Ad

Ad

29 July 2014

ອຸຕຸນິຍົມ​ແຂວງ​ຄຳ​ມ່ວນຍັງ​ຕິດຕາມລະດັບ​ນ້ຳ​ເຊ, ນ້ຳຂອງຢ່າງໃກ້ຊິດ



     ພາຍຫລັງ​ທີ່​ມີແຈ້ງ​ເຕືອນ​ກ່ຽວ​ກັບ​ພາຍຸຣາມມະ​ສູນພັດ​ເຂົ້າ​ພາກ​ເໜືອ ​ແລະ ພາກ​ກາງຂອງ​ລາວ​ລະຫວ່າງ​ວັນ​ທີ 18-22 ກໍລະກົດຜ່ານ​ມາ​ນີ້, ຂະ​​ແໜງ​ອຸຕຸ ນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ແຂວງ​ຄຳມ່ວນຍັງ​ຕິດຕາມ​ສະພາບ​ດັ່ງ ກ່າວ​ຢ່າງ​ໃກ້ຊິດ​ເພື່ອ​ຫລີກ​ລ້ຽງ ຄວາມ​ເສຍ​ຫາຍ​ທີ່​ຈະ​ເກີດ​ຂື້ນ​ທາງ​ດ້ານ​ຊີວິດ ​ແລະ ຊັບ​ສິນ​ຂອງ​ປະຊາ ຊົນ​ທີ່​ອາ​ໃສ​ຢູ່​ເລາະ​ລຽບ​ຕາມ​ແມ່​ນ້ຳຂອງ ​ແລະ ສາ ຂາ​ຕ່າງໆ.
     ທ່ານ ນາງ ​ເທບ​ສຸດາ ບຸນ​ຊະນະ ຮອງ​ຫົວໜ້າ​ຂະ​ແໜງ​ອຸຕຸ ນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ແຂວງ​ຄຳ​ມ່ວນ ໄດ້​ໃຫ້​ຮູ້​ວ່າ: ນັບ​​ແຕ່ ເຂດ​ເມືອງ​ເຊ​ບັ້ງ​ໄຟ​ລົງ​ໄປ​ຮອດ​ເມືອງ​ໝອງ​ບົກ ​ໄດ້​ມີ​ຫລາ​ວັດ​ແທກ​ລະດັບ​ນ້ຳ 3 ສະຖານີ​ຄື: ບ້ານ​ໄຮ່ ເມືອງ​ຍົມ​ມະ​ລາດ, ບ້ານ​ໂພ​ວາ ​ເມືອງ​ມະຫາ​​ໄຊ ​ແລະ ບ້ານ​ຂົວ​ເຊ ​ເມືອງ​ເຊ​ບັ້ງ​ໄຟ, ສະ ຖານີ​ວັດ​ແທກ​ທັງ​ສາມ​ຈຸດ​ນີ້, ​ໄດ້​ຕິດຕາມ​ລະດັບ​ນ້ຳ​ເຊ​ບັ້ງ​ໄຟ​ທຸກໆ​ເຊົ້າ-​ແລງ ທັງ​ລະ​ດູ​ຝົນ ແລະ ລະ ດູ​ແລ້ງ​ເປັນ​ປະຈຳ ພ້ອມ​ທັງ​ລາຍ​ງານ​ໃຫ້​ອຸຕຸນິຍົມ-ອຸ​ທົກ​ກະສາ​ດ ສູນ​ກາງ, ແຂວງ, ສະຖານີ​ວິທະຍຸ ​ແລະ ​ໂທລະພາບ​ຮັບ​ຊາບ​ເປັນ​ປະ ຈຳ. ໂດຍ​ອີງ​ຕາມ​ການ​ແຈ້ງ
​ການ​ຂອງ​ກົມ​ອຸຕຸ​ນິຍົມ ​ແລະ ອຸ​ທົກ​ກະສາ​ດທີ່​ໄດ້​ແຈ​້ງ​​ເຕືອນ​ກ່ຽວ​ກັບ​ພາຍຸຣາມມະ​ສູນທີ່​ຄາດວ່າ​ຈະ​ພັດ​ເຂົ້າ​ມາລາ​ວ​ໃນ​ວັນ​ທີ 18- 22 ກໍລະກົດ ທີ່​ຜ່ານ​ມາ​ນັ້ນ ຈະ​ເຮັດ​​ໃຫ້​ເກີດ​ມີ​ຝົນຕົກ​ປານ​ກາງ ຫາ​ຕົກ​ໜັກ ​ແລະ ມີ​ລົມ​ແຮງຢູ່​ພາກ​ເໜືອ ​ແລະ ພາກ​ກາງຂອງ​ລາວ ​ແຕ່​ເມື່ອ​ພາຍຸ​ຫົວ​ດັ່ງກ່າວ​ພັດ​ຮອດ​ປະ​ເທດ​ຫວຽດນາມ ກໍ​ໄດ້​ສະຫລາຍ​ຕົວ​ເປັນ​ລົມ​ມໍ​ລະ​ສຸມ ​ແລະ ​ໄດ້​ມີ​ຝົນຕົກ​ທຳ​ມະ​ດາ ​ເຊິ່ງບໍ່​ໄດ້​ນຳ​ຜົນ​ເສຍ​ຫາຍ​ຫຍັງ​ຕ​ໍ່​ແຂວງ​ຄຳ​ມ່ວນ. ສຳລັບ​ເມືອງ​ທ່າ​ແຂກປະລິມານ​ນ້ຳ​ຝົນ​ໃນ​ໄລ ຍະ​ພາຍຸ​ເຂົ້າ​ມີ​ປະລິມານ 46,2 ມີ​ລີ​ແມັດ, ລະດັບ​ນ້ຳຂອງ​ວັນ​ທີ 22/7/2014 ວັດ​ແທກ​ໄດ້ 9,30 ແມັດ, ວັນ​ທີ 23/7/2014 ວັດ​ແທກ​ໄດ້ 9,09, ​ປະລິມານ​ນ້ຳ​ຝົນ 5,7 ມີ​ລີແມັດ, ວັນ​ທີ 24/7/2014 ວັດ​ແທກ​ໄດ້ 8,84 ແມັດ, ປະ ລິມານ​ນ້ຳ​ຝົນ 14,6 ມີ​ລີ​ແມັດ ແລະ ​ເຫັນ​ໄດ້​ວ່າ​​ໃນ​ໄລຍະ​ນີ້​ລະ ດັບ​ນ້ຳຂອງ​ໄດ້​ຫລຸດ​ລົງ​ແລ້ວ​ຖ້າ​ທຽບ​ໃສ່​ສອງ​ສາມ​ວັນ​ທີ່​ຜ່ານ​ມາ.

No comments:

Post a Comment