Ad

Ad

15 August 2014

ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍຕ້ອງໄດ້ຮັບການຍົກຄຸນນະພາບຂຶ້ນສູ່ລະດັບໃຫມ່



     ການສະເຫລີມສະຫລອງ ວັນສື່ມວນຊົນແຫ່ງຊາດ ແລະ ວັນການພິມຈຳໜ່າຍ ຄົບຮອບ 64 ປີ (13 ສິງຫາ 1950 -13 ສິງຫາ 2014) ໄດ້ຜ່ານພົ້ນໄປດ້ວຍ ຜົນສຳ ເລັດຈົບງາມ ແລະ ເຕັມ ໄປດ້ວຍເນື້ອໃນທີ່ໄດ້ຢັ້ງຢືນໃຫ້ ເຫັນເຖິງການເຕີບໃຫຍ່ ຂະຫຍາຍຕົວຂອງວຽກງານດັ່ງ ກ່າວໃນໄລຍະຜ່ານມາ. ແຕ່ເມື່ອທຽບໃສ່ຄວາມ ຕ້ອງການຕົວຈິງຂອງສັງຄົມແລ້ວວຽກງານດັ່ງກ່າວຕ້ອງໄດ້ຮັບການຍົກສູງຄຸນນະ ພາບຂຶ້ນຫລາຍກວ່າເກົ່າ.
    ທ່ານລັດຖະມົນຕີຊ່ວຍວ່າ ການກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ສະຫວັນຄອນ ຣາຊມົນຕຣີ     ໄດ້ເວົ້າເຖິງຄວາມຈຳເປັນດັ່ງກ່າວວ່າ: ແຕ່ລະອົງການສື່ມວນຊົນ ລ້ວນແຕ່ມີພາລະບົດບາດ ແລະ ໜ້າທີ່ການເມືອງຂອງຕົນ ກຳນົດໄວ້ຢ່າງຈະແຈ້ງ, ແຕ່ຍັງມີທ່າອ່ຽງສ່ອງແສງທຸກເນື້ອໃນທຸກ ເຫດການໂດຍລືມຄຳນຶງເຖິງ ພາລະບົດບາດຕົ້ນຕໍຂອງຕົນ. ເນື້ອໃນຜະລິດຕະພັນສື່ມວນຊົນ ແລະ ສິ່ງພິມເຖິງວ່າໄດ້ສ່ອງ ແສງທຸກຈິດໃຈແນວທາງຂອງ ພັກ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມຂອງລັດແຕ່ກໍເຫັນວ່າບໍ່ເລິກ ເຊິ່ງເທົ່າທີ່ຄວນ, ບໍ່ທັນຕອບສະ ໜອງໄດ້ບັນດາຄຳຖາມ
ແລະ ຄວາມສົນໃຈຂອງສັງຄົມໄດ້ ຢ່າງທັນການ ແລະ ຄົບຖ້ວນ ແລະ ບໍ່ຖືກເປົ້າໝາຍຂອງຜູ້ ອ່ານ, ຜູ້ຊົມ ແລະ ຜູ້ຟັງ. ສະນັ້ນ ເພື່ອຍົກສູງຄຸນນະພາບວຽກ ງານດັ່ງກ່າວຂຶ້ນສູ່ລະດັບໃໝ່ນັ້ນພວກເຮົາຕ້ອງສືບຕໍ່ຊຸກຍູ້ໃຫ້ອົງການສື່ມວນຊົນທຸກ ປະເພດປັບ ປຸງຄຸນນະພາບໄປຕາມກົດໝາຍວ່າດ້ວຍສື່ມວນຊົນ ແລະ ຈັນຍາ ບັນຂອງສື່ມວນຊົນຢ່າງເຂັ້ມງວດໂດຍເນັ້ນໃສ່ ການເຄື່ອນ ໄຫວໃຫ້ຖືກຕ້ອງຕາມການຊີ້ນຳຂອງພັກ, ການຄຸ້ມຄອງຂອງ ລັດ, ເພີ່ມເນື້ອໃນ, ຮູບແບບໃຫ້ມີຄຸນນະພາບ ຮັບໃຊ້ຄວາມຕ້ອງການຕົວຈິງຂອງພັກ-ລັດ ແລະ ປະຊາຊົນ, ສູ້ຊົນນຳເອົາຜະລິດຕະພັນສື່ມວນຊົນເປັນຕົ້ນແມ່ນ ໜັງສືພີມ ໄປຮອດໄປເຖິງ ປະຊາຊົນຢູ່ເຂດຫ່າງໄກສອກຫລີກ ແລະ ສົ່ງເສີມໃຫ້ແຕ່ລະອົງການສື່ມີເວັບໄຊຂອງຕົນ, ສືບຕໍ່ກໍ່ສ້າງພະ ນັກງານ, ຄູສອນ ແລະ ປື້ມຄູ່ມືວິຊາສະເພາະວຽກງານສື່ໃຫ້ຫລາຍກວ່າເກົ່າ ແລະ ກ້າວສູ່ຄຸນນະພາບໃໝ່.

No comments:

Post a Comment