Ad

Ad

29 July 2014

ທ້າຍອາທິດຜ່ານມາຢູ່ນະຄອນຫຼວງວຽງຈັນມີເຫດຄາດຕະກຳເກີດຂຶ້ນ 3 ເລື່ອງ

         ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນທ້າຍ ອາທິດຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນ ໄດ້ມີເຫດການ ຄາດຕະກຳເກີດຂຶ້ນ 3 ເລື່ອງຄື: ໃນຕອນເຊົ້າວັນທີ 25 ກໍລະກົດນີ້ ມີຄົນຮ້າຍໄດ້ໄປປຸ້ນຊັບຄອບຄົວໜຶ່ງທີ່ນອນຍາມຕະຫຼາດ ສວນມອນ ຢູ່ບ້ານສວນມອນ ເມືອງ ສີສັດຕະນາກນະຄອນຫຼວງວຽງຈັນ, ເຮັດໃຫ້ຜູ້ເປັນເມຍໄດ້ເສຍຊີວິດ ສ່ວນສາມີ ແລະ ລູກສາວອີກສອງຄົນໄດ້ຮັບບາດເຈັບສາຫັດ, ຜ່ານການສືສວນ-ສອບສວນກຸ່ມຄົນຮ້າຍໄດ້ໃຊ້ຂອງແຂງເປັນເຫຼັກ ແລະ ສາກ ທຸບຕີຄອບຄົວດັ່ງກ່າວກ່ອນຈະລົງມືຊີງຊັບ, ຊຶ່ງປັດຈຸບັນເຈົ້າໜ້າທີ່ ເລັ່ງຕິດຕາມຕົວຜູ້ກະທຳຜິດມາດຳເນີນຄະດີ, ຕໍ່ມາຕອນ ເຊົ້າຂອງວັນທີ 26 ກໍລະກົດນີ້, ໄດ້ເກີດເຫດຍິງກັນຢູ່ເສັ້ນທາງບ້ານຫາຍໂສກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຮັດໃຫ້ຊາຍຜູ້ໜຶ່ງອາຍຸປະມານ 30 ກວ່າ ປີເສຍຊີວິດຢູ່ແຄມເສັ້ນທາງດັ່ງກ່າວ. ຜ່ານການສືບສວນ-ສອບສວນປະຊາຊົນເຂດ ໃກ້ຄຽງໃຫ້ຮູ້ວ່າ: ຊາຍທີ່ເສຍຊີວິດມີອາການທາງປະສາດ ແລະ ກ່ອນເກີດເຫດຜູ້ກ່ຽວແມ່ນໄດ້ເຂົ້າໄປອາລະວາດເຮືອນປະຊາ ຊົນຜູ້ໜຶ່ງຢູ່ເຂດບ້ານສວນມອນ ແລະ ຖືກອຳນາດການປົກຄອງກັກຕົວ, ຕໍ່ມາຜູ້ກ່ຽວກໍໄດ້ໃຊ້ມີດໄປໄລ່ແທງຜູ້ທີ່ຂັບລົດໄປ
ມາຕາມແຄມທາງ ແລະ ພໍດີມາຖືກກຸ່ມໄວໜຸ່ມຂີ່ລົດໃຫຍ່ມາ ແລະ ບໍ່ພໍໃຈຈຶ່ງໄດ້ໃຊ້ປືນຍິງຜູ້ກ່ຽວເສຍຊີວິດ, ປັດຈຸບັນເຈົ້າ ໜ້າທີ່ເລັ່ງສືບສວນ-ສອບສວນສາເຫດຂອງການຄາດຕະກຳດັ່ງກ່າວ ແລະ ໃນວັນທີ 27 ກໍລະກົດນີ້, ເຈົ້າໜ້າທີ່ສືບສວນ- ສອບສວນນະຄອນຫຼວງວຽງຈັນໄດ້ລົງໄປເມືອງປາກງຶ່ມພາຍຫຼັງຮັບແຈ້ງມີຄົນເສຍຊີວິດຢູ່ແຄມທາງບ້ານນາຊອນເມືອງດັ່ງກ່າວ ໂດຍພົບເຫັນຜູ້ເສຍຊີວິດເປັນຊາຍອາຍຸປະມານ 30 ກວ່າປີ, ນຸ່ງໂສ້ງຂາຍາວ ໃສ່ເສື້ອຍືດ ແລະ ຜ່ານການກວດກາສະພາບສົບ ພົບວ່າຜູ້ກ່ຽວຖືກຄົນຮ້າຍເອົາເຊືອກຮັດຄໍຈົນເສຍຊີວິດ, ຊຶ່ງຄາດວ່າ:  ອາດແມ່ນການຄາດຕະກຳ ແລະ ປັດຈຸບັນກຳລັງເຈົ້າ ໜ້າ ທີ່ ປກສ ນະຄອນຫຼວງວຽງຈັນພວມເລັ່ງຕິດຕາມຕົວຄົນຮ້າຍມາດຳເນີນຄະດີ.

No comments:

Post a Comment