Ad

Ad

14 July 2014

ສະພາບທຸບແວ່ນລົດເກີດຂຶ້ນອີກ



        ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 10 ກໍລະກົດນີ້ ໄດ້ມີຄົນຮ້າຍ ທຸບແວ່ນລົດເກງຄັນໜຶ່ງ ອີແລນ ຕາ ສີປອນ ຢູ່ບ້ານໜອງທາ ເມືອງ ຈັນທະບູລີ ນະຄອນຫຼວງ ວຽງຈັນ, ແລ້ວລັກເອົາເງີນກວ່າ 1 ລ້ານກີບ, ພ້ອມໂທ   ລະສັບມືຖື 1 ໜ່ວຍ.
        ຈາກການສືບສວນ-ສອບ ສວນຂອງເຈົ້າໜ້າທີ່ ຮູ້ວ່າ: ການທຸບແວ່ນລົດດັ່ງ ກ່າວອາດເປັນກຸ່ມໄວຫນຸ່ມຢູ່ເຂດໃກ້ ຄຽງ ເປັນຜູ້ກໍ່ເຫດ ແລະ ໃນອາທິດຜ່ານມາ ນີ້ກ່ໍເກີດເຫດຄົນຮ້າຍທຸບແວ່ນ ລົດຂອງປະ ຊາຊົນຢູ່ບ້ານທົ່ງ ສ້າງນາງ ເມືອງຈັນທະ ບູລີ ແລະ ໃນມື້ດຽວກັນກໍເກີດຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ໄດ້ເງິນ 1 ລ້ານກີບ ແລະ ຄອມພິວເຕີ ໂນດ ບຸກ 1 ໜ່ວຍ, ປັດຈຸບັນທາງເຈົ້າ ໜ້າທີ່ກຳລັງເລັ່ງສືບສວນ-ສອບສວນເພື່ອຕິດຕາມຄົນຮ້າຍມາດຳ ເນີນຄະດີ.
       ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນອາ ທິດຜ່ານມານີ້ ຢູ່ນະຄອນຫຼວງ ວຽງຈັນມີປະກົດການຫຍໍ້ທໍ້ເກີດຂຶ້ນ 40 ກວ່າເລື່ອງ, ພົ້ນ ເດັ່ນ ແມ່ນສະພາບລັກຊັບເກີດ 26 ເລື່ອງ, ຊຶ່ງມີລົດຈັກເສຍ 17 ຄັນ, ລົດໃຫຍ່ 3 ຄັນ ແລະ ສະພາບທຸບ ແວ່ນລົດເກີດຂຶ້ນ 3 ກໍລະນີ.

No comments:

Post a Comment