Ad

Ad

29 July 2014

ລະວັງໄຂ້ເລືອດອອກມີຜູ້ຕິດເຊື້ອຫຼາຍກວ່າ 1000 ຄົນແລ້ວ



     ວັນທີ 28 ກໍລະກົດນີ້ໜ່ວຍ ງານເຝົ້າລະວັງການລະບາດ ຂອງພະຍາດ, ກະ ຊວງສາທາລະນະສຸກໃຫ້ຮູ້ວ່າ: ນັບແຕ່ ເດືອນ ທັນວາປີ 2013 ມາຮອດທ້າຍ ເດືອນກໍລະກົດ 2014 ນີ້ ຢູ່ ທົ່ວປະເທດມີຜູ້ຕິດເຊື້ອໄຂເລືອດ ອອກແລ້ວຫຼາຍ ກວ່າ 1 ພັນ ຄົນ, ແຕ່ຍັງບໍ່ມີຜູ້ເສຍຊີວິດ, ໃນນີ້ ແຂວງທີ່ມີການຕິດເຊື້ອຫຼາຍ ກວ່າ ໝູ່ແມ່ນ: ສາລະວັນມີ 260 ກວ່າກໍລະນີ, ອັດຕະປື ມີ 120 ກວ່າກໍລະນີ, ເຊກອງມີ 120 ກວ່າກໍລະນີ, ແຂວງວຽງຈັນ ມີ 100 ກວ່າກໍລະນີ, ນະຄອນຫຼວງ ວຽງຈັນມີ 99 ກໍລະນີ, ຈຳປາ ສັກມີ 60 ກວ່າກໍລະນີ, ອຸດົມໄຊ ມີ 40 ກວ່າກໍລະນີ, ຄຳມ່ວນມີ 29 ກໍລະນີ, ບໍລິຄຳໄຊມີ 19 ກໍລະນີ, ໄຊຍະບູລີມີ 13 ກໍລະນີ, ຫຼວງນ້ຳທາມີ 8 ກໍລະນີ, ສ່ວນແຂວງ ອື່ນໆມີຈຳນວນຜູ້ຕິດເຊື້ອພຽງ ເລັກໜ້ອຍ ແລະ ບາງແຂວງ ແມ່ນຍັງບໍ່ທັນ ມີການລາຍງານພົບກໍລະນີຜູ້ຕິດເຊື້ອພະຍາດດັ່ງກ່າວ, ແຕ່ເຫັນວ່າຈຳນວນຜູ້ຕິດເຊື້ອມີລັກຊະນະເພີ່ມຂຶ້ນ,
ດັ່ງນັ້ນເພື່ອເປັນ ການສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວບໍ່ໃຫ້ແຜ່ລະບາດອອກສູ່ວົງກວ້າງນັ້ນ, ກະຊວງສາທາລະນະສຸກ ຈຶ່ງໄດ້ຮຽກຮ້ອງໃຫ້ປະຊາຊົນເປັນເຈົ້າການໃນການທຳລາຍແຫຼ່ງເພາະພັນຂອງຍຸງລາຍ, ໂດຍສະເພາະແມ່ນປະຕິບັດຕາມ ຄຳຂວັນ 5 ປ ທີ່ປະ ຊວງສາທາລະນະສຸກວາງອອກໃຫ້ເຂັ້ມງວດ ຄື ປ 1 ປິດຝາພາຊະນະທີ່ມີນ້ຳໃນເຮືອນ ແລະ ນອກ ເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ ໃສ່, ປ 2  ປ່ຽນນ້ຳ ແລະ ຜັດຖູພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້ເຢັນ, ຖ້ານຮອງຈອກ ນ້ຳ, ປ 3 ປ່ອຍປາຫາງນົກ ຍຸງເພື່ອກິນໜອນນ້ຳຍຸງລາຍ, ປ 4 ປັບປຸງບໍ່ໃຫ້ມີນ້ຳຄ້າງຂັງກະໂປະ, ກະປ໋ອງ, ຮາງລິນ, ຢາງ ຕີນລົດເກົ່າ ແລະ ປ 5 ປະຕິບັດ ເປັນປະຈຳທຸກອາທິດ ແລະ ຖ້າ ເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍຫຼືສຸກສາລາໃກ້ບ້ານ. ພຽງເທົ່ານີ້ທ່ານກໍຈະເປັນຜູ້ໜຶ່ງທີ່ມີສ່ວນ ຮ່ວມໃນການສະກັດກັ້ນໄຂ້ເລືອດອອກ.

No comments:

Post a Comment