Ad

Ad

10 July 2014

ປກສ ​ເມືອງ​ອຸທຸມພອນ ມ້າງ​ແກ໊ງລັກ​ລົດ​ຕົວ​ອັນຕະລາຍ



    ​ເຈົ້າໜ້າ​ທີ່ ປກສ ​ເມືອງ​ອຸ ທຸມພອນ ​ແຂວງ​ສະຫວັນ​ນະ​ເຂດ ​ໃຫ້​ຮູ້​ວ່າ: ​ເມື່ອ​ບໍ່​ດົນ​ມານີ້, ເຈົ້າ ໜ້າ​ທີ່​ຂອງ​ຕົນ​ສາມາດມ້າງ​ແກ໊ງ ລັກ​ລົດຈັກຕົວ​ອັນຕະລາຍ​ຢູ່​ພາຍ​ໃນ​ເມືອງ​ດັ່ງກ່າວ ​ໂດຍ​ສາມາດ​ຈັບ​ຜູ້​ຕ້ອງ​ຫາ​ໄດ້ ຄື​ທ້າວ ວິກທະ ຍາ ອາຍຸ 14 ປີ, ທ້າວ ສີ​ທຸຍ ອາຍຸ 30 ປີ ຢູ່​ບ້ານ​​ເຊບັ້ງຫຽງ ​ເມືອງ​ສອງ​ຄອນ, ທ້າວ ຈັນທະ​ວອນ ອາຍຸ 29 ປີ ​ແລະ ທ້າວ ພູ​ເພັດ ອາຍຸ 25 ປີ ຢູ່​ບ້ານ​ໄຊ​ສົມບູນ ເມືອງ​ອຸທຸມພອນ ​ແຂວງ​ສະ ຫວັນ​ນະ​ເຂດ ​ໂດຍ​ຜູ້​ຕ້ອງ​ຫາ​ທັງ 4 ຮັບ​ສາລະພາບ​​ວ່າ: ພວກ​ຕົນ​ໄດ້​ຮ່ວມ​ກັນ​ເຄື່ອນ​ໄຫວ​ລັກ​ລົດຈັກຢູ່​ໃນ​ແຂວງ​ສະຫວັນ​ນະ​ເຂດ​ມາ​ດົນ​ແລ້ວ ​ແລະ ​ໄດ້​ນຳ​ລົດ​ດັ່ງ ກ່າວ​ໄປ​ສົ່ງ​ຂາຍ​ໃຫ້​ເປົ້າໝາຍ​ສັ່ງ ຊື້ຂອງ​ລູກ​ຄ້າ​ໃນ​ລາຄາ 18-25 ພັນ​ບາດ (ສະກຸນ​ເງິນ​ໄທ) .
      ​ເຈົ້າໜ້າ​ທີ່ ​ໃຫ້​ຮູ້​ຕື່ມ​ວ່າ: ພວກ​ກ່ຽວ​ແມ່ນ​ຂະ​ບວນການ​ລັກ​ລົດ​ລາຍ​ໃຫຍ່​ຕົວ​ອັນຕະລາຍ ​ແລະ ມີ​ເຄືອ​ຂ່າຍ​ກວ້າງຂວາງ ​ເຊິ່ງ​ເຈົ້າ ໜ້າ​ທີ່​ຍັງ​ຈະ​ສືບສວນ-ສອບ​ສວນ​ ​ເພື່ອ​ຂະຫຍາຍ​ຜົນ​ໄປ​ເຖິງ​ຜູ້​ຮ່ວມ​ຂະ​ບວນການ​​ທີ່​ເປັນ​ໄພ​ຕໍ່​ສັງຄົມ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດ ໝາຍ​ໃຫ້​ໄດ້.

No comments:

Post a Comment