຸດ​ພົ້ນ​ອອກ​ຈາກ​ສະພາບ​ດ້ອຍ​ພັດ ທະນາ​ຕາມ​ເປົ້າ​ໝາຍ​ທີ່​ລັດຖະ ບານ ສປປ ລາວ ​ກຳນົດ​ໄວ້.
     ບ້ານ​ນາ​ເລືອ​ງ ​ເມືອງ​ຫີນ​ເຫີບ ​ແຂວງ​ວຽງ​ຈັນ ມີ 55 ຫລັງ ຄາເຮືອນ, ມີ​ພົນລະ​ເມືອງ​ທັງ​ໝົດ 298 ຄົນ, ຍິງ 136 ຄົນ. ປະຊາຊົນ​ສ່ວນ​ໃຫຍ່ແມ່ນ​ຢຶດຖື​ອາຊີບປູກ​ເຂົ້າ, ລ້ຽງສັດ​ເປັນ​ຕົ້ນຕໍ.

No comments:

Post a Comment