Ad

Ad

28 July 2014

ໂຍທາມີແຜນແກ້ໄຂສະພາບການສັນຈອນແອອັດໃນໂຕເມືອງ



      ຈາກສະພາບການຂະຫຍາຍ ໂຕທາງເສດຖະກິດຢ່າງໄວວາ ເຮັດໃຫ້ບັນດາໂຕເມືອງ ໃຫຍ່ ໃນທົ່ວປະເທດໄດ້ຮັບການພັດ ທະນາລວມທັງການເພີ່ມຂຶ້ນຂອງພົນລະເມືອງ ແລະ ມີການ ຊົມໃຊ້ພາ ຫະນະຢ່າງຫລວງຫລາຍເຮັດ ໃຫ້ສະພາບການຈະລາ ຈອນນັບມື້ແອອັດ. ໂດຍສະເພາະໃນເວລາ ເລັ່ງດ່ວນ, ຕໍ່ສະພາບການດັ່ງ ກ່າວ, ກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ໄດ້ມີການຄົ້ນ ຄວ້າມາດຕະຖານ ແລະ ມີແຜນ ການແກ້ໄຂ ເຊັ່ນ : ການຈັດສັນ ເສັ້ນທາງ, ກຳນົດທາງຂຶ້ນທາງ ລ່ອງ ແລະ ທາງລ້ຽວຄືນໃຫມ່, ປັບປຸງປ້າຍລ້ຽວຂວາຕະ ຫລອດ ແລະ ປ້າຍຈອດວັນຄູ່-ວັນຄີກ, ຕິດຕັ້ງໄຟອຳນາດເພີ່ມຈຳນວນ ຫນຶ່ງ, ນຳໃຊ້ເຈົ້າຫນ້າ ທີ່ຊ່ວຍລະບາຍລົດໃຫ້ຫລາຍຂຶ້ນ ແລະ ເຮັດ ບັດລົດເມໃຫ້ນັກສຶກສາ ມຊ, ເພື່ອຫລຸດຜ່ອນ ການນຳໃຊ້ລົດ ຈັກສ່ວນໂຕ ແລະ ອື່ນໆ.
      ນີ້ແມ່ນຄຳຊີ້ແຈງຂອງທ່ານ ດຣ ບຸນຈັນ ສິນທະວົງ ລັດຖະ ມົນຕີວ່າການກະຊວງໂຍທາທິ ການ ແລະ ຂົນສ່ົງຕໍ່ກອງປະ ຊຸມສະໄຫມສາມັນເທື່ອທີ 7 ຂອງສະ ພາແຫ່ງຊາດຊຸດທີ VII  ໂດຍໄດ້ ຢືນຢັນເຖິງມາດຕະການດັ່ງ ກ່າວນັ້ນ ຈະສາມາດ ຫລຸດຜ່ອນການແອອັດ ໃນໂຕເມືອງໃຫຍ່ໄດ້ຫລາຍສົມຄວນ. ທ່ານ ດຣ ບຸນຈັນ ສິນທະວົງ ຍົກໃຫ້ເຫັນ ເຖິງສາເຫດຕົ້ນຕໍ່ທີ່
ພາໃຫ້ເກີດສະພາບການສັນຈອນແອອັດ ຕົ້ນຕໍແມ່ນມາຈາກການເພີ່ມຂຶ້ນ ຂອງພາຫະນະຢ່າງໄວວາ ສະ ເລ່ຍ 15%/ປີ ຈອດ ລົດຊະຊາຍ ຕາມແຄມທາງ, ບໍ່ມີລະບົບຂົນ ສົ່ງສາທາລະນະທີ່ດີ, ການຄຸ້ມຄອງຈະລາຈອນຂອງເຈົ້າຫນ້າທີ່ບໍ່ເປັນລະບົບຄົບ ຊຸດ ແລະ ສະ ຕິຕໍ່ລະບຽບກົດຫມາຍຂອງຜູ້ໃຊ້ ລົດໃຊ້ຖະຫນົນບໍ່ທັນສູງ. ຢ່າງ ໃດກໍຕາມຈາກການສຶກສາດ້ານຂໍ້ມູນຂອງນັກ ວິຊາການ ແລະ ຊ່ຽວຊານບອກວ່າ : ສະພາບ ຄວາມແອອັດຂອງການສັນ ຈອນໃນໂຕເມືອງ ໂດຍສະເພາະ ໃນນະຄອນ ຫລວງວຽງຈັນນັບມື້ຈະເພີ່ມຂຶ້ນ, ສະນັ້ນ, ມາດຕະການແກ້ໄຂຈະຕ້ອງດຳເນີນ ຢ່າງເປັນລະບົບຄົບຊຸດ ແລະ ຍາວນານ ເຊັ່ນ : ການລົງທຶນສ້າງລະບົບຂົນສົ່ງສາທາລະນະ, ສ້າງໃຫ້ມີເສັ້ນທາງຕ່າງລະດັບຢູ່ 4 ແຍກທີ່ມີລົດແອອັດ, ເປີດກວ້າງການລ້ຽວ ຂວາຕາມຈຸດສາມແຍກ-ສີ່ແຍກ, ຄວບຄຸມການປຸກສ້າງໃຫ້ເປັນໄປຕາມລະບົບຜັງເມືອງ, ຈັດຕັ້ງສູນຄວບຄຸມລະບົບຈະ ລາຈອນໃຫ້ສາມາດສັ່ງການໄດ້ ແລະ ບັນຫາສຳຄັນອີກຕ້ອງແກ້ໄຂນະໂຍບາຍ ຈຳກັດການນຳເຂົ້າລົດໃຫ້ເໝາະສົມ.
        ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນ ສົ່ງຍັງຊີ້ໃຫ້ເຫັນຕື່ມວ່າ : ມາດ ຕະການແກ້ໄຂໄລະຍະຍາວນັ້ນ, ກະຊວງ ຍທຂ ໄດ້ເລີ່ມປະຕິບັດ ແຕ່ປີ 2005 ໂດຍການສ້າງແຜນ ຍຸດທະສາດການຂົນສົ່ງແບບຍືນ ຍົງຕໍ່ສິ່ງແວດລ້ອມ, ສ້າງ ແຜນແມ່ບົດການຂົນສົ່ງສາທາລະນະ ໃນໂຕເມືອງນະຄອນຫລວງວຽງ ຈັນປີ 2008, ຜົນຄວາມຄືບຫນ້າ ໄດ້ຮັບການຊ່ວຍ ເຫລືອລົດເມຂະຫນາດ 45 ບ່ອນນັ່ງ ຈຳນວນ 42 ຄົນ ຈາກອົງການໄຈກາ ໃນປີ 2012. ຈາກນັ້ນເຖິງປັດຈຸບັນໄດ້ ມີການ ກຽມຄວາມພ້ອມໃນການ ສ້າງໂຄງການໂຕແບບ ເພື່ອແກ້ ໄຂການສັນຈອນແອອັດແບບຍືນ ຍັງ ໃນນະຄອນຫລວງວຽງຈັນ ເຊິ່ງໄດ້ຮັບທຶນຊ່ວຍເຫລືອລ້າ ຈາກອົງການອົງການຈັດຕັ້ງສາ ກົນ ຈຳນວນ 82 ລ້ານໂດລາສະ ຫະລັດ ຫລື ປະມານ 656 ຕື້ກີບໂດຍມີເປົ້າຫມາຍຊື້ລົດເມດ່ວນ ຈຳນວນ 92 ຄັນ, ກໍ່ສ້າງ ແລະ ປັບປຸງສະຖານີຈອດລົດໃນໂຕ ເມືອງ, ປັບປຸງລະບົບ ຄຸ້ມຄອງການຈະລາຈອນແບບລວມສູນ, ປັບປຸງແຄມທາງ ແລະ ທາງ ຍ່າງໃຫ້ສະດວກປອດໄພ, ລວມທັງການຍົກລະດັບບຸກ ຄະລາກອນໃຫ້ມີຄວາມສາມາດໃນການຄຸ້ມຄອງ. ເດືອນມິຖຸນາ 2014 ລັດຖະບານໄດ້ອະນຸມັດໃຫ້ ດຳເນີນໂຄງການຢ່າງເປັນ ຮູບປະທຳ, ສົກປີ 2015-2016 ຈະດຳ ເນີນການສຳຫລວດອອກແບບຢ່າງລະອຽດພ້ອມການປະມູນຜູ້ ຮັບເຫມົາກໍ່ສ້າງ, ສົກປີ 2017- 2018 ແມ່ນໄລຍະດຳເນີນການກໍ່ສ້າງ, ຫາກໄປຕາມແຜນໂຄງການຈະສຳຫລວດໃນທ້າຍປີ ແລະ ຜົນໄດ້ຮັບ ຈາກໂຄງການ ນີຈະສາມາດແກ້ໄຂສະພາບການສັນຈອນແອອັດໃນໂຕເມືອງໄດ້ໂດຍພື້ນຖານ, ມີບັນຈ່ອນລົດ ຫລາຍຂຶ້ນ, ມີທາງຍ່າງສະດວກ ແລະ ໂຕເມືອງມີທັດສະນີຍະພາບທີ່ສວຍງາມຍິ່ງຂຶ້ນ.

No comments:

Post a Comment