Ad

Ad

15 August 2014

ແຂວງສາລະວັນເປັນແຂວງທີ່ມີຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກຫລາຍກວ່າຫມູ່ໃນປັດຈຸບັນ



   ຕາມການລາຍງານຂອງ ໜ່ວຍເຝົ້າລະວັງພະຍາດລະບາດ, ກະຊວງສາທາລະນະ ສຸກ ໃຫ້ຮູ້ວ່າ: ຈຳນວນສະສົມຂອງ ຜູ້ຕິດ ເຊື້ອໄຂ້ເລືອດອອກຢູ່ທົ່ວປະເທດ ນັບແຕ່ ວັນທີ 28  ທັນວາ 2013 ມາຮອດວັນທີ 14 ສິງຫາ 2014 ນີ້, ມີ 1184 ກໍລະນີ້, ບໍ່ມີຜູ້ ເສຍຊີວິດ, ໃນນັ້ນແຂວງສາລະ ວັນເປັນແຂວງທີ່ມີຈຳນວນຜູ້ຕິດ ເຊື້ອຫຼາຍ ກວ່າໝູ່ 278 ກໍລະນີ, ຮອງລົງມາແມ່ນ ແຂວງອັດຕະປື234 ກໍລະນີ, ເຊກອງ 160 ກໍ ລະນີ, ວຽງຈັນ 134 ກໍລະນີ, ນະ ຄອນຫຼວງວຽງຈັນ 112 ກໍລະນີ, ຈຳປາສັກ 75 ກໍລະນີ, ອຸດົມໄຊ 66  ກໍລະນີ, ບໍລິຄຳໄຊ 38 ກໍລະ ນີ, ຄຳມວ່ນ 33 ກໍລະນີ, ໄຊຍະ ບູລີ 17 ກໍລະນີ, ຫຼວງພະບາງ 10 ກໍລະນີ, ຫຼວງນ້ຳທາ 8 ກໍລະນີ, ສະຫວັນນະເຂດ 7 ກໍລະນີ ແລະ ຜົ້ງສາລີ  6 ກໍລະນີ, ສ່ວນແຂວງອື່ນແມ່ຍັງບໍ່ມີການລາຍ ງານພົບກໍລະນີຜູ້ຕິດເຊື້ອ ແລະ ເຖິງວ່າປີ ນີ້ຍັງບໍ່ມີການລະບາດໃຫຍ່ກໍຕາມ, ແຕ່ເຫັນວ່າຈຳນວນຜູ້ຕິດເຊື້ອຍັງມີລັກສະນະ
ເພີ່ມຂຶ້ນ. ດັ່ງນັ້ນ ເພື່ອເປັນການສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວບໍ່ ໃຫ້ມີການແຜ່ລະບາດໃຫຍ່, ກະຊວງສາທາລະນະ ສຸກຈຶ່ງໄດ້ຮຽກຮ້ອງໃຫ້ປະຊາຊົນເປັນເຈົ້າ ການໃນການທຳລາຍແຫຼ່ງແຜ່ ພັນຂອງຍຸງລາຍ, ໂດຍສະເພາະ ແມ່ນປະຕິບັດຕາມ ຄຳຂວັນ 5 ປ ທີ່ກະຊວງສາທາລະນະສຸກວາງ ອອກໃຫ້ເຂັ້ມງວດ ຄື ປ 1 : ປິດ ຝາພາຊະນະທີ່ມີນ້ຳໃນເຮືອນ ແລະ ນອກ ເຮືອນເພື່ອບໍ່ໃຫ້ຍຸງ ມາໄຂ່ໃສ່, ປ 2: ປ່ຽນນ້ຳ ແລະ ຜັດຖຸພາຊະນະເຊັ່ນ: ເຕົ້າດອກ ໄມ້, ນ້ຳຮອງຕີນຕູ້ເຢັນ, ຖ້ານຮອງຈອກ ນ້ຳ, ປ 3: ປ່ອຍປາ ຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ, ປ 4: ປັບປຸງບໍ່ໃຫ້ມີນ້ຳ ຄ້າງກະໂປະ, ກະປ໋ອງ, ຮາງລິນ, ຢ່າງຕີນ ລົດເກົ່າ ແລະ ປ 5: ປະຕິບັດເປັນປະຈຳທຸກອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວ ຢູ່ໂຮງໝໍຫຼືສຸກສາລາໃກ້ບ້ານ. ພຽງເທົ່ານີ້ ທ່ານກໍຈະສາມາດປ້ອງກັນຕົນເອງຈາກໄຂ້ເລືອດອອກໄດ້.

No comments:

Post a Comment