Ad

Ad

15 August 2014

ເອກະລັກລາວ ເອກະລັກອາຊຽນ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
     ຜ່ານການເຄື່ອນໄຫວກັບອາຊຽນ ພາຍໃຕ້ຄັນທຸງຂອງໄອປາ (AIPA) ຫລື ສະມັດ ຊາລັດຖະສະ ພາລະຫວ່າງຊາດອາ ຊຽນມາໄດ້ກວ່າ 20 ປີ, ຈານແຍ່ເຫັນວ່າໜຶ່ງ ໃນບັ ນຫາທີ່ຊາວອາຊຽນສົນໃຈ ເປັນພິເສດນັ້ນ ກໍຄືການສ້າງເອກະລັກສະເພາະ ຂອງອາ ຊຽນ (ASEAN IDENTITY) ເອກະ ລັກທີ່ວ່ານັ້ນ ຖ້າບໍ່ມີການອະທິ ບາຍຢ່າງລະ ອຽດຄັກແນ່ ກໍອາດ ພາໃຫ້ ຫລາຍຄົນບໍ່ເຂົ້າໃຈ ແລະ ອາດຈະມີການຕັ້ງຂໍ້ສົງໄສຂຶ້ນ ວ່າ: ເມື່ອປະຊາຄົມອາຊຽນໄດ້ ຮັບການສ້າງຕັ້ງຂຶ້ນໃນປີ 2015 ນີ້, ເອກະລັກຂອງແຕ່ ລະປະເທດສະມາຊິກກໍຈະສູນຫາຍ ຫລື ຈືດ ຈາງລົງ ເພາະຊາວອາຊຽນຕ້ອງ ສຸມໃສ່ ສ້າງເອກະລັກອາຊຽນ, ສ້າງຈິດສຳນຶກວ່າຕົນເອງເປັນ ຄົນອາຊຽນ. ຄວາມເຂົ້າໃຈ ແລະ ຄວາມສົງໄສແບບນີ້, ຈານແຍ່ຍັງ ພົບເຫັນເປັນປະຈຳລວມ ທັງຢູ່ເຂດຫ່າງໄກສອກຫລີກ, ຜີບໍ່ທ່ອງ ຄົນບໍ່ທຽວ, ບາງຄົນຕັ້ງຄຳຖາມ ຂຶ້ນວ່າ: ເປັນອາຊຽນແລ້ວຊິໄດ້ ກິນປາແດກຄືເກົ່າບໍ່, ສ່ວນພໍ່ເຖົ້າ ຊົນເຜົ່າຄົນໜຶ່ງຖາມຈານແຍ່ວ່າ: “ກອກ ດາກ” ນີ້ຍັງຊິໄດ້ດູດຄືເກົ່າ ຢູ່ຫວະ ? (ກອກດາກ ແມ່ນບັ້ງຢາສູບເຮັດ ດ້ວຍໄມ້ໄຜ່ທີ່ບັນຈຸນ້ຳ, ເມື່ອເວລາສູບຈະມີສຽງດັງ
ກອດໆ). ຄວາມກັງວົນສົນໃຈດັ່ງ ກ່າວນັ້ນ ຈານແຍ່ວ່າເປັນເລື່ອງທຳມະດາ ເພາະແຕ່ລະຊາດແຕ່ລະພາສາໃຜໆກໍ້ຕອງການ ອະນຸລັກຮັກສາເອກະລັກທີ່ຕົນເອງວ່າ ດີງາມເອົາໄວ້. ເອກະລັກຂອງອາຊຽນໃນເນື້ອແທ້ກໍແມ່ນການສັງລວມເອົາເອກະລັກ ຂອງແຕ່ລະ ຊາດແຕ່ລະເຜົ່ານັ້ນລະ ຫລື ເວົ້າອີກຢ່າງໜຶ່ງກໍແມ່ນເອົາ ການອະນຸລັກຮັກສາຮີດຄອງປະເພນີວັດ ທະນະທຳອັນດີ ງາມຂອງແຕ່ລະຊາດແຕ່ລະເຜົ່າພັນທີ່ປະກອບ ເປັນ “ຊາວອາຊຽນ” ເປັນໂຄງສ້າງຂອງເອກະລັກສະເພາະຂອງ ອາຊຽນ ເພາະວ່າຊາວອາຊຽນໃນຫລາຍໆປະເທດນັ້ນມີຫລາຍອັນຄືກັນແຕ່ຫາກ ບໍ່ແມ່ນອັນດຽວກັນ. ຊາວອາຊຽນຢູ່ຫລາຍປະ ເທດເອົາການນົບເພື່ອສະແດງຄວາມເຄົາລົບຕໍ່ກັນ ແລະ ກັນ, ເຄື່ອງດົງຕີ ປະ ເພດແຄນ ຫລື ລັກສະນະຄ້າຍແຄນກໍພົບ ເຫັນຢູ່ຫລາຍໆປະເທດລວມທັງການກິນເຂົ້າໜຽວ ແລະ ປາແດກທີ່ມີເອກະລັກ ສະເພາະ ແລະ ວິທີປຸງຕ່າງກັນ.
     ເລື່ອງວ່າເມື່ອເປັນຄອບຄົວໃຫຍ່ອາຊຽນແລ້ວ, ເອກະລັກຂອງຄອບຄົວນ້ອຍ (ໝາຍເຖິງແຕ່ລະປະເທດ) ຈະໝົດຄຸນຄ່າ ລົງນັນຈານແຍ່ບໍ່ໄດ້ງໍ້ງ່ຽງພໍເມັດ, ແຕ່ສິ່ງທີ່ຢ້ານແຮງແມ່ນສະພາບຄວາມຜິວເຜີນຂອງຄົນໃນຊາດ ເຮົາເອງທີ່ຈະພາໃຫ້ເອກະລັກ ສະເພາະຂອງຕົນເສຍໄປເຊັ່ນຊື່ເອີ້ນອາຫານພວກເຮົາກໍເວໄປນຳປະເທດອື່ນໆ ບໍ່ພຽງແຕ່ເທົ່ານັ້ນການກຳນົດການຂຽນຊື່ຂອງ ອາຫານເປັນພາສາອັງກິດກໍບໍ່ເປັນເອກະພາບ ເຊັ່ນຄຳວ່າ: “ເອາະຫລາມ” ກໍຂຽນກັນໄປຄົນລະ ແບບເຊັ່ນ: “ORLARM”, “OLam”, ຄຳວ່າ: “ແຄນ” ກໍຂຽນຕາມໃຈ ເຊັ່ນ: “KHENE”, “KHAEN”, “ສິ້ນ” ບາງຄົນກໍຂຽນ “SINH” ແລະ ບາງກໍ “SIN” ຊື່ສະຖານທີ່ແຫລ່ງທ່ອງ ທ່ຽວລະດັບຊາດ ແລະ ສາກົນກໍ ບໍ່ເຄີຍເປັນເອກະພາບໃນການ ຂຽນເຊັ່ນ: “ວັດພູ” ກໍສະ ກົດຕ່າງ ກັນເຊັ່ນ: WAT PHOW, WAT PHOO, VATPU ແລະ ອື່ນໆ ອັນນີ້ບໍ່ຫັນນັບເລື່ອງນົບກັບຈັບມື ທັກທາຍ ເຊິ່ງເຮັດປົນເປກັນ, ບໍ່ມີ ການກຳນົດຕາຍໂຕວ່າເວລາໃດ ຈັບມື ເວລາໃດນົບ. ນອກນັ້ນ ກໍມີ ເລື່ອງນຸ່ງຖື... ຈານແຍ່ວ່າຖ້າເປັນ ຄືຊູ່ມື້ນີ້ ພວກເຮົາຈະເສຍເອກະ ລັກສະເພາະຂອງຕົນ ເຊິ່ງເປັນ ອົງປະກອບໜຶ່ງຂອງເອກະລັກ ລວມຂອງອາຊຽນ, ພວກ ເຮົາຍັງບໍ່ທັນໄດ້ເຮັດຫຍັງຢ່າງຈິງຈັງ ເພື່ອອະນຸລັກເອກະລັກຂອງຊາດ ເອົາໄວ້, ທີ່ເຮັດໄປກໍມີລັກສະນະເຄິ່ງໆກາງໆ ຊິວ່າເຫ້ຍ ກໍບໍ່ແມ່ນຊິວ່າແລນກໍບໍ່ແມ່ນ. ຈົ່ງຈຳໄວ້ ວ່າ: ອາຊຽນຈະບໍ່ເຮັດໃຫ້ເຮົາ ເສຍເອກະລັກ, ແຕ່ເຮົາເອງນີ້ລະແມ່ນໂຕການທຳລາຍ ໂຕເອງຖ້າບໍ່ລະມັດລະວັງ.

No comments:

Post a Comment