Ad

Ad

14 August 2014

ລາວຫາລືຄວາມພ້ອມກຽມເຂົ້າປະຊາຄົມອາຊຽນ



     ກະຊວງການຕ່າງປະເທດ, ກະຊວງຖະແຫລ່ງຂ່າວ, ວັດທະນທຳ ແລະ ທ່ອງ ທ່ຽວ, ກະຊວງອຸດສະຫະກຳ ແລະ ການ ຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ແລະ ພາກ ສ່ວນກ່ຽວຂ້ອງຕ່າງໆພ້ອມດ້ວຍຜູ້ປະກອບການຫົວໜ່ວຍ ທຸລະກິດຂອງລາວ, ໄດ້ຮ່ວມກັນປຶກສາຫາລືແລກປ່ຽນຄວາມຄິດເຫັນລະຫວ່າງ ພາກລັດ ແລະ ເອກະຊົນກ່ຽວກັບຄວາ ມພ້ອມຂອງ ສປປ ລາວ ໃນການເຂົ້າປະຊາ ຄົມເສດຖະກິດອາຊຽນໃນປີ 2015 ໂດຍສະເພາະພາກລັດໄດ້ລາຍງານໃຫ້ຮູ້ວ່າ ມີດ້ານໃດແດ່ທີ່ສາມາດຈັດຕັ້ງປະຕິບັດສຳ ເລັດແລ້ວ ແລະ ອັນໃດທີ່ບໍ່ທັນ ສຳເລັດ, ອັນໃດຄືໂອກາດ ແລະ ສິ່ງທ້າທາຍຂອງປ ະເທດເຮົາ ແລະ ໃນຕໍ່ໜ້ານີ້ ລາວເຮົາຈະ ເຮັດຫຍັງແດ່ເພື່ອສ້າງຄວາມ ພ້ອມຮັບມື ແລະ ແກ້ໄຂບັນຫາທີ່ອາດຈະເປັນຜົນກະ ທົບຕໍ່ບັນດາຫົວໜ່ວຍທຸລະກິດ ແລະ ຜູ້ປະ ກອບການຂອງລາວເຮົາ. ນອກ ຈາກນີ້, ກອງປະຊຸມໄດ້ສຸມໃສ່ມາດຕະການຊຸກ
ຍູ້ການຈັດຕັ້ງຜັນຂະຫຍາຍມະຕິລັດຖະບານທີ່ໄດ້ຮັບຮອງເອົາເມື່ອຕົ້ນປີ 2013 ກ່ຽວກັບການກະກຽມ ແລະ ຮັບ ມືກັບສິ່ງ ທ້າທາຍຕ່າງໆໃນການເຂົ້າປະຊາຄົມອາຊຽນໃນປີ 2015 ໂດຍສະເພາະແມ່ນກ່ຽວ ກັບກາລະໂອກາດ, ສິ່ງທ້າທາຍ ແລະ ບັນ ຫາອື່ນໆ ເປັນຕົ້ນ: ການ ສ້າງບຸກຄະລະກອນ, ນິຕິກຳ, ໂຄງລ່າງພື້ນຖານ, ຜະລິດຕະພັນ ແລະ ອື່ນໆ ເພື່ອໃຫ້ພາກທຸລະ ກິດຂອງ ສປປ ລາວ ໄດ້ຮັບຜົນ ປະໂຫຍດສູງສຸດຈາກການເຂົ້າ ຮ່ວມປະຊາຄົມເສດຖະກິດອາ ຊຽນໃນປີ 2015 ນີ້.
    ການປຶກສາຫາລືດັ່ງກ່າວ, ມີຂຶ້ນໃນວັນທີ 13 ສິງຫານີ້, ຢູ່ ສູນຮ່ວມມືສາກົນ ແລະ ເຝິກອົບ ຮົມ (ITCT), ນະຄອນ ຫລວງວຽງຈັນ. ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງ ການຕ່າງປະເທດ, ມີບັນດາລັດຖະມົນຕີ, ຜູ້ ຕາງໜ້າຈາກສະຖາບັນຄົ້ນຄວ້າ ແລະ ຜູ້ປະກອບການຫົວໜ່ວຍທຸລະກິດເຂົ້າ ຮ່ວມຢ່າງຫລວງຫລາຍ.

No comments:

Post a Comment