Ad

Ad

14 July 2014

ມ​ອບພາຫະນະໃຫ້​ເຈົ້າ​ໜ້າທີ່​ສັດຕະວະ​ແພດ​ປະຈຳ​ດ່ານ​ຊາຍ​ແດນ



         ​ໃນ​ວັນ​ທີ 10 ກໍລະກົດ 2014 ນີ້  ກົມ​ລ້ຽງສັດ ​ແລະ ການ​ປະມົງກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ໄດ້​ມອບ​ພາຫະນະ​ລົດ​ກະບະ​ຍີ່​ຫໍ​ ຟອດ​ແລນ​ເຈີ້ ຈຳນວນ 5 ຄັນ ໃຫ້​ເຈົ້າ​ໜ້າ​ທີ່​ສັດຕະວະ​ເພດ ປະ ຈຳ​ດ່ານ​ຊາຍ​​ແດນ​ສາກົນ​ ຈຳ ນວນ 5 ແຫ່ງ ຂອງ​ບັນດາ​ແຂວງ​ພາກ​ເໜືອ, ກາງ ​ແລະ ​ໃຕ້ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຕິດຕາມ​ກວດ ກາການ​ເຄື່ອນ​ຍ້າຍສັດ ​ແລະ ຊິ້ນ​ສ່ວນຂອງ​ສັດຜ່ານ​​ແດນ​ດັ່ງກ່າວ ໃຫ້ຖືກຕ້ອງ ຕາມລະບຽບກົດ ໝາຍ ແລະ ຮັບປະກັນ​ປອດ​ໄພ​ ພາຍ​ໃຕ້​ໂຄງການ​ປັບປຸງ​ຂີດ ຄວາມ​ອາດ​ສາມາດ​ດ້ານ​ສຸຂາ​ນະ​ໄມ ​ແລະ ສຸຂາ​ນະ​ໄມ​ພືດ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ​ໃນ​ເຂດ​ອານຸພາກ​ພື້ນ​ລຸ່ມ​ແມ່​ນ້ຳຂອງ ( SPS-GMS ).
          ພິທີ​ມອບ-ຮັບ ລົດ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ທີ່​ກົມລ້ຽງສັດກະ ຊວງກະສິກຳ ແລະ ປ່າໄມ້ລະ ຫວ່າງ​ທ່ານ ດຣ. ບຸນ​ຂວາງ ຄຳ​ບຸນ​ເຮືອງ ຫົວໜ້າ​ລ້ຽງສັດ ແລະ ການປະມົງ ແລະ ຜູ້ຕາງໜ້າເຈົ້າ​ໜ້າ​ທີ່​ສັດຕະວະ​ເພດປະຈຳ​ດ່ານ​ສາກົນ​ໃນ​ຈຳນວນ 5 ດ່ານ
ຄື: ດ່ານ​ກວດກາ​ສາກົນ​ແກ່ນ​ທ້າວ ແຂວງ​ໄຊ​ຍະ​ບູລີ, ດ່ານ​ກວດກາ​ສາກົນ​ຂົວ​ມິດຕະພາບ 1 ທ່າ​ນາ​ແລ້ງ ນະຄອນຫລວງ​ວຽງ​ຈັນ, ດ້ານ​ສາກົນ ທາງ​ເລກ 8 ນ້ຳ​ກັ່ນ ແຂວງ​ຊຽງ​ຂວາງ, ດ້ານ​ສາກົນ ທາງ​ເລກ 9 ແດນ​ສະຫວັນ ແຂວງ​ສະຫວັນ​ນະ​ເຂດ ​ແລະ ດ່ານ​ສາກົນ​ຊ່ອງ​ເມັກ ​ແຂວງ​ຈຳ ປາ​ສັກ  ພາຍ​ໃຕ້​ການ​ສະໜັບສະ ໜູນ​ຂອງ​ໂຄງການທະນາຄານ ພັດທະນາອາຊີ (ADB) ຕົກ​ເປັນ​ມູນ​ຄ່າ ທັງ​ໝົດຫຼາຍກ່ວາ 1,3 ຕື້ກີບ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ຂິດ​ຄວາມ​ສາມາດ ທາງ​ດ້ານ​ການ​ກວດກາ​ສຸຂະ ພາບ​ສັດ ​ແລະ ຊິ້ນ​ສ່ວນ​ຂອງ​ສັດ​ປະ​ເພດ​ຕ່າງໆ​ທີ່​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ຜ່ານ​ຊາຍ​ແດນ​ແຕ່ລະ​ແຫ່ງ ຖ້າ​ຫາກ​ນຳ​ໃຊ້​ໃຫ້​ໝົດ​ຄຸນ​ປະ​ໂຫຍ​ດ ​ແລະ ຄາດວ່າຖ້າ ມີ ປະສິດທິຜົນ​, ​ຜູ້​ໃຫ້ການ​ສະໜັບ ສະໜູນ​ຈະ​ສືບຕໍ່​ຊ່ວຍ​ເຫລືອ​ຕື່ມ ອີກໃຫ້​ຄົບ​ໃນ​ຈຳນວນ 25 ດ່ານ ຊາຍແດນ​ໃນ​ທົ່ວ​ປະ​ເທດເພື່ອ ຮອງ​ຮັບ​ການ​ເຂົ້າ​ເປັນ​ປະຊາ​ຄົມ​ເສດຖະກິດອາ​ຊຽນ​ໃນ​ປີ 2015 ທີ່​ຈະ​ມາ​ເຖິງ.

No comments:

Post a Comment