Ad

Ad

29 July 2014

ວິສາຫະກິດລາວເປີດໂຕເຊື່ອມໂຍງອົງການເຄືອຂ່າຍການຄ້າສາກົນ



       ເຊົ້າວັນທີ 26 ເດືອນກໍລະກົດນີ້ ຢູ່ນະຄອນຫລວງວຽງຈັນ, ບັນດາລັດວິສາ ຫະກິດລາວ ໄດ້ເປີດພິທີເຊື່ອມໂຍງອົງການ ເຄືອຂ່າຍການຄ້າສາກົນ (BNI) Bu siness Network International  ທ່ີໄດ້ສ້າງຕັ້ງຂຶ້ນເມື່ອປີ 1985 ຢູ່ອາເມຣິກາ ເຊິ່ງ ມາຮອດ ປັດຈຸບັນມີ 57 ປະເທດໄດ້ເຂົ້າເປັນສະມາຊິກອົງການດັ່ງກ່າວ.
       ເຂົ້າຮ່ວມພິທີດັ່ງກ່າວມີກວ່າ 80 ຫົວໜ່ວຍວິສາຫະກິດ ທີ່ເຄື່ອນໄຫວໃນ ຫລາຍຂົງເຂດຂອງລາວ ແລະ ບັນດານັກທຸລະກິດ ສສ ຫວຽດນາມ ແລະ ກຳ ປູເຈຍເຂົ້າຮ່ວມເຈລະຈາ, ແລກປ່ຽນບົດຮຽນແລະປະສົບການ ຕ່າງໆກ້າວໄປສູ່ປົ້າໝາຍການຂະຫຍາຍຕົວທາງເສດຖະກິດ ການຄ້າ ແລະ ກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນໃນປີ 2015 ແລະ ເຊື່ອມໂຍງເຂົ້າກັບສາກົນຕາມເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງ ພັກ ປປ ລາວ. 

             ທ່ານ ໂຮ່ກວາງມິງ ປະ ທານອົງການເຄືອຂ່າຍການຄ້າ ສາກົນຂອງຫວຽດນາມກ່າວ ວ່າ: ຫວຽດນາມ ແລະ ລາວ ແມ່ນ 2 ປະເທດອ້າຍນ້ອງມີສາຍ ພົວພັນພິເສດ, ລັດວິສາຫະກິດ 2 ປະເທດກໍໄດ້ພົວພັນກັນຢ່າງສະໜິດແໜ້ນແລະໄດ້ຊ່ວຍ ໃຫ້ບັນດາລັດວິສາຫະກິດລາວເຂົ້າໃຈອົງການນີ້ເພື່ອເປີດກວ້າງການເຊື່ອມໂຍງຮອບດ້ານໃນຂົງເຂດວິສາຫະກິດ ແລະ ສ້າງ ກົນໄກການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນເປີດກວ້າງຕະຫລາດສູ່ພາຍນອກໃຫ້ກວ້າງຂວາງ ແລະ ມີໝາກຜົນ.

No comments:

Post a Comment