Ad

Ad

28 July 2014

ລັດຖະມົນຕີຊ່ວຍກະຊວງອຸດສາຫະກຳ ແລະ ການຄ້າຕອບຂໍ້ຂ້ອງໃຈຂອງປະຊາຊົນ



           ໃນ​ວັນ​ທີ 23 ກໍລະກົດ ຜ່ານມານີ້, ທ່ານ ບຸນ​ມີ ມະນີ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະ ຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້້​ຊີ້​ແຈງຕໍ່​ຂ້ໍ​ຂ້ອງ​ໃຈ​ຂອງ​ປະຊາຊົນ ຜ່ານ​ໂທລະສັບ​ສາຍ​ດ່ວນ​ສະພາ​ແຫ່ງ​ຊາດ ກ່ຽວກັບ ການ​ຄຸ້ມ​ຄອງ​ຕະຫລາດ​ເຊົ້າ ແລະ ຕະ ຫລາດ​ຂົວ​ດິນ ມີ​ການ​ຂາຍ​ເຄ່ືອງ​ ​ແລະ ຮັບຝາກ​ລົດ​ຕາມ​ແຄມ​ທາງຢ່າງ​ຊະຊາຍ​ບໍ່​ເປັນ​ລະບຽບລວມທັງບັນຫາ ໂຮງ ງານ​ແປ້ງ​ມັນ​ຕົ້ນ​ລາວ-ອິນ​ໂດ​ໄຊ​ນາ ຕິດໜີ້​ປະຊາຊົນ, ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ຕ່າງປະ​    ເ​ທດຢູ່ລາວ ​ແລະ ບັນຫາ​ອື່ນໆ ວ່າ: ການ​ຄຸ້ມ​ຄອງ​ຕະຫລາດ​ເຊົ້າ ​ແລະ ຕະຫລາດ​ຂົວ​ດິນ ມີ​ການ​ຂາຍ​ເຄ່ືອງ​ຢ່າງ​ຊະຊາຍ​ ​ແລະ ການຮັ ບຝາກ​ລົດ​ຕາມ​ແຄມ​ທາງ ບໍ່​ມີ​ຄວາມ​ເປັນ​ລະບຽບຮຽບ ຮ້ອຍນັ້ນ​ເປັນຄວາມ​ຈິງ, ສະຖານ​ທີ່ຕະຫລາດ​ຕ້ອງ​ມີ​ຄົນ​ຫລາຍ​ຢູ່​ແລ້ວ ​ແລະ ຍັງ​ຢູ່​ໃນ​ເຂດ ແອອັດ ຈຶ່ງເກີດ​ມີບັນຫາ​ດັ່ງກ່າວ, ທ່ານ ບຸນ​ມີ ມະນີ​ວົງ ​ໄດ້​ອະທິບາຍ​ຕື່ມ ວ່າ: ກະຊວງ​ອຸດສາຫະກຳ​ ​ແລະ ການ​ຄ້າ ​ເຮັດ ພາລະ​ບົດບາດ​ຄຸ້ມ​ຄອງ​ມະຫາ​ພາກຕາມ​ລະບຽບ ກົດໝາຍ ​ແລະ ນິຕິ​ກຳ​ຕ່າງໆ, ສ່ວນ​ການຄຸ້ມຄອງ​ການ​ຄ້າຂາຍ​ຢູ່ໃນ​ຕະ ຫລາດ​ຕົວ​ຈິງ​ນັ້ນ ​ໄດ້​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ໃຫ້ການ​ຄ້ານະ ຄອນຫລວງ, ​ແຂວງ ​ແລະ ​ເມືອງ​ເປັນ​ຜູ້​ກວດກາຄຸ້ມ​ຄອງ ຈັດ​ສັນ​ຕົວ​ຈິງ, ​ໃນ​ນັ້ນ​ຜູ້​ທີ່ຮັບຜິດ​ຊອບ​ແທ້​ໆແມ່ນຜູ້​ຈັດ​ສັນ​ຕະຫລາດ​ ເຊິ່ງ​ແຕ່​ລະ​ມື້​ຕ້ອງ​ໄດ້​ລົງ​ກວດກາ​ຄວາມ​ເປັນ​ລະບຽບຂອງ​ຕະ ຫລາດ ​ໂດຍ​ສະ​ເພາະ​ພໍ່ຄ້າ,​
ແມ່​ຄ້າຂາຍ​ເຄື່ອງ​ຖືກຕ້ອງຕາມ​ການ ຈັດ​ສັນ​ຂອງ​ຕະຫລາດ​ແລ້ວຫລື ບໍ່, ສຳ​ລັບ​​ການ​ຈອດ​ລົດ ​ກໍ​ໄດ້​ມີ​ລະບຽບ ກົດໝາຍອອກ​ມາ​ແລ້ວ ວ່​າ ທາງ​ຄູ່ ຫລື ທາງ​ຄີກ​, ເສັ້ນ ທາງ​ໃດ​ຈອດ​ໄດ້, ຈອດ​ບໍ່​ໄດ້, ສະ​ນັ້ນ​ຈຶ່ງຂໍຮຽກຮ້ອງມາ​ຍັງ​ຜູ້​ໃຊ້​ລົດ, ​ໃຊ້​ຖະໜົນ, ຊາວ​ຄ້າຂາຍ ​ໃຫ້​ຕື່ນ​ຕົວປະຕິບັດ​ຕາມ​ລະບຽບ ກົດໝາຍຄຸ້ມຄອງ​ຕະຫລາດ​ທີ່​ກຳ ນົດ​ໄວ້. ​
      ບັນຫາ​ເລື່ອງໂຮງງານ​ແປ້ງ​ມັນ​ຕົ້ນ ບໍລິສັດ ລາວ ອິນ​ໂດ​ໄຊ​ນາ, ຂ້າພະ​ເຈົ້າ​ໄດ້​ເຫັນ​ດີ​ຕໍ່​ຄຳ​ຊີ້​ແຈງ​ຂອງ​ຜູ້​ວ່າການທະນາຄານ​ກາງ ຕໍ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ທີ່ຈະ​ສົມທົບ​ກັບບໍລິສັດດັ່ງ ກ່າວ ​ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ ແລະ ກະຊວງ​ອຸດສາ​ຫະກຳ ​ແລະ ການ​ຄ້າ ກໍ​ຈະພົວພັນ​ກັບ​ພາກ ສ່ວນ​ທີ່​ກ່ຽວຂ້ອງຕື່ມອີກ. ພັກ​- ລັດ​ ຍາ​ມ​ໃດກໍ​ມີ​ຈຸດປະສົງ​ເພື່ອ​ແກ້​ໄຂ​ບັນຫາຄວາມທຸກ​ຍາກ ຂອງ​ປະຊາຊົນ ​ແຕ່​ຍ້ອນບໍລິສັດ ດັ່ງກ່າວຂາດທຶນໝູນວຽນເນື່ອງ​ຈາກຂະຫຍາຍ​ສາຂາ​​​ໃໝ່​ເຮັດ​ໃຫ້ທຶນ​ທີ່​ຈະນຳມາ​ດຳ​ເນີນ​ທຸລະ​ກິດ​ບໍ່ພຽງພໍທີ່​ຈະຊື້ວັດ​ຖຸ​ດິບນຳ ປະຊາຊົນກໍ​ເລີຍ​ເກີດ​ມີ​ບັນຫານີ້​ຂຶ້ນ.​
   ລັດຖະມົນຕີ​ຊ່ວຍວ່າ ການກະຊວງ​ອຸດສາ​ຫະກຳ ​ແລະ ການ​ຄ້າ ຍັງ​ອະທິບາຍ​ຕື່ມ​ອີກ​ວ່າ: ຕໍ່​​ບັນຫາ​ຄົນ​ຕ່າງ​ປະ​ເທດ​ທີ່​ຈະ​​ມາ​ດຳ​ເນີນ​ທຸລະ​ກິດຢູ່​ລາວ ຕ້ອງ​ມີ​ທຶນ​ຈົດ​ທະບຽນ​​ 100.000 ໂດ​ລາ​ສະຫະລັດຂຶ້ນ​ໄປ, ຖ້າ​ບໍ່​ມີ​ທຶນ​ກໍບໍ່​ສາມາດ​ຈົດທະບຽນ​ໄດ້. ການ​ແກ້​ໄຂ​​ບັນຫາ​ນີ້ ​ແມ່ນ​ມີ​ຄະນະ​ຮັບຜິດຊອບ​​ຢູ່​ຂັ້ນແຂວງ ແລະ ຂັ້ນ​ເມືອງ​ແລ້ວ, ​ແຕ່ລະ​ແຂວງແຕ່ລະ​ເມືອງ​ກໍ​ໄດ້​ກວດ ກາ ຈັດ​ສັນ​ເພື່ອ​​ຫັນ​ເອົາ​ຄົນ​ຕ່າງ​ປະ​ເທດທີ່​ມາ​ທຳ​ມາ​ຫາ​ກິນ​ຢູ່​ລາວເຂົ້າ​ສູ່​ລະບຽບກົດໝາຍ. ຕໍ່​ບັນຫາ​ດັ່ງກ່າວ, ຂະ​ແໜງອຸດສາ ຫະ ກຳ ​ແລະ ການ​ຄ້າ ​ຕ້ອງ​ໄດ້​ປະຕິບັດ​ຮ່ວມ​ກັບຄະນະ​ກຳມະ ການ​ດັ່ງກ່າວ​ຢູ່​ຂັ້ນ​ສູນ​ກາງ ກໍ​ຄື ຂັ້ນ​ທ້ອງ​ຖິ່ນ ​ເຊິ່ງ​ເຈົ້າໜ້າທີ່ ກວດ ກາ​ການ​ຄ້າ (ກົມ​ການ​ຄ້າ​ພາຍ​ໃນ)​ ກໍ​ຢູ່ໃນ​ຄະນະ​ດັ່ງ​ກ່າວ, ສ່ວນ​ເຈົ້າໜ້າທີ່​ທະບຽນວິ​ສາ​ຫະ ກິດແມ່ນ​ກວດກາ​ວ່າວິ​ສາ​ຫະກິດ​ດັ່ງກ່າວ ມີ​ໃບ​ທະບຽນວິ​ສາ​ຫະ ກິດ​ແທ້​ບໍ່ ຈາກ​ນັ້ນ ຈຶ່ງ​ປະຕິບັດ​ຕາມບົດ​ບັນຍັດ​ຂອງ​ກົດໝາຍວ່າ​ດ້ວຍ​ວິ​ສາ​ຫະກິດນຳ​ໃຊ້​ເປັນ​ເຄື່ອງມື​ໃນ​ການ​ກວດກາ​ເພື່ອ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ.
        ບັນຫາ​ກ່ຽວກັບ​ກຸ່ມ​ບໍລິສັດ​ຊີມັງ​ຫລວງ​ພະ​ບາງ ສະ​ເໜີລັດ ຖະບານ​ກ່ຽວກັບ​ການ​ສັ່ງ​ໂຈະ ການ​ຂຸດ​ຄົ້ນ​ບໍ່​ຖ່ານ​ຫີນ ຂອງ​ບໍລິ ສັດ 667 ຂອງຫວຽດນາມຢູ່​ແຂວງ​ຫົວພັນ ພາ​ໃຫ້​ໂຮງງານ​ຊີມັງຢູ່​ຫລວງ​ພະ​ບາງ​ບໍ່​ມີ​ຖ່ານ​ຫີນ​ຈະ​ມາ​ປ້ອນ​ໂຮງງານ​ນັ້ນ, ກະຊວງ​ອຸສາ​ຫະກຳ ​ແລະ ​ການ​ຄ້າ ຈະ​ໄດ້​ປະສານ​ສົມທົບ​ກັບກະຊວງພະລັງງານ ​ແລະ ບໍ່​ແຮ່ ເພ່ືອພ້ອມ​ກັນ​ແກ້​ໄຂບັນຫາດັ່ງ ກ່າວ ສ່ວນວ່າ​ການ​ສັ່ງ​ໂຈະ​​ການ​ຂຸດ​ຄົ້ນ​ບໍ່​ຖ່ານ​ຫີນຢູ່​ແຂວງ​ຫົວພັນ​ນັ້ນ, ລັດຖະບານ​ເປັນ​ຜູ້​ສັ່ງ​ໂຈະ ແລະ  ​ລັດຖະມົນຕີກະ ຊວງ​ພະລັງງານ ​ແລະ ບໍ່​ແຮ່ກໍ​ໄດ້​ຊີ້​ແຈງ​ຕໍ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ແລ້ວ.
   ກ່ຽວກັບ​ບັນຫາ​ທີ່​ປະຊາຊົນ ແຂວງ​ວຽງຈັນ​ສະ​ເໜີວ່າ ​ເປັນຫ​ຍັງ​ກະຊວງ​ອຸດສາ​ຫະກຳ ​ແລະ ການ​ຄ້າ ມີອະ​ພິສິດ​ຜູ້ດຽວຕົກ ລົງ​ໃຫ້​ບໍລິສັດ​ໄປ​ຂຸດ​ຄົ້ນ​ໄມ​້ຢູ່​ປ່າ​ສະຫງວນ​ແຫ່ງ​ຊາດ​ນັ້ນ ​ແມ່ນ​ບໍ່​ເປັນຄວາມ​ຈິງ ​ເພາະພາລະ​ບົດ ບາດ​ຂອງກະຊວງ​ອຸດສາຫະ ກຳ ​ແລະ ການ​ຄ້າ ບໍ່​ມີ​ສິດ​ອະນຸຍາດ​ໃຫ້​ບຸກຄົນ, ນິຕິບຸກຄົນ  ຫລື ບໍລິສັດ ​ໄປ​ຂຸດ​ຄົ້ນ​ໄມ້​ ບໍ່​ວ່າ​ຈະ​ເປັນ​ປ່າ​ສະຫງວນ ຫລື ບໍ່​ແມ່ນ​ປ່າ​ສະຫງວນກໍ​ຕາມ.

No comments:

Post a Comment