Ad

Ad

15 August 2014

ແອລທີຊີ ແລະ ຊີທີເຮັສ ລົງນາມພັດທະນາທຸລະກິດຮ່ວມກັນ



    ໃນວັນທີ 14 ສິງຫານີ້ ຢູ່ສຳນັກງານໃຫຍ່ບໍລິສັດ ລັດວິສາຫະກິດລາວໂທລະຄົມ (LTC), ນະຄອນຫລວງວຽງຈັນ ທ່ານ ທອງໃສ ຊານໄຊຍະ ອຳນວຍ ການລັດວິສາ ຫະກິດລາວໂທລະຄົມ ແລະ ທ່ານ ວິໄຊ ທອງແຕງ ປະທານກຸ່ມບໍລິສັດຊີທີເອັສ ອິນ ເຕີນາຊັນແນລ ລີມີເຕັດ (CTH), ໄດ້ຮ່ວມກັນລົງນາມໃນສັນຍາຮ່ວມມືເພື່ອ ພັດທະນາທຸລະກິດໂດຍສະເພາະແມ່ນ ການປັບປຸງຜະລິດຕະພັນຂອງລາວໂທລະ ຄົມໃຫ້ມີຄວາມຫລາກຫລາຍຂຶ້ນກວ່າເກົ່າເພື່ອສາມາດຕອບສະ ໜອງຄວາມຕ້ອງ ການຂອງລູກ ຄ້າໃນປັດຈຸບັນໄດ້ຢ່າງວ່ອງໄວ ແລະ ທັນເຫດການ. ເນື່ອງຈາກ ປັດຈຸບັນການນຳໃຊ້ອິນເຕີເນັດ ເພື່ອໃຫ້ສາມາດ ເຂົ້າເຖິງຂໍ້ມູນເພີ່ມສູງຂຶ້ນເຖິງ 300% ເຊິ່ງປະ ກອບມີ ການຊົມວີດີໂອຜ່ານຢູ ທູບ (YOUTUBE) ຫລື ໂທລະພາບອອນ ລາຍ ແລະ ຜົນສຳ ເລັດຈາກການລົງນາມຄັ້ງນີ້, ລາວໂທລະຄົມຈະໄດ້ພັດທະນາ ຮູບແບບຂອງຜະລິດຕະພັນໃໝ່ ທີ່ຫລາກ
ຫລາຍມາບໍລິການໃນ ໂທລະສັບມືຖືເປັນຕົ້ນ: ການ ຮ່ວມທວາຍຜົນບານເຕະໃນລີກຢູ່ຕ່າງປະເທດ ແລະ ລາຍການບັນ ເທິງ ອື່ນໆເຊັ່ນ: ຊ່ອງຮູບເງົາ ຟອກສະປອດ (Fox Sport), ກິ ລາມວຍປ້ຳດັບເບີ້ນຢູດັບເບີ້ນຢູອີ (WWE) ແລະ ລາຍການແຂ່ງ ຂັນກິລາປະເພດອື່ນໆຢ່າງຫລາກຫລາຍເຊິ່ງຮັບປະກັນວ່າຈະສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໄດ້ເປັນຢ່າງດີ.
     ໃນພິທີລົງນາມຄັ້ງນີ້ ໄດ້ຮັບ ກຽດເຂົ້າຮ່ວມຂອງທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ, ໂທລະ ຄົມມະນາຄົມ ແລະ ການສື່ສານ.

No comments:

Post a Comment