Ad

Ad

15 August 2014

ອຸຕຸແຈ້ງ ທ້າຍອາທິດນີ້ສະພາບຝົນຕົກຈະເບົາບາງລົງ



     ກົມ​ອຸຕຸ​ນິຍົມ ​ແລະ ອຸ​ທົກ​ກະ ສາ​ດ​ໃຫ້​ຮູ້​ວ່າ: ສະພາບ​ອາກາດ​ແຕ່​ວັນ​ທີ 13-19 ສິງຫາ​ນີ້, ຮ່ອງ​ຄວາມ​ກົດ​ດັນ​ອາກາດຕ່ຳ​ຍັງ​ຈະ​ມີ​ກຳລັງ​ປານ​ກາງ​ສືບ​ຕໍ່​ພັດ​ຜ່ານ​ຢູ່​ແຂວງ​ພາກ​ເໜືອ​ຫາ​ພາກ​ກາງ ຂອງ​ລາວ ສົມທົບ​ກັບ​ກະ​ແສ​ລົມ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ພັດ​ປົກ​ຄຸມ​ເປັນ​ສ່ວນ​ໃຫຍ່, ​ເຊິ່ງຈະ​ເຮັດ​ໃຫ້ ອາກາດ​ຮ້ອນ​ຢູ່​ຕື່ມອີກ ​ແລະ ຍັງ​ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ກະຈາຍ​ໃນ​ລະດັບ​ຄ່ອຍ​ຢູ່​ທົ່ວ​ໄປ ​ແລະ ຕົກ​ປານ​ກາງ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ແຕ່​ລະ​ພາກ. ນັບ​ຕັ້ງ​ແຕ່​ວັນ​ທີ 16-19 ສິງຫາ​ນີ້, ບໍລິ​ເວນ​ຄວາມ​ກົດ​ດັນ​ອາກາດ​ຕ່ຳ ຈະ​ພັດ​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ​ຂອງ​ລາວ​. ໃນ​ກຳລັງ​ປານ​ກາງ, ພ້ອມ​ດຽວກັນ​ກະ​ແສ​ລົມ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ພັດ ປົກ​ຄຸມໃນ​ກຳລັງ​ອ່ອນ, ຊຶ່ງ​ລັກ ສະນະ​ເຊັ່ນ​ນີ້ ຍັງ​ຈະ​ເຮັດ​ໃຫ້​ອຸນຫະພູມ​ອາກາດ​ຮ້ອນ​ຂຶ້ນ​ຕື່ມ ​ແລະ ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ກະຈາຍ​ໃນ​ລະດັບ​ຄ່ອຍ​ຢູ່​ແຕ່​ລະ​ພາກ.

     ສະພາບ​ອາກາດ​ໃນ​ຕົ້ນ​ຫາ​ກາງ​ອາທິດ​ຈະ​ຮ້ອນ​ທຳ​ມະ​ດາ, ໂດຍ​ສະ​ເພາະ​ຢູ່​ແຂວງ​ພາກ​ເໜືອ​ດ້ານ​ຕາ​ເວັນ​ຕົກລົງ​ຫາ​ພາກ​ກາງ, ​ໃນ​ລະດັບ​ອຸ​ນຫະພູມ​ສູງ​ສຸດ 31-33 ອົງສາ ​ແລະ ອາກາດ​ຍັງ​ຈະ​ໜາວ​ເຢັນ​ຢູ່່ເຂດ​ປາກ​ຊ່ອງ, ໃນທ້າຍ​ອາທິດອຸ​ນຫະພູມ​ອາກາດ​ຈະ​ສູງ​ຂຶ້ນ​ຕື່ມ​ເລັກໜ້ອຍ ໃນ​ລະດັບ​ອຸ​ນຫະພູມ​ສູງ​ສຸດ 34- 36 ອົງສາ. ສະພາບ​ຝົນ​ໃນ​ຕົ້ນ​ອາທິດນີ້ ​ຍັງ​ຈະ​ມີ​ຝົນຕົກ​​ຟ້າ​ຄະ ນອງ​ໃນ​ລະດັບ​ຄ່ອຍ​ເປັນ​ບໍລິ​ເວນ​ກວ້າງ ​ແລະ ຕົກ​ປານ​ກາງ​ເປັນ​ບາງ​ໂອກາດ​ຢູ່ບາງ​ທ້ອງ​ຖິ່ນ​ໃນ​ແຂວງ​ພາກ​ເໜືອ​ຫາ​ພາກ​ກາງ  ຫລັງ​ຈາກ​ນັ້ນ​ໃນ​ທ້າຍ​ອາທິດ​ສະ ພາບ​ຝົນຕົກ​ຈະ​ເບົາບາງ​ລົງ ​ແລະ ຈະ​ມີ​ຝົນຕົກ​ກະຈາຍ​ໃນ​ລະ​ດັບ​ຄ່ອຍ​ຢູ່ບາງ​ທ້ອງ​ຖິ່ນ​ໃນ​ແຕ່​ລະ​ພາກ.
     ສ່ວນ​ສະພາບ​ຝົນ​ໃນ​ອາທິດ​ຜ່ານ​ມາ ​ໄດ້​ມີ​ຝົນຕົກ​ຟ້າ​ຄະນອງ​ກະຈາ​ຍ​ໃນ​ລະດັບ​ຄ່ອຍ​ຢູ່​ເກືອບ​ທົ່ວ​ໄປ ​ແລະ ຕົກ​ປານ​ກາງ ຫາ​ໜັກ​ຢູ່​ບາງ​ທ້ອງ​ຖິ່ນໃນ​ແຂວງ​ພາກ​ກາງ, ​ເຊິ່ງປະລິມານ​ນ້ຳ​ຝົນ​ໄລຍະ 24 ຊົ່ວ​​ໂມງ ຂອງ​ວັນ​ທີ 6 ສິງຫາ​ນີ້ ຢູ່ສະຖານີ​ປາກ​ຊ່ອງ​ແທກ​ໄດ້ 70,0 ມິ​ນລິ​ແມັດ.

No comments:

Post a Comment