Ad

Ad

14 August 2014

ຫາລືການກະກຽມ​ປະຕິສັງຂອນ​ຫໍພະ​ແກ້ວ



     ​ໃນວັນທີ 13 ສິງຫານີ້, ຢູ່ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ, ໄດ້ມີ ກອງປະຊຸມປຶກສາຫາລືກະກຽມປະຕິສັງ ຂອນຫໍພະແກ້ວ, ຊຶ່ງເປັນມໍລະດົກອັນລ້ຳ ຄ່າທາງດ້ານວັດທະນະທຳຂອງຊາວລາວທັງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມເປັນ ປະທານຂອງທ່ານ ດຣ. ພັນຄຳ ວິພາວັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງສຶກສາທິການ ແລະ ກິລາ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງ ຄົມ, ທ່ານ ສາຍທອງ ແກ້ວ ດວງດີ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ບັນ ດາພະເຖລານຸເຖລະ ແລະ ຕົວແທນອົງການຈັດຕັ້ງທີ່ກ່ຽວຂ້ອງຈາກພາກສ່ວນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
     ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນຫາລືຫລາຍບັນຫາທີ່ສຳຄັນກ່ຽວກັບການກະກຽມປະຕິສັງຂອນຫໍ ພະແກ້ວທີ່ຖືກຊຸດໂຊມມາຫລາຍແລ້ວ, ທັງນີ້ ກໍເພື່ອແນໃສ່ອະນຸລັກຮັກສາມໍລະດົກອັນລ້ຳຄ່າໃຫ້ຍືນຍົງຄົງຢູ່ດ້ວຍ​ຮູບ​ຮ່າງ​ ແລະ ສີສັນ​ແບບ​ດັ່ງ​ເດີມ​ທີ່​ບັນພະ​ບູລຸດຂອງ​ຊາດ​ລາວ​ເຮົາ​ໄດ້​ສ້າງ​ມາ, ຊຶ່ງການສ້ອມແປງຈະເລັງໃສ່​ໃຫ້​ທ່ວງທັນ​ກັບ​ການສະ 
  ເຫລີ​ມສະ​ຫລອງ​ວັນ​ສ້າງ​ຕັ້ງ​ຫໍພະ​ແກ້ວ​ຄົບຮອບ 450 ປີ (ຄສ. 1565-2015), ພ້ອມກັນນັ້ນການສະ​ເຫລີ​ມສະຫລອງ​ສອງ​ວັນ​ປະຫວັດສາດ​ທີ່​ອັນໃຫຍ່​ຂອງ​ຊາດ​ຄື​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວຄົບ​ຮອບ 60 ປີ ແລະ ວັນ​ສະຖາ​ປານາ ສປປ ລາວຄົບຮອບ 40 ປີ ໃນ​ປີ 2015 ທີ່ຈະ ມາເຖິງ.
     ​ກອງ​ປະຊຸມດັ່ງກ່າວໄດ້​ມີ​ການ​ແຕ່ງ​ຕັ້ງຄະນະອະນຸກຳມະການເພື່ອ​ຮັບຜິດຊອບ​ວຽກ​ງານ​ຕ່າງໆລວມ​ໄປ​ເຖິງວຽກງານການ​ຄຸ້ມ​ຄອງ​ບໍລິຫານ,​ ວຽກງານດ້ານ​ວິຊາ​ການ​ເຕັກນິກ, ວຽກງານແຜນງົບປະມານ, ວຽກງານແຜນການ​ກະກຽມພິທີ​ເປີດ​ໂຄງ ການ, ວຽກງານໂຄສະນາ​ປະຊາສຳພັນ ແລະ ອື່ນໆ. ຕາມການລົງສຳຫລວດຕົວຈິງຂອງໜ່ວຍງານວິຊາການເຕັກນິກໂຄງການ ປະຕິສັງຂອນຫໍພະແກ້ວນັ້ນ ມີ 3 ວຽກໃຫຍ່ທີ່ຕ້ອງຮີບຮ້ອນໃນການປະຕິສັງຂອນ ຄື: ໂຄງຫລັງຄາ, ຝາທັງ 4 ດ້ານ ແລະ ພື້ນ ລະບຽງຊັ້ນເທິງຈະຕົກ ເປັນມູນຄ່າທັງໝົດປະມານ 7 ຕື້ ກີບ, ຄາດວ່າການປະຕິສັງຂອນ ຕົວຈິງຈະມີຂຶ້ນລະຫວ່າງເດືອນ ຕຸລາ 2014 ນີ້.

No comments:

Post a Comment