Ad

Ad

9 July 2014

ສະພາແຫ່ງຊາດຮັບຮອງເອົາການຊັບຊ້ອນບຸກຄະລາກອນຂອງກົງຈັກລັດຖະບານ



          ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VII ໃນວັນທີ 8 ກໍລະກົດ 2014, ພາຍໃຕ້ການ ເປັນປະທານຂອງ ທ່ານນາງ ປານີ ຢາ ທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີໄດ້ລາຍ ງານກ່ຽວກັບວຽກງານບຸກຄະລາກອນຂອງກົງຈັກລັດຖະບານ ກໍຄືການສະເໜີຍົກ ຍ້າຍສະມາຊິກລັດຖະບານຊຸດທີ 7 ຈຳ ນວນໜຶ່ງໄປຮັບໜ້າທີ່ໃໝ່ ແລະ ແຕ່ງຕັ້ງພະ ນັກງານການນຳຂັ້ນສູງໃຫ້ ດຳລົງຕຳແໜງໃໝ່ເພື່ອໃຫ້ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາເຊິ່ງມີລາຍລະອຽດດັ່ງນີ້:
        ສະເໜີ ທ່ານ ດຣ. ບຸນປອນ ບຸດຕະນະວົງ ກຳມະການກົມ ການເມືອງສູນກາງພັກເປັນຮອງນາຍົກລັດຖະມົນຕີ; ທ່ານ ດຣ. ພັນຄຳ ວິພາວັນ ກຳມະການກົມ ການເມືອງສູນກາງພັກເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນວ່າການກະ
ຊວງສຶກສາທິການ ແລະ ກິລາ; ສະເໜີແຕ່ງຕັ້ງ ທ່ານ ພົນຕີ ແສງນວນ ໄຊຍະ ລາດ ຄະນະເລຂາທິການສູນກາງພັກເປັນລັດ ຖະມົນຕີວ່າ ການກະຊວງປ້ອງກັນປະເທດ; ທ່ານ ດຣ. ສິນລະວົງ ຄຸດໄພທູນ ກຳມະການສູນກາງພັກ, ລັດຖະມົນຕີຫົວໜ້າ ຫ້ອງວ່າການລັດຖະບານໄປຮັບໜ້າທີ່ຢູ່ນະຄອນ ຫລວງວຽງຈັນ, ທ່ານ ດຣ. ສອນ ໄຊ ສີພັນດອນ ກຳມະການສູນກາງພັກ ເປັນລັດຖະມົນຕີ, ຫົວ ໜ້າຫ້ອງວ່າການລັດຖະບານ ແລະ ສະເໜີ ທ່ານ ດຣ ນາມວິ ຍະເກດ ກຳມະການສູນກາງພັກ, ລັດຖະມົນຕີປະຈຳຫ້ອງວ່າ ການລັດຖະບານໄປຮັບໜ້າທີ່ໃໝ່ຢູ່ແຂວງອັດຕະປື, ເຊິ່ງບັນດາທ່ານເຫລົ່ານີ້ລ້ວນແຕ່ແມ່ນຜູ້ທີ່ມີ ທັດສະນະການເມືອງທີ່ໜັກ ແໜ້ນ, ມີຄວາມຮູ້, ຄວາມສາ ມາດ, ມີປະສົບການ, ມີຄວາມ ເປັນແບບຢ່າງນຳໜ້າ ແລະ ສາ ມາດເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ແລະ ກໍໄດ້ຜ່ານການ ທົດສອບຢູ່ໃນຂະບວນການວຽກງານຕົວຈິງມາຢ່າງຫລວງ ຫລາຍ.
       ຜ່ານການປະກອບຄຳຄິດ ຄຳເຫັນຕໍ່ບົດລາຍງານດັ່ງກ່າວ, ບັນດາສະມາຊິກສະພາແຫ່ງ ຊາດ ກໍໄດ້ລົງຄະແນນສຽງຮັບ ຮອງເອົາການສະເໜີຂອງທ່ານ ນາຍົກລັດຖະມົນຕີດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.

2 comments: