ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ
VII ໄດ້ອັດລົງດ້ວຍຜົນ ສຳເລັດຈົບງາມໃນທ້າຍອາທິດ ຜ່ານມາ ແລະ ໃນກອງປະຊຸມເທື່ອນີ້ເຫັນວ່າປະຊາຊົນໃນທົ່ວປະເທດໄດ້ໃຫ້ຄວາມສົນໃຈເປັນພິເສດກວ່າຄັ້ງຜ່ານມາເພາະ
ວ່າທຸກບັນຫາຂ້ອງໃຈທີ່ປະຊາຊົນ ສ່ອງແສງເຂົ້າມາຜ່ານໂທລະສັບສາຍດ່ວນ,ໂທລະສານ ແລະ ສົ່ງອີເມວຫາກອງປະຊຸມ
ແມ່ນໄດ້ເຊີນເອົາພາກສ່ວນກ່ຽວຂ້ອງ ອອກມາຊີ້ແຈງຕອບຂໍ້ຂ້ອງໃຈ ທັນທີຊຶ່ງບໍ່ຄືກັບກອງປະຊຸມສະພາໃນຫລາຍຄັ້ງຜ່ານມາ
ກວ່າຈະຕອບຂໍ້ຂ້ອງໃຈຂ້ອງປະຊາຊົນແມ່ນໄດ້ໃຊ້ເວລາເປັນຫລາຍເດືອນ ແລະ ເປັນປີກໍມີອັນໄດ້ເຮັດໃຫ້ບາງບັນຫາພົ້ນເດັ່ນ
ທີ່ເກີດຂຶ້ນໃນຫລາຍທ້ອງຖິ່ນບໍ່ໄດ້ຮັບການແກ້ໄຂທັນກັບສະພາບການ. ແຕ່ສຳລັບກອງປະຊຸມເທື່ອນີ້
ສະພາບໍ່ປ່ອຍໃຫ້ຄວາມ ຂັດຂ້ອງໝອງໃຈ ຫລື ຄວາມເດືອດຮ້ອນຕ່າງໆຂອງປະຊາຊົນຖືກແກ່ຍາວຄືດັ່ງຜ່ານມາ
ເຊິ່ງໄດ້ເຊີນເອົາທຸກຂະແໜງການ ມາຊີ້ແຈງຕໍ່ສື່ມວນຊົນໃນໄລຍະດຳເນີນກອງປະຊຸມບໍ່ວ່າບັນຫາກ່ຽວກັບການພັດທະນາເສດຖະກິດ-ສັງຄົມ,
ລວມ ໄປເຖິງ ການຕອບຂໍ້ຂ້ອງໃຈຂອງປະຊາຊົນທີ່ມີຄວາມຂັດຂ້ອງໃຈໃນບັນຫາຕ່າງໆທີ່ແຕະຕ້ອງເຖິງສິດ
ແລະ ຜົນປະໂຫຍດ ລວມຂອງ ຊາດແລະປະຊາຊົນບັນດາເຜົ່າເຖິງວ່າມີບາງບັນຫາຂະແໜງການກ່ຽວຂ້ອງຍັງຕອບບໍ່ໄດ້ດີເທົ່າທີ່ຄວນກໍຕາມໂດຍສະເພາະບັນດາ
ຂະແໜງການທີ່ຕິດພັນກັບຂົງເຂດເສດຖະກິດ ແຕ່ກໍສາມາດແກ້ໄຂຂ້ອງຂອງໃຈຂອງສັງຄົມກໍຄືປະຊາຊົນໄດ້ເປັນຢ່າງດີທັງ
ຢັ້ງຢືນໃຫ້ເຫັນວ່າ: ສະພາແຫ່ງຊາດໄດ້ເຮັດບົດບາດຂອງຕົນຢ່າງແຂງແຮງຂຶ້ນກວ່າເກົ່າໃນການເປັນຕົວແທນແຫ່ງສິດຜົນປະ
ໂຫຍດຂອງປະຊາຊົນຢ່າງແທ້ຈິງໃນການຊຸກຍູ້ຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ
ລັດກໍຄືການຕອບສະໜອງການແກ້ໄຂບັນຫາສະພາບຫຍຸ້ງຍາກຕ່າງໆໃນການດຳລົງຊີວິດ ແລະ ການທຳມາຫາກິນຂອງປະຊາ
ຊົນບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ. ແນວໃດກໍຕາມສັງຄົມສ່ວນຫລາຍສະເໜີຜ່ານສື່ມວນຊົນວ່າຢາກໃຫ້ສະພາແຫ່ງຊາດ
ສືບຕໍ່ຊຸກຍູ້ບັນດາຂະແໜງການຂອງລັດໃຫ້ຮ່ວມມື ກັບສື່ຫລາຍຂຶ້ນຕື່ມເພື່ອສະເໜີ ຜົນງານການຈັດຕັ້ງປະຕິບັດແຜນພັດທະ
ນາເສດຖະກິດ-ສັງຄົມຂອງແຕ່ລະຂົງເຂດພ້ອມດຽວກັນນັ້ນ, ກໍຊອກໃຫ້ເຫັນບັນດາຂໍ້ຫຍຸ້ງຍາກ ແລະ
ສິ່ງຫຍໍ້ທໍ້ຕ່າງໆເພື່ອ ພ້ອມກັນຫາວິທີແກ້ໄຂໄດ້ຢ່າງທັນການ, ເຊິ່ງໃນໄລຍະຜ່ານມາຫລາຍພາກສ່ວນຍັງບໍ່ໃຫ້ການຮ່ວມມືກັບສື່ມວນຊົນດີເທົ່າທີ່
ຄວນໂດຍສະເພາະການຕອບບັນຫາທີ່ສັງຄົມມີຄວາມສົນໃຈ.
No comments:
Post a Comment