Ad

Ad

29 July 2014

ຄະນະຜູ້ແທນລາວສຳ​ເລັດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດອາຊຽນ-ອີ​ຢູ ຄັ້ງ​ທີ 20 ຢູ່ແບນຊິກ



      ​ໂດຍ​ອີງ​ຕາມ​ການ​ມອບ​ໝາຍ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະ ມົນຕີ, ລັດຖະ ມົນຕີ​ວ່າການ​ກະຊວງ​ການ​ຕ່າງ ປະ​ເທດ, ທ່ານ​ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະ ຊວງ​ການ​ຕ່າງປະ​ເທດ ທັງ​ເປັນ​ຫົວໜ້າ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ອາ​ຊຽນຂອງ ສປປ ລາວ ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ລາວ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດ ຖະມົນຕີ​ການ​ຕ່າງປ​ະ​ເທດ​ອາ​ຊຽນ-ອີ​ຢູ ຄັ້ງ​ທີ 20 ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກໍລະກົດ 2014 ທີ່​ບຣຸກ​ແຊ​ນ, ປະ​ເທດ​ແບນ​ຊິກ.
     ກອງ​ປະຊຸມ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ຂອງ​ການ​ພົວພັນ​ຮ່ວມ​ມື ອາ​ຊຽນ-ອີ​ຢູ ຕະຫລອດ​ໄລຍະ 37 ປີ ຜ່ານ​ມາ( 1977- 2014) ຊຶ່ງ​ມີ​ຫລາຍ​ຂະ​ແໜງ​ການ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ໜ້າ​ເພິ່ງ​ພໍ​ໃຈ ເປັນ​ຕົ້ນ​ແມ່ນ​ດ້ານ​ການ​ຄ້າ ຊຶ່ງ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ບັນລຸ​ໄດ້​ເຖິງ 242,6 ຕື້​ໂດ​ລາ​ສະຫະລັດ ​ໃນ​ປີ 2012 ອັນ​ໄດ້ເຮັດ​ໃຫ້​ອີ​ຢູ ກາຍ​ເປ​ັນຄູ່​ຄ້າ​ໃຫຍ່​ອັນ​ດັບ 3 ຂອງ​ອາ​ຊຽນ ໃນ​
ຂະນະ​ທີ່​ອາ​ຊຽນກໍ​ເປັນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ສາມ​ຂອງ​ອີ​ຢູ​ເຊັ່ນ​ດຽວ​ກັນ. ນອກຈາກ​ນັ້ນ, ກອງ​ປະຊຸມ​ໄດ້​ຕີ​ລາຄາ​ຄືນ​ກ່ຽວ​ກັບ​ການ ຈັດ​ຕັ້ງ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຕ່າງໆ ລະຫວ່າງອາ​ຊຽນ ແລະ ອີ​ຢູ ໂດຍ​ສະ​ເພາະ​ແມ່ນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ປະຕິບັດ​ງານ ບັນດາສິຣິເບ​ກາ​ວັນ (2013-2017) ຊຶ່ງ​ເຫັນ​ວ່າ​ມີ​ຄວາມ​ຄືບ​ໜ້າ​ໃນ​ຫລາຍ​ດ້ານ​ເປັນ​ຕົ້ນ​ແມ່ນ​ດ້ານ​ການ​ສຶກສາ, ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ການ​ຄ້າ-ການ​ລົງ​ທຶນ, ການບິນ, ການ​ເຊື່ອມ​ຈອດ ແລະ ອື່ນໆ. ພ້ອມ​ກັນ​ນີ້, ບັນດາ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ແລະ ອີ​ຢູ ໄດ​້ຢ້ຳຄືນ​ຄຳ​ໝາຍ​ໝັ້ນ​ຂອງ​ຕົນ ທີ່​ຈະ​ສືບຕໍ່​ຮັດ​ແໜ້ນ​ການ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ​ເຊັ່ນ: ​ການ​ເຊື່ອມ​ຈອດ, ຄວາມ​ໝັ້ນຄົງ​ທາງ​ທະ​ເລ, ການ​ສົ່ງ​ເສີມ​ສິດທິ​ມະນຸດ, ການ​ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ອາຊະ​ຍາ​ກຳ​ຂ້າມ​ຊາດ, ການ​ພັດ​ທະ​ນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ​ ກາງ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ແລະ ອື່ນໆ.
     ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ປະກອບສ່ວນ​ຂອງ​ອີ​ຢູ ຕໍ່​ຂະ​ບວນການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ໄລຍະ​ທີ່​ຜ່ານ​ມາ ຊຶ່ງ​ສະ​ເລ່ຍ​ແລ້ວ​ການ​ຊ່ວຍ​ເຫລືອ​ຂອງ​ອີ​ຢູຕໍ່​ອາ​ຊຽນຕົກ​ເປັນ​ມູນ​ຄ່າ 2,2 ຕື້​ເອີ​ໂຣ ນັບ​ແຕ່​ປີ 2007-2013. ພ້ອມ​ກັນ​ນີ້, ອີ​ຢູກໍ​ໄດ້​ແຈ້ງວ່າ​ຕົນ​ຈະ​ສືບຕໍ່​ປະກອບສ່ວນ​ຊ່ວຍ​ເຫລືອ​ແກ່​ອາ​ຊຽນຕົ​ກ​ເປັນ​ມູນ​ຄ່າ 170 ລ້ານ​ເອີ​ໂຣ ນັບ​ແຕ່​ປີ 2014- 2020.
     ນອກຈາກ​ນັ້ນ, ບັນດາ​ລັດຖະມົນຕີ​ການ​ຕ່າງ​ເທດອາຊຽນ ແລະ ອີ​ຢູ ກໍ​ໄດ້​ປຶກສາ​ຫາລື ແລະ ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ແລະ ສາກົນ ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ ໂດຍ​ສະ​ເພາະ​ແມ່ນ​ກ່ຽວ​ກັບ​ໂຄງ​ສ້າງ​ພາກ​ພື້ນ, ສະພາບ​ການ​ຢູ່​ອູ​ກຣາອິນ, ສະພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ ​ແລະ ​ອາ​​ຟຣິກາ​ເໜືອ, ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ສິ່ງ​ແວດ​ລ້ອມ, ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ ແລະ ສະບຽງ​ອາຫານ ແລະ ບັນຫາ​ອື່ນໆ.
     ກອງະ​ຊຸມ​ໄດ້​ຮັບ​ເອົາ​ຖະ​ແຫລ​ງການ​ປະທາ​ນຮ່ວມ​ອາ​ຊຽນ-ອີ​ຢູກ່ຽວ​ກັບ​ເຫດການ​ຖ້ຽວ​ບິນ MH17 ຂອງ​ມາ​ເລ​ເຊຍ ທີ່​ຕົກ​ຢູ່ພາກ​ຕາ​ເວັນ​ອອຂອງ​ອູ​ແກຣນໃນ​ວັນ​ທີ 17 ກໍລະກົດ 2014 ຜ່ານ​ມາ.
     ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ ປະຊຸມ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດອາຊຽນ-ອີ​ຢູ ຄັ້ງ​ນີ້, ຫົວໜ້າ ຄະ​ນະ​ຜູ້​ແທນ​ຂອງ ສປປ ລາວ ຍັງ​ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ ທ່ານ Jose Manuel Garcia Margallo, ລັດຖະມົນຕີການ​ຕ່າງປະ​ເທດ ແອັດສະປາຍ, ຊຶ່ງ​ທັງ​ສອງ​ຝ່າຍ​ກໍ​ໄດ້​ຕີ​ລາຄາ​ຄືນ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ​ເພື່ອ​ເພີ​່ມທະ ວີ​ການ​ພົວພັນ​ຮ່ວມ​ມື​ໃນ​ຂອບ​ສອງ​ຝ່າຍ ​ແລະ ຂອບ​ອາ​ຊຽນ-ອີ​ຢູ ໃນ​ອະນາຄົດ​ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວ.

No comments:

Post a Comment