Ad

Ad

14 July 2014

ເພີ່ມ​ທະວີ​ການ​ອະນຸລັກສັດ​ນ້ຳ ແລະ ສັດປ່າ​ໃຫ້​ໄດ້​ຮັບຜົນ



      ໃນ​ໂອກາດ​ວັນ​ປ່ອຍ​ປາ​ ​ແລະ ອະນຸລັກ​ສັດ​ນ້ຳສັດປ່າແຫ່ງ​ຊາດ ວັນ​ທີ 13 ກໍລະ ກົດ ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ​ ​ແລະ ປ່າ​ໄມ້ ໄດ້​ມີ​ຄຳ​ສັ່ງ​​ແນະນຳ​ໄປ​ຍັງ​ບັນດາ​ຜູ້​ຮັບຜິດຊອບ​ ກະສິກຳ​ນະຄອນຫລວງ, ບັນດາ​ແຂວງ, ຫ້ອງການ​ກະສິກຳ​ເມືອງ​ໃນ​ທົ່ວ​ປະ​ເທດ ​​ໃຫ້ເອົາ​ໃຈ​ໃສ່​ເຂົ້າ​ໃນ​ການ​ປຸກລະດົມ ຜູ້​ປະກອບ​ການ, ກະສິ ກອນ ແລະ ປະຊາຊົນ​ຊັ້ນ​ຄົນ​ອື່ນໆ​ເຂົ້າ​ຮ່ວມ​ຂະ​ບວນການ​​ປ່ອຍ​ປາ ​ແລະ ອະນຸລັກ​ສັດ​ນ້ຳ-ສັດປ່າ​ໃຫ້​ມີ​ປະສິດທິ​ຜົນ ແລະ ​ນັບ​ມື້​ແຜ່​ຂະຫຍາຍ​ກ້ວາງ​ຂວາງ ​ແລະ ພ້ອມ​ນີ້, ຄຳ​ສັ່ງ​ດັ່ງ ກ່າວ​ຍັງ​ໄດ້​ວາງ​ມາດ​ຕະການ​ຂໍ້​ຫ້າມ​​ຕ່າງໆ​ເພື່ອບໍ່​ໃຫ້​ບຸກຄົນ, ຄອບຄົວ ​ແລະ ການຈັດ​ຕັ້ງ​ມີ​ພຶດ ຕິ​ກຳ​ອັນ​ບໍ່​ດີ​ຕໍ່​ການ​ຫາ​ປາ​ລ່າ​ສັດ​ແບບ​ດັບ​ສູນ​ເປັນ​ຕົ້ນ.
      ຫ້າມ​ບຸກຄົນ, ຄອບຄົວ ​ແລະ ການຈັດ​ຕັ້ງຈັບ, ລ່າ ​ແລະ ຊື້- ຂາຍ​ສັດ​ນ້ຳ ແລະ ສັດປ່າ​ປະ​ເພດ​ຫວງ​ຫ້າມ​ໃນ​ທຸກ​ລະດູ​ການ​ຢ່າງ​​ເດັດຂາດ; ຫ້າມ​ນຳ​ເອົາ​ສັດ​ນ້ຳ ແລະ ສັດປ່າ​ປະ​ເພດ​ຫວງ​ຫ້າມ​ບັນຊີ I ທີ່​ຍັງ​ມີ​ຊີວິດ,​ ຊີ້ນ​ສ່ວນ ແລະ ອະ​ໄວ​ຍະ​ວະ​​ປະ​
ເພດ​ສັດ​ດັ່ງກ່າວອອກ​ຈາກ​ຖິ່ນ​ທີ່ຢູ່​ອາ​ໃສ ຫລື ແຫລ່ງກຳ​ເນີດມາ​ໄວ້​ໃນ​ຄອບ​ຄອງ; ຫ້າມ​ຈັບ​-ຫ້າມຫາ​ລ່າ​ສັດ​ນ້ຳ-ສັດປ່າ​ປະ​ເພດ​ທົ່ວ​ໄປ​ໃນ​ສະຖານ​ທີ່​ຫວງ​ຫ້າມ, ​ເຂດ​ອະ ນຸລັກພັນ​ສັດ, ​ເຂດ​ປາ​ຂຶ້ນ​ວາງ​ໄຂ່, ​ເຂດ​ວັງສະ​ຫງວນໂດຍ​ສະ​ເພາະ​ໃນ​ຊ່ວງ​ເວລາ​ເຂົ້າພັນ​ສາ; ຫ້າມ​ບຸກລຸກ​ທຳ​ລາຍ​ເຂດ​ອະນຸ ລັກ​ພັນ​ສັດ, ວັງສະ​ຫງວນ, ຖິ່ນ​ທີ່ຢູ່​ອາ​ໄສ ​ແລະ ​ແຫ​ລ່ງ ອາຫານ​ຂອງ​ສັດ​ນ້ຳ ແລະ ສັດປ່າ ​ໂດຍ​ທາງ​ກົງ ຫລື ທາງ​ອ້ອມ​ເຊັ່ນ: ການ​ບຸກ​ເບີກ, ຕັ້ງ​ຖິ່ນ​ຖານ​ໃໝ່, ຖາກ​ຖາງ​ປ່າ​ໄມ້, ຈູດ​ປ່າ, ຕັດ​ໄມ້, ນຳ​ໃຊ້​ຢາ​ປາບ​ສັດຕູ​ພືດ ​ແລະ ຢາ ຂ້າ​ຫຍ້າ​ເກີນ​ກຳ​ນົດ ​ແລະ ການ​ກະທຳ​ອື່ນໆທີ່​ບໍ່​ຖືກຕ້ອງຕາ​ມລະ ບຽບ​ກົດໝາຍ; ຫ້າມ​ຈັບຈອງ, ຍ້າຍ, ປ່ຽນແປງ ຫລື ທຳລາຍ​ເຄື່ອງໝາຍ​​ເຂດ​ວັງສະ​ຫງວນ, ເຂ​ດອະນຸລັກ​ພັນ​ສັດ, ​ເຂດ​ປ່າ​ສະ ຫງວນ ແລະ ຖິ່ນ​ທີ່​ຢູ່​ອາໄສ; ຫ້າມ​ຕັນ​ທາງ​ທຽວ​ປາ​ຂຶ້ນ​ວາງ​​ໄຂ່​ຕາມ​ຫ້ວຍ ​ແລະ ສາຍ​ນ້ຳ ດ້ວຍ​ວິທີ​ການ​ເຮັດ​ຕ້ອນ, ​ເຮ​ັດລີ່, ໃສ່​ລອບ, ​ໂຕ່ງ, ມອງ​ຕາ​ຖີ່, ນຳ​ໃຊ້​ລະ​ເບີດ, ທາດ​ເບື່ອ, ສານ​ເຄມີ, ​ໃຊ້ໄຟຟ້າ​ຊ໊ອດ ​ແລະ ​ເຄື່ອງມື​ຫາ​ປາ​ທີ່​ມີ​ລັກສະນະ​ດັບ​ສູນ ແລະ ຫ້າມ​ມີການ​ກະທຳ​ອື່ນໆ ທີ່​ເປັນ​ການລະ​ເມີດ​ລະບຽບ​ກົດໝາຍ​ກ່ຽວ​ກັບ​ສັດ​ນ້ຳ, ສັດປ່າ ​ແລະ ການ​ປະມົງ.
     ທ່ານ ສົມ​ມະ​ໂນ ພູນ​ສະຫວັດ ຜູ້​ຮັບຜິດຊອບ​ພະ​ແນ​ກການ​ປະ ມົງ ຂອງ​ກົມ​ລ້ຽງສັດ ​ແລະ ການ​ປະມົງ ​ໃຫ້​ຮູ້​ວ່າ: ​ໃນ​ໂອກາດ​ວັນ​ປ່ອຍ​ປາ​ແຫ່ງ​ຊາດ​ປີ​ນີ້ ທາງ​ກົມ​ລ້ຽງສັດ ​ແລະ ການ​ປະມົງ​ໄດ້​ສຸມ​​ໃສ່ຈັດ​ຕັ້ງ​ການ​ໂຄສະນາ​ເຜີຍ​ແຜ່​ບັນດາ​ກົດໝາຍ ​ແລະ ນິຕິ​ກຳ​ຕ່າງໆ​ກ່ຽວ​ກັບ​ການ​ປະມົງ​ຢູ່​ໃນ​ໝູ່​ປະຊາຊົນໃຫ້​ກ້ວາງ​ຂວາງ​ ແລະ ພ້ອມ​ນີ້​ກໍ​ຈັດ​ໃຫ້​ມີ​ກິດຈະ ກຳ​ທີ່​ຫລາກ​ຫລາຍ​ໃນ​ການ​ປົກ​ປັກ​ຮັກສາ, ຄຸ້ມ​ຄອງ​ປາ ​ແລະ ສັດ​ນ້ຳ​ອື່ນໆ, ​ເຊິ່ງມາ​ຮອດ​ປັດ ຈຸບັນ ກະສິກອນ​ຜູ້​ລ້ຽງ​ປາ ​ແມ່ນ​ສາມາດ​ເພາະ​ພັນ​ປາ​ພື້ນ​ເມືອງ​​ໄດ້ຫລາຍ​ຊະນິດ ປະກອບ​ດ້ວຍ​ຫລາຍ​ຮູບ​ແບບ​​ໃນ​ການ​ລ້ຽງ ມີ​ທັງ​ການ​ເອົາ​ລູກ​ປາ ຈາກ​ທຳ​ມະ​ຊາດ​ເພື່ອ​ນຳ​ມາ​ລ້ຽງ, ການ​ປະສົມ​ພັນ​ທຽມ, ການ​ລ້ຽງ​ໃສ່​ໜອງ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ. ນອກຈາກປາ​ພື້ນ​ເມືອງ 6 ຊະນິດ​ທີ່​​ເປັນ​ຫລັກແລ້ວ ກໍຍັງ​ມີ​ປາ​ພື້ນ​ເມືອງ​ຊະນິດ​ອື່ນໆ​ເຊັ່ນ: ປາສູດ, ປາພອນ, ປາ​ເອິນ, ປາ​ດຸກ, ປາກົດ, ປາ​ເຄິງ, ປາ​ເຜາະ, ປາ​ຊວາຍ​ຫາງ​ເຫລືອງ, ປາ ປາກ, ປາ​ເໝັ້ນ, ປາ​ນົກ​ເຂົາ, ປາ ກະ​ໂຫ, ປາຄໍ່, ປາ​ໂດ ​ແລະ ​ໃນ​ວັນ​ປ່ອຍ​ປາ​ປີ​ນີ້​ນັບ​ວ່າ​ເປັນ​ປີ​ສຳ ຄັນ​ທີ່​ລັດຖະບານ​ກໍ​ຄື​ກະຊວງ​ກະ ສິກຳ ​ແລະ ປ່າ​ໄມ້ ໄດ້​ມີ​ຄຳ​ສັ່ງ​ແນະນຳ​​ໃຫ້​ທົ່ວ​ປະ​ເທດ​ນຳ​ເອົາ​ແນວ​ພັນ​ປາ​ພື້ນ​ເມືອງ​ທຸກ​ປະ​ເພດ ລົງ​ປ່ອຍ​ສູ່​ວັງ​ນ້ຳ, ໜອງ​ນ້ຳ​ທຳ​ມະ​ຊາດ​ໃຫ້​ຫລາຍ​ຂຶ້ນ ເພື່ອ​ເປັນ​ທ່າ​ແຮງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ໃຫ້ມີ​ຄວາມ​ໝັ້ນຄົງ.

No comments:

Post a Comment