Ad

Ad

15 August 2014

ມະຫະກຳສີມືຫັດຖະກຳລາວຄັ້ງທີ 13 ຈະໄດ້ຈັດຂຶ້ນໃນເດືອນຕຸລານີ້



     ​ໃນ​ວັນ​ທີ 14 ສິງຫາ​ນີ້, ຢູ່​ສະມາຄົມ​ນັກ​ຂ່າວ​ແຫ່​ງ ສປປ ລາວ ນະຄອນຫລວງ​ວຽງ​ຈັນ ໄດ້​ມີ​ຖະ​ແຫລງຂ່າວກ່ຽວ​ກັບ​ການ​ກະກຽມຈັດ​ມະຫາ​ກຳ​ສີມື​ຫັດຖະກຳ​ລາວ​ຄັ້ງ​ທີ 13 ປະຈຳ​ປີ 2014 ຂຶ້ນ ​​​​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ຫານ​ຊະ ນະສີ​ສານ ປະ ທານ​ສະມາຄົມຫັດຖະກຳ​ລາວ,   ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ ແລະ ສື່​ມວນ​ຊົນຫລາຍ​ພາກສ່ວນເຂົ້າ​ຮ່ວມ.
     ເພື່ອ​ເປັນ​ການ​ເປີດ​ໂອກາດ​ດ້ານ​ການ​ຕະຫລາດ​ກວ້າງ ຂວາງ​ ​ແລະ ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ຊາວ​ຊ່າງ​ຫັດຖະກຳ, ​ແລະ ຊ່ວຍ​ໃຫ້​ປະຊາຊົນ​ຜູ້​ຜະລິດ​ມີ​ວຽກ​ເຮັດ​ງານ​ທຳ​ມີ​ລາຍ​ຮັບ ເພື່ອ​ນຳ​ມາ​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ຕົນ​ໃຫ້​ດີ​ຂຶ້ນ ແລະ ສາ ມາດ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ຕາມ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ
ລັດຖະບານ, ພ້ອມ​ກັນ​ນັ້ນ ກໍ​ເປັນ​ການ​ພັດ ທະນາ ​ແລະ ສົ່ງ​ເສີມ​ຜະລິດ​ຕະພັນ​ຫັດຖະກຳ​ລາວ​ໃຫ້​ກາຍ ເປ​ັນສິນຄ້າ​ອອກ​ສູ່​ຕະຫລາ​ດພາຍ​ໃນ ແລະ ຕ່າງປະ​ເທດ ​ແລະ ທັງເປັນ​ການ​ປະກອບສ່ວນ​ສົ່ງ​ເສີມ ,  ​ສະໜັບສະໜູນ​ສີ​ໄມ້​ລາຍ​ມື​ຄົນ​ລາວ-​ເອກະລັກ​ລາວ-​ຜະ ລິດ​ຕະພັນ​ລາວ ​ໃຫ້​ຢູ່​ຄູ່​ກັບ​ສັງຄົມ​ລາວ​ຕະຫລອດ​ໄປ.
     ​​ ມະຫະກຳ​ສີມື​ຫັດຖະກຳ​ລາວ​​ແມ່ນ​ໄດ້​ຈັດ​ຂຶ້ນ​ທຸກໆ​ປີ ແລະ ຄັ້ງ​ນີ້​ເປັນຄັ້ງ​ທີ 13, ຊຶ່ງ​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ  13-19 ຕຸລາ ນີ້ຢູ່ສູນ​ການ​ຄ້າ​ລາວ-​ໄອ​ເຕັກ ນະຄອນ ຫລວງ​ວຽງ​ຈັນ,  ໂດຍ​ການ​ເປັນ​ເຈົ້າພາບ​ຮ່ວມ​ກັນ​ລະຫວ່າງ ສະພາ​ການ​ຄ້າ ​ແລະ ອຸດ​ສາຫະກຳ​ແຫ່​ງຊາດ ​ແລະ ສະມາຄົມ ຫັດຖະກຳ​ລາວ ​ແລະ  ​ໃນ​ງານ​ຍັງຈະ​ມີ​ຫລາຍໆ​ກິດຈະກຳ​ເຊັ່ນ: ການວາງສະ​ແດງ-ຂາຍ​ສິນຄ້າ​ຫັດ​ຖະກຳ​ລາວ,  ຜະລິດ​ຕະພັນ​ດີ​ເດັ່ນ, ການ​ສາທິດ​ການ​ຜະລິດ​ສິນຄ້າ​ຫັດຖະກຳ ​ແລະ ງານຍ່າງ​ແບບ​ເສື້ອ​ຜ້າ​ອາພອນ ແລະ ເຄື່​ອງປະດັບທີ່​ເປັນ​ເອກະລັກ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ.

No comments:

Post a Comment