Ad

Ad

9 July 2014

ບໍ່ຄຳ-ທອງເຊໂປນມອບພາສີຊັບພະຍາກອນແຮ່ທາດສຳລັບໄຕ ມາດທຳອິດໃຫ້ແກ່ລັດຖະບານ ລາວ 7 ລ້ານໂດລາສະຫະລັດ ຫລື ປະມານ 560 ຕື້ກີບ



       ໃນວັນທີ 4 ກໍລະກົດນີ້, ຜູ້ຈັດການໃຫຍ່ ແລະ ອຳນວຍການ ຂອງບໍລິສັດ MMG LXML ບໍ່ຄຳ-ທອງ ເຊໂປນ ໄດ້ມອບເງິນພາສີຊັບພະຍາກອນແຮ່ທາດມູນ ຄ່າ 7 ລ້ານໂດລາ ຫລື ປະມານ 560 ຕື້ກີບ ໃຫ້ແກ່ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີຊ່ວຍວ່າການກະຊວງການເງິນສຳລັບຜົນຜະລິດປະຈຳໄຕມາດທຳອິດ ທີ່ສິ້ນສຸດໃນວັນທີ 31 ມີນາ 2014. 
        ຄ່າພາສີຊັບພະຍາກອນແຮ່ທາດແມ່ນການຄິດຄ່າຕື່ມໃສ່ພາສີຕ່າງໆທີ່ຈ່າຍ ໃຫ້ແກ່ລັດຖະ ບານໂດຍອີງຕາມມູນຄ່າ ຫຼື ຈຳ ນວນໂລຫະ ຫຼື ຊັບພະຍາກອນ ແຮ່ທີ່ບໍລິສັດບໍ່ແຮ່ໄດ້ຂຸດຄົ້ນ ແລະ ຜະ ລິດ.    
      ບໍລິສັດ MMG Limited  ຖືຮຸ້ນ 90 ສ່ວນຮ້ອຍຂອງບໍລິສັດ ລ້ານຊ້າງມີເນໂຣນສ໌ລິມິເຕັດ (LXML) ແລະ ລັດຖະ ບານລາວ ຖືຮຸ້ນ 10 ສ່ວນຮ້ອຍ.    

      ທ່ານ ຣິກ ໄດ້ຊີ້ໃຫ້ເຫັນວ່າການຈ່າຍເງິນຈຳນວນດັ່ງກ່າວແມ່ນເປັນຜົນມາຈາກຜົນຜະລິດທອງທີ່ເຂັ້ມແຂງໃນໄຕມາດ ທຳອິດ. ທ່ານກ່າວວ່າ: “LXML ຮັບຮູ້ເຖິງຄວາມສຳຄັນໃນການຈ່າຍເງິນຕົງເວລາເພາະມັນກ່ຽວພັນກັບຄວາມຈຳເປັນຂອງ ລັດຖະບານໃນການບໍລິຫານສະແສເງິນສົດ ແລະ ບໍລິສັດກໍເຫັນວ່າການປະຕິບັດຄວາມມຸ່ງໝັ້ນດ້ານການເງິນຂອງຕົນແມ່ນ ພັນທະທີ່ສຳຄັນໃນການສ້າງ ແລະ ຮັກສາ ສາຍພົວພັນທີ່ດີກັບລັດຖະບານ.    
      MMG LXML ບໍ່ຄຳ-ທອງ ເຊໂປນໄດ້ປະກອບສ່ວນລາຍຮັບໂດຍກົງຫຼາຍກວ່າ 1,2 ຕື້ໂດລາ ໃຫ້ແກ່ ສປປ ລາວ ນັບຕັ້ງແຕ່ບໍລິສັດໄດ້ເລີ່ມຂຸດຄົ້ນ ແລະ ຜະລິດ ແຮ່ທາດແຕ່ປີ 2003 ເປັນຕົ້ນມາ.

No comments:

Post a Comment