Ad

Ad

10 July 2014

ອຸຕຸນິຍົມ​ແຈ້ງ​ຈະ​ມີຝົນຕົກ​ແກ່ຍາວ​ຫລາຍ​ວັນ



    ກົມ​ອຸຕຸ​ນິຍົມ ​ແລະ ອຸ​ທົກ​ກະສາ​ດ​ແຈ້ງ​ໃຫ້​ຮູ້​ວ່າ: ສະພາບ ຄວາມ​ກົດ​ດັນ​ອາກາດ​ຕ່ຳ​ຂອງ​ອາກາດ​ຮ້ອນ​ຈະ​ມີ​ກຳລັງ​ປານ​ກາງ ຫາ​ແຮງພັດ​ຜ່ານ​ຢູ່​ທົ່ວທຸກ​ພາກ​, ສົມທົບ​ກັບ​ລົມ​ຕາ​ເວັນ​ຕົກ- ຕາ​ເວັນ​ຕົກ​ສ່ຽງ​ໄຕ້​ພັດ​ປົກ​ຄຸມ. ຈາກ​ນັ້ນ​ ກາງຫາທ້າຍ​ອາທິດນີ້ ຈະ​ເຮັດ​ໃຫ້​ຮ່ອງ​ມໍ​ລະ​ສຸມ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ມີ​ກຳລັງ​ແຮງ​ເພີ່ມ ຂຶ້ນ​ພັດ​ຜ່ານ​ຢູ່​ທົ່ວ​ທຸກ​ພາກ, ຊຶ່ງ ລັກສະນະ​ດັ່ງກ່າວຈະ​ເຮັດ​ໃຫ້​ມີ​ອຸນຫະພູມ​ສູງ​ຂື້ນ​ເລັກ​ນ້ອຍ​ ​ແລະ ຈະ​ມີ​ຝົນຕົກ​ໜັກ​ຢູ່​ບາງ​ທ້ອງ​ຖິ່ນ ລວມທັງ​ນະຄອນຫລວງ​ວຽງ ຈັນ.
     ສະພາບ​ອຸນຫະພູມ ​ແລະ ຝົນ ນັບ​ແຕ່​ວັນ​ທີ 9-15 ກໍລະກົດ​ນີ້, ອາກາດ​ຈະ​ຮ້ອນ​ທຳ​ມະ​ດາ​, ​ໂດຍ​ສະ​ເພາະ​ຢູ່​ພາກ​​ເໜືອ​ດ້ານ​ຕາ​ເວັນ​ຕົກລົງ​ໄປ​ຫາພາກ​ກາງ, ພາກ​ໃຕ້, ​ໃນ​ລະດັບ​ອຸ​ນຫະພູມສູງ​ສຸດ​ຢູ່​ທີ 23-34 ອົງສາ ​ແລະ ອາ ກາດ​ຈະ​ໜາວ​ເຢັນ​ຢູ່ເຂດ​ປາກ​ຊ່ອງ; ສະພາບ​ຝົນໃນ​ຕົ້ນ​ອາທິດ​ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະ ດັບ​ຄ່ອຍ​ຢູ່​ທົ່ວ​ໄປ​ໃນ​ແຕ່​ລະ​ພາກ, ​ໂດຍ​ສະ​ເພາະ ວັນ​ທີ 11-15 ກໍລະ ກົດນີ້ ຈະ​ມີ​ຝົນຕົກ​ຫລາຍ​ຂຶ້ນ ແລະ ​ໃນ​ລະດັບ​ຄ່ອຍ, ປານ​ກາງ ແລະ ຕົກ​ໜັກ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ແຕ່​ລະ​ພາກ.

     ສະພາບ​ຝົນ​ໃນອາທິດ​ຜ່ານ​ມາ​ໄດ້​ມີ​ຝົນຕົກ​​ຟ້າ​ຄະນອງ​ກະ ຈາຍ​ໃນ​ລະດັບ​ຄ່ອຍ​ຫາປານ​ກາງ​ເປັນ​ບໍລິ​ເວນ​ກວ້າງ ​ແລະ ຕົກ​ໜັກ​ຢູ່​ບາງ​ທ້ອງ​ຖິ່ນ ແຂວງ​ພາກ​​ເໜືອ​ດ້ານຕາ​ເວັນ​ຕົກລົງ ຫາພາກ​ກາງ ​ແລະ ພາກ​ໃຕ້ ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອ ກາດ, ​ເຊິ່ງປະລິມາ​ນນ້ຳ​ຝົນ​ໄລ ຍະ 24 ຊົ່ວ​ໂມງ​ຂອງ​ວັນ​ທີ 7 ກໍລະກົດ​ນີ້, ​ທີ່​ສະຖານີ ຫ້ວຍ​ຊາຍ​ແທກ​ໄດ້ 101,8 ມິນ​ລີ​ແມັດ.

No comments:

Post a Comment