Ad

Ad

18 August 2014

ລະດົມທຶນຊ່ວຍເຫລືອຜູ້ປະສົບໄພແຜ່ນດິນໄຫວຢູ່ແຂວງຢຸນນານ ສປ ຈີນ



    ໃນວັນທີ 15 ສິງຫານີ້, ຢູ່ໂຮງ ແຮມແລນມາກຣີເວີຊາຍ ນະ ຄອນຫລວງວຽງຈັນ ສະມາຄົມ​ມິດຕະພາບລາວ-ຈີນ ໄດ້​ຈັດ ພິທີລະດົມ​ທຶນ​ຊ່ວຍ​ເຫລືອ​ຜູ້​ປະ​ສົບ​ໄພ​​ແຜ່ນດິນໄຫວຢູ່​ນະຄອນ​ຈາວ​ທົງ ແຂວງ​ຢຸນນານ​ ສປ ຈີນ ເຊິ່ງມີ​ບັນດາ​ບໍລິສັດ​ຫ້າງ​ຮ້ານ​ໄດ້້​ມອບ​ເງິນ​ຊ່ວຍ​ເຫລືອ​ຈຳ ນວນ 213 ລ້ານ​ກວ່າ​ກີບ,​ 67.800 ບາດ (ສະກຸນເງິນໄທ ແລະ 60 ພັນໂດ​ລາ​ສະຫະລັດ. ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດ ຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ມີ ທ່ານ ດຣ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ, ປະ ທານ​ສະມາຄົມ​ມິດຕະພາບ​ ລາວ-ຈີນ, ທ່ານ ກວນ ຮວາ ປິງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳລາວ, ມີ​ບັນດາ​ລັດຖະ ມົນຕີ​,​ ພ້ອມ​ດ້ວຍ​ນັກທຸລະກິດ​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດ ເຂົ້າຮ່ວມຈຳນວນຫຼາຍ.
     ທ່ານ ດຣ. ສິນ​ລະ​ວົງ​ ຄຸດ​ໄພທູນ ກ່າວ​ວ່າ: ​ເຫດການ​ແຜ່ນ ດິ​ນໄຫວ​ຄັ້ງນີ້​ເກີດຂຶ້ນໃນ​ວັນ​ທີ 3 ​ສິງຫາ 2014 ​ເວລາ 16.30 ​ໂມງ (ຕາມ​ເວລາ​ທ້ອງ​ຖິ່ນ) ຢູ່​ເມືອງ​ຫູ​ຕ້ຽນ ນະຄອນ​ຈາວ​ທົງ ແຂວງ​ຢຸນນານ ສປ ຈີນ ເຊິ່ງເປັນເຫດ​ແຜ່ນດິນ​ໄຫວ​ທີ່​ຮ້າຍ​ແຮງ ໃນ​ຮອບ 100 ປີ, ອັນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ແກ່​ຊີວິດ ແລະ ຊັບ​ສິນ​ຂອງ​ປະຊາຊົນ​ຈີນ​ອ້າຍ​ນ້ອງ​ຈຳນວນ​
ຫລວງ ຫລາຍ​ມາ​ຮອດ​ມື້ນີ້ ມີ​ຜູ້​ເສຍ​ຊີວິດ​ແລ້ວ 617 ຄົນ, ສູນຫາຍ 117 ຄົນ, ບາດ​ເຈັບ​ຫລາຍ​ກວ່າ 3 ພັນຄົນ, 80 ຫລັງຄາ​ເຮືອນ​ຖືກ​ຖະຫລົ່ມ, ພື້ນຖານ​ໂຄ່ງ​ລ່າງ​ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ ​ແລະ ອື່ນໆ. ດັ່ງ ນັ້ນ, ການ​ລະດົມ​ທຶນ​ໃນ​ຄັ້ງນີ້ ນອກຈາກ ເປັນການແຈ້ງຂ່າວ ໃຫ້​ທົ່ວ​ສັງຄົມ​ໄດ້​ຮັບ​ຮູ້​ເຖິງ​ເຫດ ການ ແລະ ຜົນ​ກະທົບ​ຂອງ​ໄພ​ພິບັດ​ແຜ່ນດິນ​ໄຫວ​ທີ່ເກ​ີດຂຶ້ນ ແລ້ວ​, ຍັງ​ເປັນ​ການສະ​ແດງ​ໃຫ້ເຫັນເຖິງ​ນ້ຳ​ໃຈ​ມະນຸດ ສະ​ທຳ ​ແລະ ຄວາມ​ຜູກ​ພັນ, ຄວາມ​ຮັກ​ແພງ, ຄວາມ​ສາມັກຄີ ຂອງ​ປະຊາຊົນ​ລາວຕໍ່​ປະຊາຊົນ​ຈີນ​ອ້າຍ​ນ້ອງເວົ້າ​ລວມ​, ເວົ້າ​ສະ​ເພາະ​ແມ່ນປະຊາຊົນ​ນະຄອນ ຫລວງ​ວຽງ​ຈັນກັບປະຊາຊົນນະ ຄອນ​ຄຸນ​ໝິງ ແຂວງ​ຢຸນນານທີ່​ເປັນ​ເມືອງ​ແຮກສ່ຽວ​ນຳ​ກັນ ແນ່ນ​ອນວ່າ​ວັດຖຸ​ປັດ​ໄຈ​ທີ່​​ໄດ້​ຮັບ​ການ​ບໍລິຈາກ​ໃນ​ຄັ້ງນີ້ຈະ​ບໍ່​ຫຼວງ ຫລາຍ, ແຕ່​ນີ້ກໍ​ຄື​ນ້ຳ​ໃສ​ໃຈ​ຈິງ,  ສັດທາຈາກ​ຜູ້​ເປັນ​ເພື່ອນ​ມິດ​ທີ່​ຖະໜອມ​ຫອມ​ຮັກ​ກັບ​ປະຊາຊົນ​ຈີນ ແລະ ປະຊາຊົນ​ແຂວງ​ຢຸນ ນານ, ​ມີ​ຄວາມ​ຫວັງ​ວ່າ​ວັດຖຸ​ປັດ​ໄຈນີ້ຈະ​ປະກອບສ່ວນ​ແບ່ງ​ເບົາ​ສ່ວນ​ໃດ​ສ່ວນ​ໜຶ່ງ​ໃນການ​ຟື້ນຟູ​ຄວາມ​ຫຍຸ້ງຍາກ​ຮ່ວມ​ກັບ​ພັກ- ລັດ​ ແລະ ປະຊາຊົນ​ຈີນກໍ​ຄື​ປະ ຊາຊົນ​ແຂວງ​ຢຸນນານ.

No comments:

Post a Comment