ໃນວັນທີ 2 ສິງຫານີ້, ຢູ່ສູນການຄ້າລາວ-ໄອເຕັກ,
ນະຄອນ ຫລວງວຽງຈັນ, ສະຖາບັນວິໄຈນີວທຣີເຊຍ, ເຊິ່ງເປັນສະຖາບັນ ວິໃຈລະດັບໂລກ
ແລະ ຜະລິດຕະ ພັນອາຫານເສີມສຳລັບເດັກ ໄຮຄິວ ຄິດຄລັບຮ່ວມກັບໂຮງໝໍກຸງເທບ-ອຸດອນທານີ,
ໄດ້ຈັດສຳມະນາຫົວຂໍ້ “ຄວາມສຳເລັດຂອງລູກເລີ່ມຕົ້ນໄດ້ຕັ້ງແຕ່ວັນນີ້”
ເພື່ອແລກ ປ່ຽນປະສົບການເສີມສ້າງພັດທະນາການຮຽນຮູ້ໃຫ້ແກ່ລູກ ແລະ ຮັບຮູ້ຜົນວິໃຈນະວັດຕະກຳໃໝ່ດ້ານໂພສະນາການສຳລັບເດັກໂດຍມີບັນດາແພດຊ່ຽວ ຊານ ເດັກ ຈາກປະເທດໄທມາໃຫ້ ຄວາມຮູ້ ແລະ ສົນທະນາກ່ຽວກັບການລ້ຽງດູລູກໃຫ້ຖຶກວິທີຕໍ່ການຮຽນຮູ້ ແລະ ການພັດທະນາ ຂອງເດັກ.
ທ່ານ ກຸດສະຕາໂວ ຮິວເດນແບລນ (Gustavo
Hildenbrand) ຕົວແທນບໍລິສັດ ດູເມັກ ໄດ້ກ່າວວ່າ: ສະຖານບັນວິໃຈນີວທຣີເຊຍ,
ໄດ້ຄຳນຶງເຖິງໂພສະນາການທີ່ດີສຳລັບເດັກຕັ້ງແຕ່ຍັງເຍົາໄວ ແລະ ສຳຄັນຕໍ່ສຸຂະພາບຂອງຄົນເຮົາໃນໄລຍະຍາວ
ຈຶ່ງໄດ້ມຸ້ງໝັ້ນພັດທະນານະວັດຕະກຳດ້ານໂພສະນາການທີ່ຜ່ານການ ພິສູດ ແລະ
ຮັບຮອງທາງວິທະຍາສາດ ເພື່ອໃຫ້
ເດັກ ນ້ອຍທົ່ວໂລກເລີ່ມຕົ້ນຊີວິດຢ່າງມີຄຸນນະພາບ,
ນອກຈາກມີການພັດ ທະນາທາງດ້ານຮ່າງກາຍທີ່ແຂງແຮງ ແລະ ສະ ໝອງໃຫ້ດີແລ້ວ, ຍັງລວມໄປເຖິງລະບົບພູມຕ້ານທີ່ດີອີກດ້ວຍ
ເຊິ່ງຜົນການວິໃຈ ລະບຸວ່າ ພູມຕ້ານທານຈະສາ ມາດສ້າງຮາກຖານທີ່ເຂັ້ມແຂງໃຫ້ກັບຮ່າງກາຍໄດ້ດີກໍຕໍ່ເມື່ອໄດ້ຮັບໂພສະນາການທີ່ດີໃນສັດ
ສ່ວນທີ່ເໝາະສົມ.
ປັດຈຸບັນ, ການພັດທະນາດ້ານສະຕິປັນຍາຂອງລູກເປັນສິ່ງທີ່ແມ່ສ່ວນໃຫຍ່ໃຫ້ຄວາມສຳ
ຄັນ ຈົນເບິ່ງຂ້າມການພັດທະ ນາທາງດ້ານຮ່າງກາຍຂອງເດັກເຊິ່ງຄວາມຈິງການມີສຸຂະພາບຮ່າງກາຍທີ່ແຂງແຮງສົມບູນ
ຍິ່ງສົ່ງຜົນຕໍ່ການພັດທະນາການຮຽນຮູ້ທາງດ້ານສະໝອງຂອງເດັກແຕ່ຖ້າຫາກລູກນ້ອຍບໍ່ສະບາຍຢູ່ຕະຫລອດ
ກໍ່ອາດເຮັດໃຫ້ຂາດຄວາມຕໍ່ເນື່ອງຂອງພັດທະນາການທີ່ສົມໄວໄດ້ເພາະການພັດທະນາລະບົບພູມຕ້ານທານ
ແລະ ພັດທະນາການຕ່າງໆຂອງເດັກນ້ອຍໃນໄລຍະ 3 ປີທຳອິດ ຍັງບໍ່ສົມບູນ.
ສະຖານບັນນີວທຣີເຊຍ, ໄດ້ວິໃຈກຸ່ມຕົວຢ່າງເດັກສຸຂະພາບດີທີ່ມີອາຍຸລະຫວ່າງ
1-3 ປີ ເຊິ່ງເປັນຊ່ວງທີ່ສຳຄັນຂອງການ ຈະເລີນເຕີບໂຕທັງພັດທະນາການທາງສະໝອງ
ແລະ ລະບົບພູມຕ້ານທານ ໂດຍໄດ້ຕິດຕາມພາວະການປ່ຽນແປງທາງກາຍະພາບຂອງເດັກຈຳນວນ
767 ຄົນ ໃນສູນເບິ່ງແຍງເດັກນ້ອຍຈາກ 5 ປະເທດທັງໃນເອີຣົບ ແລະ ເອເຊຍ ເປັນເວລາໜຶ່ງປີຢ່າງຕໍ່ເນື່ອງອາທິດລະ
2 ວັນ, ໂດຍຜົນການວິໃຈພົບວ່າເດັກທີ່ໄດ້ຮັບໂພສະນາການທີ່ມີສ່ວນປະກອບຂອງສອງອາຫານສຳຄັນຄື:
ພຣີໄບໂອຕິກອາຫານຂອງຈຸລິນຊີ ສຸຂະພາບ GOS/lcfos ໃນສ່ວນ 9:1 ປະລິມານ 6 ກລັມຕໍ່ວັນ
ແລະ DHA ກົດໄຂມັນ ທີ່ສຳຄັນ ແລະ ຜະລິດຕະພັນອາຫານສຳລັບເດັກທີ່ມີສ່ວນປະສົມຂອງທາດໂອເມກ້າ
3 ປະລິມານ 100 ກຣາມ ຕໍ່ວັນ ຈະຫລຸດຄວາມສ່ຽງຂອງການຕິດເຊື້ອລົງຫລາຍກວ່າເດັກກຸ່ມທີ່ດື່ມຜະລິດຕະພັນນົມທີ່ບໍ່ມີສ່ວນປະສົມດັ່ງກ່າວ.

No comments:
Post a Comment