![]() |
ນາງ ສຸດທິດາ ພິລາວັນ ພ້ອມຄອບຄົວ |
ນາງ ສຸດທິດາ ພິລາວັນ, ນາງ ດວງສອນ ນວນນີວົງ
ແລະ ທ້າວ ໂດໂດ້ ລາຊະ ວົງສິງ ເປັນນັກ ຮຽນເກັ່ງສາມາດຄວ້າຫລຽນທອງລະດັບຊັ້ນມັດທະຍົມ,
ຂະແໜງວິຊາຟີຊິກສາດ ໃນການແຂ່ງຂັນ “ ໂຄງການປະດິດຄິດແຕ່ງໄວໜຸ່ມສາກົນ
2014” ທີ່ຈັດຂື້ນໃນຕົ້ນເດືອນພຶດສະພາ ທີ່ປະເທດຈໍເຈຍ, ເຊິ່ງມີນັກຮຽນເຂົ້າຮ່ວມແຂ່ງຂັນທັງໝົດ
36 ປະເທດທົ່ວໂລກ.
ນາງ ສຸດທິດາ ພິລາວັນ ນັກຮຽນຫ້ອງ ມ.4 ໂຮງຮຽນມັດທະຍົມສຶກສາສົມບູນ
ອິດສເຕີນສະຕາ ນະຄອນຫລວງວຽງຈັນ ເປັນໜຶ່ງໃນນັກຮຽນເກັ່ງທີ່ເປັນ ຕົວແທນໄປຮ່ວມການແຂ່ງຂັນວິຊາຟີຊິກສາດຢູ່ຈໍເຈຍ
ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ທີມພວກເຮົາໄດ້ເລືອກເອົາຫົວຂໍ້ເຂົ້າແຂ່ງ
ຂັນຄື “ ຮັກສາພະລັງງານດ້ວຍແກ້ວ ” ຂະແໜງວິຊາຟີຊິກສາດ ເປັນການຜະລິດອຸປະ
ກອນເຮືອນແກ້ວໃສ່ດອກໄຟໜ້ອຍແຕ່ໃຫ້ມີແສງສະຫວ່າງຫລາຍໄປວາງ ສະແດງທີ່ປະເທດຈໍເຈຍ, ທາງຄະນະກຳມະການ ຈະໃຫ້ແຕ່ລະທີມຜະລິດອຸປະກອນຂອງຕົນໄປວາງສະແດງທີ່ພົວພັນໃນ
4 ຂະແໜງວິຊາຄື: ວິຊາຟີຊິກສາດ, ເຄມີສາດ, ຊີວະສາດ ແລະ ຄະນິດ ສາດ ແລ້ວໃຫ້ແຕ່ລະທີມຂື້ນໄປອະທິບາຍຕໍ່ຫົວຂໍ້ຂອງຕົນທີ່ສົ່ງເຂົ້າແຂ່ງຂັນ.
ໂດຍທີມຂອງພວກ
ນ້ອງສາມາດຍອດໄດ້ທີສາມ ໄດ້ຮັບຫລຽນທອງ ໃນຂະແໜງວິ ຊາຟີຊິກສາດ
ເຊິ່ງມັນເປັນ ຄວາມພາກພູມໃຈອັນໜຶ່ງທີ່ສ້າງຊື່ສຽງໃຫ້ແກ່ນັກຮຽນລາວຂອງພວກເຮົາທີ່ໄປແຂ່ງຂັນໃນຄັ້ງນີ້.
ນາງ ສຸດທິດາ ກ່າວຕື່ມວ່າ: ຜ່ານມານ້ອງກໍໄດ້ເຂົ້າແຂ່ງຂັນສອບເສັງນັກຮຽນເກັ່ງໃນລະດັບຊາດສົກຮຽນ
2013-2014. ສຳລັບຕົນເອງມາເຖິງຈຸດນີ້ໄດ້ກໍຍ້ອນຄວາມດຸໝັ່ນ, ບຸກບືນໃນການສຶກສາຮ່ຳຮຽນ
ສະແຫວງຫາຄວາມຮູ້, ຕັ້ງໃຈຟັງຄຳອະທິບາຍ ແລະ ແກ້ບົດຝຶກຫັດທີ່ອາຈານມອບໃຫ້,
ອີກດ້ານໜຶ່ງກໍແມ່ນໄດ້ຮັບແຮງຍູ້ດັນສະໜັບສະໜູນຈາກຄອບຄົວ.
ທ່ານ ສຸກັນ ພິລາວັນ ຜູ້ເປັນພໍ່ກ່າວວ່າ:
ຄອບຄົວມີລູກສອງຄົນ ຈາກສະພາບເງື່ອນໄຂຂອງຄອບ ຄົວທີ່ເອື້ອອຳນວຍ, ພໍ່ແມ່ຈຶ່ງໄດ້ທຸ້ມເທເວລາໃຫ້ກັບລູກເຖິງວ່າຈະຫຍຸ້ງຍາກວຽກງານພຽງໃດກໍຕາມການສຶກສາຂອງລູກຕ້ອງມາກ່ອນແຕ່ກໍບໍ່ໝາຍຄວາມວ່າຕາມໃຈລູກຈົນລຶ້ງເຄີຍ,
ສ່ວນຫລາຍລ້ຽງລູກຈະໃຊ້ເຫດ ແລະ ຜົນເປັນຫລັກ ໂດຍໃຫ້ຮຽນຮູ້ດ້ວຍຕົນເອງຜ່ານການແນະນຳໃກ້ຊິດ
ສ້າງນິໄສໃຫ້ເປັນຕົວຂອງຕົວເອງ ກ້າຄິດ, ກ້າເຮັດ, ກ້າສະແດງອອກ ຈົນເຮັດໃຫ້ລູກຮຽນເກັ່ງ.
ການລ້ຽງລູກບໍ່ແມ່ນຈະຕາມໃຈໝົດທຸກຢ່າງ ບາງຄັ້ງກໍມີການກຳນົດກົດລະບຽບພາຍໃນຄອບຄົວສ້າງໃຫ້ມີແຜນໃນການດຳລົງຊີວິດປະຕິບັດຕາມສິດຂອບເຂດຄວາມຮັບຜິດຊອບຂອງແຕ່ລະຄົນ,
ແຕ່ທັງໝົດເຫລົ່ານັ້ນກໍຕ້ອງມີການໃຫ້ອະໄພເຊິ່ງກັນ ແລະ ກັນໃນເມື່ອເຮັດສິ່ງຜິດພາດກໍໃຫ້ໂອກາດ,
ໃຫ້ກຳລັງໃຈໃຫ້ຄວາມຮັກຄວາມອົບອຸ່ນຢ່າງສະເໝີຕົ້ນສະເໝີປາຍ ຈົນກາຍເປັນກຳແພງທີ່ແໜ້ນໝານຳມາເຊິ່ງຄວາມສຳເລັດອັນຈົບງາມຕາມທີ່ໄດ້ຄາດຫວັງເອົາໄວ້.
No comments:
Post a Comment