Ad

Ad

28 July 2014

ກອງປະຊຸມສະໄຫມສາມັນເທື່ອທີ 7 ສະພາແຫ່ງຊາດຊຸດທີ VII ອັດລົງດ້ວຍຜົນສຳເລັດຈົບງາມ



        ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ໄດ້ອັດ​ລົງ​ດ້ວຍ​ຜົນສຳ​ເລັດ ອັນຈົບງາມໃນຕອນບ່າຍ ຂອງວັນທີ 25 ກໍລະກົດນີ້ ພາຍຫລັງ ດຳເນີນມາແຕ່ວັນທີ 7 -25 ກໍລະ ກົດ 2014 ໂດຍການໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ເລຂາທິການ​ໃຫຍ່​ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ທ່ານ ທອງສິງ ທຳມະວົງ ນາຍົກ ລັດຖະມົນຕີ ແລະ ຄະນະລັດ ຖະບານ, ອະ ດີດການນຳຂັ້ນສູງ, ພ້ອມສະມາ ຊິກສະພາແຫ່ງຊາດ ແລະ ແຂກ ຖືກເຊີນ​ເຂົ້າ ຮ່ວມຢ່າງພ້ອມພຽງ.
     ທ່ານນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດ ໄດ້ກ່າວ ສູນທອນພົດປິດກອງປະຊຸມວ່າ: ກອງ​ປະຊຸມຄັ້ງນີ້, ໄດ້ດຳເນີນ ມາບົນຈິດໃຈເສີມຂະຫຍາຍປະ ຊາທິປະໄຕ ແລະ ສະຕິປັນຍາ ລວມໝູ່ ແລະ ເຊີດຊູຄວາມຮັບຜິດ ຊອບການເມືອງ ຂອງ ບັນດາສະມາຊິກສະພາ ແຫ່ງຊາດເຂົ້າໃນການພິຈາລະນາ  ແລະ ຮັບຮອງເອົາວຽກງານສຳຄັນຂອງຊາດເຊິ່ງກອງປະຊຸມ ໄດ້ພິ ຈາລະນາ ແລະ ຮັບ ຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,
ແຜນງົບປະມານແຫ່ງ ລັດໄລຍະ 9 ເດືອນ ແລະ ວຽກ ງານຈຸດສຸມທ້າຍສົກປີ 2013- 2014, ແຜນດັດແກ້ງົບປະມານ ແຫ່ງ ລັດສົກປີ 2013-2014 ແລະ ທິດທາງສົກປີ 2014-2015; ພິຈາ ລະນາ ແລະ ຮັບຮອງເອົາການສະເໜີຂອງທ່ານນາຍົກລັດ ຖະມົນຕີກ່ຽວກັບການຍົກຍ້າຍ, ແຕ່ງຕັ້ງບຸກຄະລາກອນຈຳນວນໜຶ່ງໃນຄະນະລັດຖະບານໂດຍ ໄດ້ຮັບຮອງເອົາການແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ 2 ທ່ານ ແລະ ລັດຖະ ມົນຕີວ່າການ 2 ທ່ານ, ເຫັນດີຮັບຮອງເອົາການ ຍົກຍ້າຍລັດຖະມົນຕີວ່າ ການຈຳນວນ 2 ທ່ານ ໄປຮັບໜ້າທີ່ໃໝ່; ພິຈາລະນາຮັບຮອງເອົາການ ເຄື່ອນໄຫວວຽກງານຂອງອົງ ການກວດສອບແຫ່ງ ລັດປະຈຳ ສົກປີ 2013-2014 ແລະ ທິດ ທາງແຜນການເຄື່ອນໄຫວປະ ຈຳສົກປີ 2014-2015; ພິຈາລະນາ ແລະ ຮັບຮອງ ເອົາກົດໝາຍ ຈຳນວນ 4 ສະບັບ, ໃນນັ້ນກົດ ໝາຍສ້າງໃໝ່ 2 ສະບັບ ຄື ກົດ ໝາຍ​ວ່າ​ດ້ວຍ​ການ​ຕ້ານ ແລະ ສະກັດ​ກັ້ນການ​ຟອກ​ເງິນ ແລະ ການ​ສະໜອງ​ທຶນ​ໃຫ້​ແກ່​ການ​ກໍໍ່ການຮ້າຍ ແລະ ກົດໝາຍ​ວ່າ​ດ້ວຍ​ການ​ກວດ​ສອບ​ເອກະ ລາດ; ກົດໝາຍ ປັບປຸງ 2 ສະ ບັບ ຄື: ກົດໝາຍວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ ແລະ ກົດໝາຍ​ວ່າ ດ້ວຍ ມາດຖານ. ພ້ອມນີ້, ກອງປະຊຸມ ຍັງ ໄດ້ປະກອບຄຳເຫັນຕໍ່ບົດ ລາຍງານກ່ຽວກັບການຈັດສັນ 3 ປ່າຄື: ປ່າປ້ອງກັນ, ປ່າສະ ຫງວນ ແລະ ປ່າຜະລິດ; ພິຈາ ລະນາ ແລະ ຮັບຮອງເອົາບົດ ລາຍງານຂອງອົງການໄອຍະ ການປະຊາຊົນສູງສຸດ ແລະ ບົດ ລາຍງານຂອງສານປະຊາຊົນ ສູງສຸດກ່ຽວ ກັບການເຄື່ອນໄຫວ ວຽກງານສົກປີ 2013-2014 ແລະ ແຜນວຽກສົກປີ 2014- 2015; ບົດ​ລາຍ​ງານການ​ເຄື່ອນ​ໄຫວວຽກ ງານ​ຂອງ​ສະພາ​ແຫ່ງ​ຊາດປະຈຳ​ສົກ​ປີ 2013-2014 ແລະ ​ທິດທາງແຜນການປະຈຳ​ສົກປີ 2014-2015. ນອກຈາກນີ້, ກອງ ປະຊຸມຍັງໄດ້ສະເໜີໃຫ້ ອົງການກວດສອບແຫ່ງລັດເພີ່ມທະວີການສຶກສາອົບຮົມແນວຄິດ ການເມືອງໃນຖັນແຖວພະນັກ ງານລັດຖະກອນມີຄຸນທາດການເມືອງ, ມີຈັນຍາບັນວິຊາຊີບໜັກ ແໜ້ນ, ສ້າງຄວາມເຂັ້ມແຂງ ດ້ານວິຊາການໃຫ້ແກ່ນັກກວດ ສອບໃຫ້ມີຄຸນນະພາບ, ມີຄວາມ ຮູ້, ຄວາມສາມາດ ແລະ ເປັນ ແບບຢ່າງນຳໜ້າໃນການປະຕິ ບັດລະບຽບກົດໝາຍ; ສືບຕໍ່ ປັບປຸງນິຕິກຳເປັນຕົ້ນແມ່ນມາດຕະການກວດສອບ, ມາດຕະຖານ ນັກກວດສອບ, ກົນໄກການປະ ສານງານລະຫວ່າງອົງການ ກວດສອບແຫ່ງລັດ ແລະ ອົງ ການອື່ນໆທີ່ກ່ຽວຂ້ອງເພື່ອແກ້ ໄຂຜົນການກວດສອບໃຫ້ມີ ຄວາມຄືບໜ້າ, ປະກອບສ່ວນ ສະກັດກັ້ນບັນດາປາກົດການຫຍໍ້ທໍ້ຢູ່ໃນກົງຈັກຂອງລັດໃຫ້ຫລຸດໜ້ອຍຖອຍລົງຢ່າງຕໍ່ເນື່ອງ; ສະເໜີໃຫ້ຄະນະປະຈຳສະ ພາແຫ່ງຊາດຈົ່ງເພີ່ມທະວີການຊີ້ນຳ-ນຳພາ ແລະ ປັບປຸງຄຸນນະພາບການເຄື່ອນໄຫວວຽກງານຂອງກົງຈັກເສນາທິການຂອງ ຕົນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ບັນຫາສຳຄັນອື່ນໆອີກຈຳນວນໜຶ່ງ.

No comments:

Post a Comment