Ad

Ad

15 August 2014

ລາວມີແຜນເຂົ້າເປັນສະມາຊິກອົງ ການຄຸ້ມຄອງຫລັກຊັບສາກົນ



            ກອງປະຊຸມຄະນະກໍາມະການ ຄຸ້ມຄອງຫຼັກຊັບຄັ້ງທີ II ປະຈໍາປີ 2014 ໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມ ໃນຕອນທ່ຽງຂອງວັນທີ 14 ສິງຫານີ້ ແລະ ໄດ້ດຳເນີນມາເປັນເວລາເຄິ່ງມື້ ຢູ່ຫ້ອງປະຊຸມທະນາ ຄານແຫ່ງ ສປປ ລາວ ໃນນະ ຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ດຣ ບຸນປອນ ບຸດຕະນະ ວົງ ກຳມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະ ກໍາມະການຄຸ້ມຄອງ ຫຼັກຊັບ, ພ້ອມນີ້ ກໍມີຮອງປະທານ, ຄະນະກໍາມະການຄຸ້ມ ຄອງຫຼັກຊັບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມເປັນຈຳນວນຫລາຍ. ກອງປະຊຸມຄັ້ງນີ້ຍັງໄດ້ໃຫ້ກຽດຕ້ອນຮັບປະ ທານຄະ ນະກໍາມະການຄຸ້ມຄອງຫຼັກ ຊັບຜູ້ໃໝ່  ແລະ ວາງແຜນພັດທະນາຕະຫຼາດພັນທະບັດລັດຖະບານ, ການເຊື່ອມໂຍງຕະຫຼາດ ທຶນອາຊຽນແລະ ການເຂົ້າ ເປັນສະມາຊິກອົງການຄຸ້ມຄອງຫຼັກຊັບສາກົນໃນອະນາຄົດ.
        ກອງປະຊຸມ ໄດ້ປຶກສາຫາລື ແລະ ພິຈາລະນາຮ່າງແຜນຍຸດ ທະສາດການພັດທະນາຕະຫຼາດທຶນຂອງ ສປປ ລາວ (2016 ​ 2025) ທີ່ໄດ້ຮັບການປັບປຸງ ຕາມກອງປະຊຸມຄັ້ງຜ່ານມາ ພ້ອມທັງພິຈາລະນາບາງແຜນຍ່ອຍທີ່ໄດ້ຜັນຂະຫຍາຍ ຕາມແຜນຍຸດທະສາດດັ່ງກ່າວເປັນຕົ້ນແມ່ນແຜນການກຳນົດເປົ້າ ໝາຍບໍລິສັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບ, ແຜນພັດ ທະນາຕະຫຼາດພັນທະບັດລັດຖະບານ, ແຜນການເຊື່ອມໂຍງຕະຫຼາດທຶນອາຊຽນ, ແຜນກະກຽມຄວາມພ້ອມການເຂົ້າເປັນ
ສະມາຊິກອົງການຄຸ້ມຄອງຫຼັກຊັບສາກົນ ແລະ ຫຼັກການຄຸ້ມຄອງບໍລິຫານ ກິດຈະການຂອງບໍລິສັດຈົດທະບຽນ, ຄຽງຄູ່ກັນ ນັ້ນຍັງໄດ້ມີຄຳ ເຫັນຕໍ່ການປັບປຸງໂຄງສ້າງຂອງບາງບໍລິສັດຫຼັກຊັບ, ການລະດົມທຶນຂອງສອງບໍລິສັດດ້ວຍ ການອອກຈໍາໜ່າຍ ຮຸ້ນກູ້ຢູ່ບາງປະເທດໃກ້ຄຽງ ແລະ ສປປ ລາວ ວາງນະໂຍບາຍ ແລະ ການຈັດຕັ້ງປະຕິບັດອາກອນຕໍ່ບໍລິ ສັດຈົດທະບຽນແລະ ໄດ້ຮັບຮອງເອົາລະບຽບຂອງຄະນະກໍາມະການຄຸ້ມຄອງຫຼັກຊັບຈຳນວນໜຶ່ງ.
       ປະທານຄະນະກໍາມະການ ຄຸ້ມຄອງຫຼັກຊັບຜູ້ໃຫຍ່ໄດ້ຕີລາ ຄາສູງຕໍ່ໝາກຜົນແຫ່ງການ ເຄື່ອນໄຫວຂອງການນຳຄະນະ ກໍາມະການຄຸ້ມຄອງຫຼັກຊັບກໍຄ ການສຸມໃສ່ສະຕິປັນຍາ, ກໍາລັງວັງຊາຂອງພະນັກງານທຸກຂັ້ນຂອງສຳນັກງານຄະນະກໍາມະ ການຄຸ້ມຄອງຫຼັກຊັບໃນຕະຫຼອດໄລຍະ 5 ປີຜ່ານມາ ແລະ ໃນໂອກາດດຽວກັນກໍໄດ້ຍົກຍ້ອງສິ່ງ ໜຶ່ງທີ່ເປັນໜ້າພູມໃຈກໍຄືຍັງ ບໍ່ມີ ຄຳຖາມ ຫຼື ຫາງສຽງຈາກປະຊາຊົນກ່ຽວກັບວຽກງານຫຼັກຊັບ, ແຕ່ເບິ່ງອີກມຸມມອງໜຶ່ງກໍ ສະແດງໃຫ້ເຫັນວ່າ: ການປະ ກອບສ່ວນເຂົ້າໃນວຽກງານຫຼັກຊັບບໍ່ທັນພົ້ນເດັ່ນເທົ່າທີ່ຄວນ. 

No comments:

Post a Comment