Ad

Ad

15 August 2014

ສຳເລັດການຍົກລະດັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ



    ທະນາຄານ ​ແຫ່ງ ສປປ ລາວ ຮ່ວມ​ກັບທະນາຄານ ​ເອ​ເອັນ​​ແຊັດ​ລາວ ​ໄດ້​ຈັດ ການ​ເຝິກອົບ ຮົມ​ພາຍ​ໃຕ້​ຫົວ​ຂໍ້ “ການ​ຕ້ານ​ການ​ຟອກ​ເງິນ ​ແລະ ສະໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ” ຂຶ້ນ​ໃນ​ວັນ​ທີ 12 ສິງຫານີ້ ຢູ່ໂຮງ​ແຮມ​ລາວ​ພລາຊານະຄອນ ຫລວງ​ວຽງ​ຈັນ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ພັນທະ​ບູນ ​ໄຊ​ຍະ​ເພັດ ຫົວໜ້າ​ໜ່ວຍ​ງານ​ຂໍ້​ມູນ​ຕ້ານ​ການ​ຟອກ​ເງິນ​ທະ ນາຄານ ແຫ່ງ ສປປ ລາວ, ທ່ານ​ນາງ ແທມມີ ​ເມ​ດາດ ຜູ້ອຳນວຍການ​ທະ ນາຄານ ​ເອ​ເອັນ​ແຊັດ​ລາວ, ທ່ານ ດາ​ນຽນ ກລູນ (Daniel A. Clune) ​ເອກ​ອັກຄະ​ລັດຖະທູດ​ສະ ຫະລັດ​ອາ​ເມ​ລິ​ກາ​ປະຈຳ​ລາວ, ທ່ານ ຟີ​ລິບ ​ແມ​ລອນ (Philip Malone) ​​ເອກ​ອັກຄະ​ລາຊະທູດ​ຣາຊະ​ອານາຈັກ​ອັງກິດ​ປະຈຳ​ລາວ ພ້ອມ​ເຈົ້າໜ້າ​ທີ່​ທີ່​ເຮັດ​ວຽກ​ໃນ​ຄະນະ​ກຳມະການ​ຕ້າ​ນການ​ຟອກ​ເງິນ​ຈາກ​ກະຊວງ, ອົງ ການ, ຕາງໜ້າ​ທະນາຄານ-ສະ​ຖາ​ບັນ​ການ​ເງິນ​ຕ່າງໆ​ເຂົ້າຮ່ວມ​ນຳດ້ວຍ.

     ຫົວໜ້າ​ໜ່ວຍ​ງານ​ຂໍ້​ມູນ​ຕ້ານ​ການ​ຟອກ​ເງິນ, ຜູ້ອຳນວຍການ​ທະນາຄານ ​ເອ​ເອັນ​ແຊັດ​ລາວ, ເອກ​ອັກຄະ​ລັດຖະທູດ​ສະຫະ ລັດ​ອາ​ເມ​ລິ​ກາ ​ແລະ ​ເອກ​ອັກຄະລາ ຊະທູດ​ອັງກິດ ກໍ​ໄດ້​ຜັດປ່ຽນ​ກັນ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຕ້ານ​ການ​ຟອກ​ເງິນ ​ແລະ ສະໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ. ຈາກ​ນັ້ນ, ຫົວໜ້າ​ລະບຽບ​ການ​ກຸ່ມທະນາຄານ ​ເອ​ເອັນ​ແຊັດ ​ແລະ ຫົວໜ້າ​ຮັບຜິດ ຊອບ​ອາ​ຊະ​ຍາ​ກຳ ​ແລະ ການ​ຟອກ​ເງິນ​ກຸ່ມ​ທະນາຄານ​ດັ່ງກ່າວ ກໍ​ໄດ້​ຍົກ​ໃຫ້​ເຫັນ​ບັນຫາ​ໃນ​ລະດັບ​ສາກົນ, ຜົນ​ເສຍ​ຫາຍ​ຂອງ​ທະນາຄານຖ້າ​ບໍ່​ປະຕິບັດ​ຕາມ​ລະບຽບ​ການ, ນະ​ໂຍບາຍ ​ແລະ ລະ ບຽບ​ການ​ຂອງ​ທະນາຄານ ​ເອ​ເອັນ​ແຊັດ ​ແມ່ນ​ເນັ້ນບັນຫາ​ການ​ບໍລິຫານ ​ແລະ ການ​ເອົາ​ໃຈ​ໃສ່​ຕິດຕາມ​ເກັບ​ກຳ​ບັນທຶກ​ຂໍ້​ມູນ​ຂອງ​ລູກ​ຄ້າ ​ແນ​ໃສ່​ຈຳກັດ​ບໍ່​ໃຫ້​ຜູ້​ບໍ່​ຫວັງ​ດີ​ໃຊ້​ທະນາຄານ​ຂອງ​ຕົນ​ເປັນ​ທາງ​ຜ່ານ. ການ​ເຝິກອົບຮົມ​ຄັ້ງນີ້​ເປັນຄັ້ງທຳ​ອິດ​ນັບ​ແຕ່​ກົດ ໝາຍ​ວ່າ​ດ້ວຍ​ການ​ຕ້ານ ​ແລະ ສະກັດ​ກັ້ນການ​ຟອກ​ເງິນ ​ແລະ ສະໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ​ ​ໄດ້​ຖືກ​ຮັບຮອງ​ເອົາ​ຈາກ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ ​ໃນ​ລະ ຫວ່າງ​ເດືອນ​ກໍລະກົດ​ຜ່ານ​ມານີ້ ເພື່ອ​ເປັນ​ການ​ແລກປ່ຽນ​ບົດ ຮຽນ, ປະສົບ​ການ​ວຽກ​ງານ​ດັ່ງ ກ່າວ​ຂອງ​ທະນາຄານ​ເອ​ເອັນ​ແຊັດ ທັງ​ເປັນ​ການ​ສ້າງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ວຽກ​ງານ​ຕ້ານ​ການ​ຟອກ​ເງິນ ​ແລະ ສະໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ​ໃຫ້​ແກ່​ສະ​ຖາ​ບັນ​ການ​ເງິນ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ໂດຍ​ສະ​ເພາະ​ມາດ​ຕະການ​ຕ້ານ ​ແລະ ສະກັດ​ກັ້ນອາ​ຊະ​ຍາ​ກຳ​ດັ່ງກ່າວ ເຊິ່ງ​ເປັນ​ອາ​ຊະ​ຍາ​ກຳ​ຮ້າຍ​ແຮງ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ສັງຄົມ​ຢ່າງ​ໃຫຍ່​ຫລວງ.
     ຕະຫລອດ​ໄລຍະ​ທົດ​ສະ​ວັດ​ຜ່ານ​ມາ, ບັນຫາ​ການ​ຕ້ານ​ການ​ຟອກ​ເງິນ ​ແລະ ສະໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ​ໄດ້​ກາຍ​ເປັນ​ບັນຫາ​ສາກົນ, ​ເປັນ​ອາ​ຊະ​ຍາ​ກຳ​ທີ່​ຮ້າຍ​ແຮງ​ທີ່​ມີ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫລວງ​ຕໍ່​ລະບົບ​ເສດຖະກິດ ແລະ ​ເປັນ​ໄພ​ຄຸກ​ຄາມ​ຕໍ່​ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ​ທາງ​ການ​ເງິນ​ຂອງ​ໂລກ, ພ້ອມ​ທັງ​ເປັນ​ບັນຫາ​ທີ່​ປະຊາ​ຄົມ​ໂລກ​ພວມ​ເອົາ​ໃຈ​ໃສ່​ຢ່າງ​ຈົດຈໍ່ ​ແລະ ຫລາຍ​ປະ​ເທດ​ກໍ​ໃຫ້​ຄວາມ​ສຳ ຄັນ ​ໂດຍ​ໄດ້​ມີ​ການ​ກຳນົດ​ມາດ​ຕະການ​ຕ້ານ ​ແລະ ສະກັດ​ກັ້ນອາ​ຊະ​ຍາ​ກຳ​ເຫລົ່ານີ້ຫລາຍ​ຮູບ​ຫລາຍ​ສີ ​ແນ​ໃສ່​ຕີ​ຖອຍ​ອາ​ຊະ​ຍາ​ກຳ​ດັ່ງກ່າວ​ໃຫ້​ນັບ​ມື້ຫລຸດ​ລົງ​ເປັນ​ກ້າວໆ.
     ລັດຖະບານ​ແຫ່ງ ສປປ ລາວ ມີ​ຄວາມ​ພະຍາຍາມ​ສູງ​ຕະ ຫລອດ​ມາ​ໃນການຈັດຕັ້ງປະຕິ ບັດ​ວຽກ​ງານ​ຕ້ານ​ການ​ຟອກ​ເງິນ ​ເພື່ອ​ສາມາດ​ເຊື່ອມ​ໂຍງ​ກັບ​ພາກພື້ນ ​ແລະ ສາກົນ ​ເຊິ່ງສະ​ແດງ​ອອກ​ໃນ​ປີ 2006 ​ໄດ້​ມີ​ການ​ສ້າງ​ດຳລັດ​ວ່າ​ດ້ວຍ​ການ​ຕ້ານ​ການ​ຟອກ​ເງິນ ​ໂດຍ​ໄດ້​ມອບ​ໃຫ້​ທະນາຄານ ​ແຫ່ງ ສປປ ລາວ ເປັນ​ຜູ້​ສ້າງຕັ້ງໜ່ວຍ​ງານ​ຕ້ານ​ການ​ຟອກ​ເງິນ ​ເຊິ່ງ​ເປັນ​ອົງການ​ຫລັກ​ໃນ​ການ​ຕ້ານ​ການ​ຟອກ​ເງິນ ​ໃນ​ປີ 2007 ​ແລະ ​ໃນ​ປີ​ດຽວ​ກັນ, ສປປ ລາວ ​ໄດ້​ເຂົ້າ​ເປັນ​ສະ ມາຊິກ​ຂອງ​ກຸ່ມ​ອາຊີ-ປາຊີ​ຟິກ ຕ້ານ​ການ​ຟອກ​ເງິນ (APG) ເຊິ່ງ ຂຶ້ນກັບ​ອົງການ​ຕ້ານ​ການ​ຟອກ​ເງິນ​ສາກົນ (FATF). ຈາກ​ນັ້ນ ສປປ ລາວ ກໍ​ໄດ້​ນຳ​ເອົາ​ຂໍ້​ແນະນຳ 40+9 ຂອງ FATF ມາ​ໝູນ​ໃຊ້​ເຂົ້າ​ໃນ​ນິຕິ​ກຳ​ທີ່​ກ່ຽວຂ້ອງ​ກັບ​ວຽກ​ງານ​ນີ້​ໃຫ້​ມີ​ປະສິດທິ​ຜົນ.

No comments:

Post a Comment