Ad

Ad

28 July 2014

ທະນາຄານລາວກໍ່ສ້າງຈັບລາງວັນແຈກໂຊກໃຫຍ່ໃຫ້ລູກຄ້າ



         ໃນວັນທີ 27 ກໍລະກົດນີ້ ຢູ່ ໂຮງແຮມດອກຈຳປານະຄອນ ຫຼວງວຽງຈັນ, ທະນາຄານລາວ ກໍ່ສ້າງໄດ້ມີພິທີຈັບລາງ ວັນມອບໂຊກໃຫ້ກັບລູກຄ້າໂດຍການ ຮ່ວມຂອງ ທ່ານ ຢູຮາວ ອາຍຊິນ ເຈຍໂລ ປະທານສະພາຄຸ້ມ ຄອງ-ກວດກາທະນາ ຄານລາວກໍ່ສ້າງ  ແລະ  ຄະນະອຳນວຍການ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມຢ່າງ ຫຼວງຫຼາຍ.
         ຮອງປະທານທະນາຄານ ລາວກໍ່ສ້າງ ໃຫ້ຮູ້ວ່າ: ການຈັບ ລາງວັນມອບໂຊກ ບັນຊີເງິນຝາກປະຈຳຄັ້ງນີ້ ເປັນຄັ້ງທີ 2 ຊຶ່ງ ເປັນການຄືນກຳໄລໃຫ້ລູກຄ້າ ດ້ວຍການແຈກໂຊກລົດໃຫຍ່ 3 ຄັນຄື ລາງວັນທີ 1 ລົດໃຫຍ່ ແລນກຸຍເຊີ ປາໂດ, ລາງວັນທີ 2 ລົດໃຫຍ່ ຮຸນໄດ ແອກເຊັນບູ ແລະ ລາງວັນທີ 3 ລົດໃຫຍ່ ຊູຊຸກິ ເຊ ເລລີໂອ ແລະ ລາງວັນອື່ນໆຢ່າງຫຼວງຫຼາຍ, ແລະ ໃນສົກ ປີ 2014- 2015 ນີ້, ເພື່ອສືບຕໍ່ສົມມະນາຄຸນແກ່ລູກ ຄ້າທັງເປັນການສະເຫຼີມສະ
ຫຼອງການສ້າງຕັ້ງທະນາຄານ ລາວກໍ່ສ້າງຄົບ ຮອບ 3 ປີ ທາງທະນາຄານກໍໄດ້ມີການຈັບລາງວັນເງິນຝາກໂຊກຫລົ່ນທັບ ພາກ II ຊຶ່ງຈະມີຂອງລາງວັນ ທີ່ໃຫຍ່ກວ່າເກົ່າຢ່າງ ຫຼວງຫຼາຍ.
        ທະນາຄານລາວກໍ່ສ້າງ ຈຳກັດແມ່ນທະນາຄານຮ່ວມທຶນລະຫວ່າງນັກທຸລະກິດເອກະຊົນລາວກັບຕ່າງປະເທດ, ໄດ້ຮັບ ອະນຸຍາດສ້າງຕັ້ງ ແລະ ເຄື່ອນໄຫວ ທຸລະກິດເປັນທາງການໃນວັນທີ 22 ກຸມພາ 2012. ຕະຫຼອດໄລຍະ ເກືອບ 3 ປີແຫ່ງ ການສ້າງຕັ້ງ ທະນາຄານໄດ້ເຕີບໃຫຍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງສະແດງ ອອກເຖິງຄວາມເຊື່ອໝັ້ນຂອງ ລູກຄ້າຄື: ທຽບໃສ່ທ້າຍ ປີ 2012- 2013 ມີຍອດເງິນຝາກເພີ່ມຂຶ້ນ 43% ແລະ 6 ເດືອນຕົ້ນ ປີ 2014 ເພີ່ມຂຶ້ນ 52%. ດ້ານການນຳໃຊ້ ທຶນ, ທະນາ ຄານໄດ້ປະກອບ ສ່ວນທຶນຮອນໃຫ້ແກ່ ນັກລົງທຶນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ທັງໃນໄລຍະສັ້ນ 1 ປີ ລົງມາ, ໄລຍະກາງ 1 ປີ ຫາ 3 ປີ ແລະ ໄລຍະຍາວ 3 ປີຂຶ້ນໄປຊຶ່ງ ຮອດ ປັດຈຸບັນມີຍອດເຫຼືອສິນເຊື່ອ ທັງໝົດ 290 ຕື້ກີບ ເພີ່ມຂືນ 124%.

No comments:

Post a Comment