Ad

Ad

9 July 2014

UN ມອບລາງວັນ​ໃຫ້​​ຜູ້​ຊະນະ​ເລີດ​​ການແຂ່ງຂັນແຕ້ມ​ຮູບ​​ກ່ຽວ​ກັບ​ເປົ້າ​ໝາຍ​ສະຫັດ​ສະ​ວັດ



     ​ພິທີ​ມອບ​ລາງວັນ​ໃຫ້​ແກ່​ຜູ້​ຊະ ນະ​ເລີດ​ຈາກ​ການ​ແຂ່ງຂັນ​ແຕ້ມ​ຮູບ ກ່ຽວ​ກັບ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ​ຢູ່ ສປປ ລາວ, ໄດ້ມີຂື້ນໃນວັນທີ 8 ກໍລະ ກົດນີ້, ທີ່ສຳນັກງານ ສປຊ ໃນ ນະຄອນຫລວງວຽງຈັນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ ຜູ້​ປະສານ​ງານ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ, ທ່ານຫົວ​ໜ້າກົມ​ອົງການ​ຈັດ​ຕັ້ງ​ສາ ກົນ, ກະຊວງ​ການ​ຕ່າງປະ​ເທດ ພ້ອມ​ດ້ວຍ​ນ້ອງ​ນັກ ຮຽນ​ຜູ້​ທີ່​ໄດ້​ຮັບ​ລາງວັນ, ຜູ້​ປົກ ຄອງ ແລະ ຄູ​-ອາຈານ​ເຂົ້າ​ຮ່ວມນຳດ້ວຍ.
     ພາຍຫລັງ​ໄດ້​ມີ​ການ​ຄັດ​ເລືອກ​ເອົາ​ຜູ້​ຊະນະ​ເລີດໃນການ ແຂ່ງຂັນແຕ້ມຮູບດັ່ງກ່າວ, ຊຶ່ງ ຈັດຂຶ້ນ​ໂດຍ​ກອງ​ເລຂາ​ຄະນະ​ຊີ້​ນຳ​ລະດັບ​ຊາດ​ວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ, ກະ ຊວງ​ການ​ຕ່າງປະ​ເທດ ​ແລະ ອົງ ການ​ສະຫະ​ປະຊາ​ຊາດ​ປະຈຳ​ລາວ ນັບ​ຕັ້ງ​ແຕ່​ທ້າຍ​ເດືອນ​ເມສາ ຫາ​ກາງ​ເດືອນ​ມິຖຸນາ​ທີ່​ຜ່ານ​ມາ. ສຳລັບ​ຜູ້​ຊະນະ​ເລີດ​ຊັ້ນ​
ປະຖົມ​​ແມ່ນ ທ້າວ ​ເຈ​ມບອນ ຈະ​ເລີ​ນສຸກ ອາຍຸ 11 ປີ ຈາກ​ໂຮງ ຮຽນ​ປະຖົມ ຫ້ອມ​ສະຫວັນ ໃນ​ຜົນງານ​ການ​ແຕ້ມ​ທີ່​ສ່ອງ​ແສງ​ເຖິງ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແມ່ຍິງ​ໃນ​ປັດຈຸບັນ; ອັນ​ດັບ​ 2 ໄດ້ແກ່ ທ້າວ ພຸດທະ​ສິນ ແສງ​ດາລາ ອາຍຸ 11 ປີ ຈາກ​ໂຮງ ຮຽນ​ນານາ​ຊາດ​ແສງ​ດາລາ ແລະ ອັນ​ດັບ​ທີ 3 ທ້າວ​ ອານຸລັກ ພົມມະ​ຈັກ ອາຍຸ 10 ປີ ຈາກ​ໂຮງ ຮຽນ​ເອັສ​ໂອ​ເອັສ (SOS ແຂວງ​ຊຽງ​ຂວາງ), ນາງ​ ​ໂບຄຳ ສີ​ສຳ ພັນ ອາຍຸ 9 ປີ ຈາກ​ໂຮງຮຽນ​ປະ​ຖົມ​ໂພນ​ສະອາດ (​ແຂວງ​ຊຽງ​ຂວາງ). ສ່ວນ​ຜູ້​ຊະນະ​ເລີດຊັ້ນ​ມັດທະຍົມ​ໄດ້ແກ່ ນາງ ​ເພັດ​ຕາ ວັນ ບົວ​ລີ​ສີສະ​ຫວັດ ອາຍຸ 17 ປີ ຈາກ​​ໂຮງຮຽນ ມ.ສ ວຽງ​ຈັນ ເຈົ້າ​ຂອງ​ຮູບ​​ແຕ້ມ​ກ່ຽວ​ກັບ​ກິດ ຈະກຳ​ການ​ບັນລຸ​ເປົ້າ​ໝາຍ​ສະ ຫັດສະ​ວັດ​ດ້ານ​ການ​ພັດທະນາ​ຢູ່ ສປປ ລາວ, ອັນ​ດັບ​ທີ 2  ໄດ້ແກ່ ນາງ ​ເຂັມ​ມະນີ ອິນທະ​ໄຊ ອາຍຸ 16 ປີ ຈາກ​ໂຮງຮຽນ​ ມ.ປ ຈັນ ທະ​ບູລີ ແລະ ອັນ​ດັບ​ທີ 3 ທ້າວ ພອນ​ປະ​ເສີດ ​ແສງ​ມະນີ​ວົງ ອາຍຸ 15 ປີ ຈາກ​ໂຮງຮຽນ​ມັດທະຍົມ​ສົມບູນ​ເພຍ​ວັດ. ການແຂ່ງຂັນ ຄັ້ງນີ້ມີຜູ້ສົ່ງຮູບເຂົ້າປະກວດ​ທັງ​ໝົດ 83 ຮູບ, ​ໃນນັ້ນຈາກ​ຊັ້ນ​ປະ ຖົມ​ມີ 15 ຮູບ ​ແລະ ມັດທະຍົມ​ຕອນ​ຕົ້ນ​, ຕອນ​ປາຍ ຈຳນວນ 68 ຮູບ. ພິ​ເສດ​ມີ​ນັກຮຽນ​ຍິງ​ຈຳ ນວນ 41 ຄົນທີ່ໄດ້ສົ່ງ​ຮູບ​​ແຕ້ມ​ເຂົ້າ​ປະ​ກວດ​ໃນຄັ້ງນີ້.
     ການ​ຈັດການ​ແຂ່ງຂັນ​ໃນ​ຄັ້ງ​ນີ້ ກໍເພື່ອແນ​ໃສ່​ດຶງ​ດູດ​ຄວາມ​ສົນ​ໃຈ ​ແລະ ​ເຜີຍ​ແຜ່​ໂຄສະນາ​ໃຫ້​ນ້ອງ​ນັກຮຽນ​ຜູ້ທີ່​ຮັກມັກ​ໃນ​ການ​ແຕ້ມ​ຮູບ ​​ ເພື່ອໄດ້ສະແດງຄວາມ​ສາມາດ​ຂອງ​ຕົນ​ການ​ສື່ສານ​ຄວາມ​ເຂົ້າ​ໃຈ​ພື້ນຖານ​ຕໍ່​​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ເປົ້າ​ໝາຍຕ່າງໆ​ຂອງ MDGs ຢູ່ ສປປ ລາວ ຜ່ານ​ທາງ​ຮູບ​ແຕ້ມ, ທັງ​ເປັນ​ການສະ​ແດງ​ອອກ​ທາງ​ດ້ານ​ພອນ​ສະຫວັນ ແລະ ທັກ​ສະ​ດ້ານ​ສິລະ​ປະການ​ແຕ້ມ​ຮູບ​ຂອງ​ເຂົາເຈົ້ານຳອີກ ແລະ ​ເຫັນ​ໄດ້​ວ່າ​ຫລາຍໆ​ຮູບ​ແມ່ນ​ສວຍ​ງາມ, ມີ​ເນື້ອ​ໃນ ແລະ ຄວາມ​ໝາຍ​ເປັນ​ຢ່າງ​ດີ.

No comments:

Post a Comment