Ad

Ad

14 August 2014

ເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ



         ວັນທີ 13 ສິງຫານີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ຈັດກອງ ປະຊຸມເຜີຍແຜ່ກົດໝາຍວ່າດວ້ຍການປະກັນສັງຄົມຂຶ້ນຢູ່ນະຄອນຫຼວງວຽງຈັນ, ພາຍໃຕ້ ການເປັນປະທານຂອງ ທ່ານ ນາງ ອ່ອນຈັນ ທຳມະວົງ, ລັດຖະມົນຕີວ່າການກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ມີຫົວໜ້າກົມຈັດຕັ້ງພະນັກງານ, ກົມວິຊາ ກອນທີ່ກ່ຽວຂ້ອງຈາກກະ ຊວງ ແລະ ອົງການອອ້ມຂ້າງສູນກາງ, ພ້ອມດ້ວຍຜູ້ຕ່າງ ໜ້າຈາກອົງການຈັດຕັ້ງສາກົນ ແລະ ອົງການບໍສັງກັດລັດເຂົ້າ ຮ່ວມຢ່າງພ້ອມພຽງ.
      ທ່ານປະທານກອງປະຊຸມກ່າວ ວ່າ:  ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IX ຂອງ​ພັກ ​ໄດ້​ກຳນົດ​ນະ​ໂຍ ບາຍ​ປະກັນ​ສັງຄົມ ​ທີ່ລະບຸ​ໄວ້​ວ່າ: ​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ​ຕໍ່​ການ​ປະຕິບັດ​ລະບອບ​ປະກັນ​ສັງຄົມ​ສຳລັບ​ຊາວ​ຜູ້​ອອກ​ແຮງ​ງານ​ໃຫ້​ທົ່ວ​ເຖິງ​ກຸ່ມ​ເປົ້າໝາຍ​ຕ່າງໆໂດຍ​ສ້າງ​ກົນ​ໄກ​ ແລະ ລະ ບຽບ​ການ​ບໍລິຫານ​ທີ່​ມີ​ປະສິດ ທິພາບ ​ແລະ ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ອອກ​ແຮງ​ງານ ​ແລະ ຜູ້​ປະກອບ​ການ​ຢ່າງ​ເປັນ​ເຈົ້າການ ແລະ ກວ້າງຂວາງ ​ເຊິ່ງຕ້ອງ​ພັດ ທະນາ ​ແລະ ຂະຫຍາຍ​ຂອບ​ເຂດ​ປົກ​ຄຸມ​ປະກັນ​ສັງຄົມ ​ແລະ ປະ ກັນ​ສຸຂະພາບ​ໃຫ້​ກວມ 50% ຂອງ​ພົນລະ​ເມືອງ​ໃນ​ປີ 2015. ສຳລັບການຈັດຕັ້ງປະຕິບັດ​ວຽກ​ງານ​ປະກັນ​ສັງຄົມ ​ໃນ​ໄລ ຍະ 20 ກວ່າ​ປີຜ່ານມາ ​ເຫັນ​ວ່າ​ໄດ້​ມີ​ຜົນ ສຳ​ເລັດ​ໂດຍ​ພື້ນຖານ, ​ແຕ່​ຄຽງ ຄູ່ກັນນັ້ນຍັງ​ມີ​ສິ່ງ​ທ້າ​ທາຍ​ຈຳ ນວນໜຶ່ ງທີ່​ຕ້ອງ​ໄດ້​
ສືບຕໍ່​ແກ້​ໄຂ ເຊິ່ງ​ມາຮອດ​ປັດຈຸບັນຂອບ​ເຂດ​ປົກ​ຄຸມ​ຂອງ​ລະບົບ​ປະກັນ​ສັງຄົມ ​ແລະ ປະກັນ​ສຸຂະພາບ​ມີ​ຜູ້​ປະກັນ​ຕົນ ​ແລະ ສະມາຊິກ​ຄອບຄົວ​ກວມ​ເອົາ 30% ຂອງ​ພົນລະ​ເມືອງ​ທັງ​ໝົດ. ສັງ​ເກດ​ເຫັນ​ວ່າ​ຜູ້​ທີ່​ໄດ້​ເຂົ້າປະກັນ​ສັງຄົມ​ແມ່ນ​ຜູ້​ອອກ​ແຮງ​ງານ​ທີ່ຢູ່ໃນ​ການຈັດ ຕັ້ງທີ່​ເປັນ​ພະນັກງານ​-ລັດຖະ ກອນ, ທະຫານ, ຕຳຫລວດ, ຜູ້​ອອກ​ແຮງ​ງານ​ໃນ​ຫົວໜ່ວຍ​ການ ຜະລິດ ​ແລະ ຜູ້​ເປັນ​ສະມາຊິກ​ຄອບຄົວ​ຂອງ​ຜູ້​ປະກັນ​ຕົນ​ເທົ່າ​ນັ້ນ, ສ່ວນ​ຜູ້​ອອກ​ແຮງ​ງານ​ນອກ​ລະບົບ​ທີ່​ປະກອບ​ອາຊີບ​ສ່ວນ​ບຸກຄົນ​ໃນ​ຂົງ​ເຂດ​ກະສິກຳ, ອຸດ ສາຫະກຳ ​ແລະ ການ​ບໍລິການ​ຍັງ​ບໍ່​ມີ​ລະບົບ​ປະກັນ​ສັງຄົມ​ຄຸ້ມ​ຄອງ ອັນ​ໄດ້​ສ່ອງ​ແສງໃຫ້ເຫັນ ວ່າການຈັດຕັ້ງປະຕິບັດ​​ນະ​ໂຍ ບາຍ​ປະກັນ​ສັງຄົມ​ຍັງ​ມີ​ຂໍ້​ຈຳກັດ ​ເຊິ່ງຈະ​ມີ​ຜົນ​ກະທົບ​ຕໍ່​ການ​ພັດ ທະນາ​ວຽກ​ງານ​ປະກັນ​ສັງຄົມ​ໃນ​ໄລຍະ​ຍາວ. ຍ້ອນ​ເຫດຜົນ​ດັ່ງ ກ່າວ, ຂະ​ແໜງ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມໄດ້​ປະ ສານ​ສົມທົບ​ກັບ​ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ໄດ້​ພ້ອມ​ກັນ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະ ກັນ​ສັງຄົມ​ຂຶ້ນມາ ​ເຊິ່ງ​ໄດ້​ຮັບ ຮອງ​ໂດຍ​ມະຕິ​ຕົກລົງ​ຂອງ​ສະ ພາ​ແຫ່ງ​ຊາດ ສະບັບ​ເລກທີ    08/ ສພຊ, ລົງ​ວັນ​ທີ 26 ກໍລະກົດ 2013, ລັດຖະດຳລັດ​ຂອງ​ປະ ທານ​ປະ​ເທດ ​ແຫ່ງສາທາ ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ສະບັບ​ເລກທີ 173/ປປທ, ລົງ​ວັນ​ທີ 20 ສິງຫາ 2013 ກ່ຽວ​ກັບ​ການ​ປະກາດ​ໃຊ້​ກົດໝາຍ​ດັ່ງ ກ່າວ ​ແລະ ​ໂດຍ​ປະຕິບັດ​ຕາມ​ກົດ ໝາຍ​ວ່າ​ດ້ວຍ​ການ​ສ້າງ​ນິຕິ​ກຳ ກະຊວງ​ຍຸຕິ​ທຳ​ໄດ້​ລົງທະບຽນ​ເຜີຍ​ແຜ່​ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສັງຄົມ​ລົງ​ໃນ​ຈົດໝາຍ​ເຫດ​ທາງ​ລັດຖະການ​ໃນ​ວັນ​ທີ 4 ທັນວາ 2013 ແລະ ມາຮອດປັດ ຈຸບັນຂະ​ແໜງ​ການ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມ ໄດ້​ອອກ​ຄຳ​ແນະນຳ​ກ່ຽວ​ກັບ​ການ ຈັດຕັ້ງປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສັງຄົມ ​ແລະ ທ່ານ​ນາຍົກລັດຖະມົນຕີ​ໄດ້​ອອກດຳ ລັດ​ວ່າ​ດ້ວຍ​ການ​ແຕ່ງຕັ້ງຄະນະ​ສະພາ​ບໍລິຫານ​ກອງ​ທຶນ​ປະກັນ​ສັງຄົມ​ແຫ່ງ​ຊາດ ​ເຊິ່ງ​ເຫັນ​ວ່າ​ໄດ້​ສ້າງ​ກົນ​ໄກ ​ແລະ ລະບຽບ​ການ​ຕ່າງໆ​ທີ່​ເປັນ​ພື້ນຖານ​​ໃຫ້​ແກ່​ການຈັດຕັ້ງປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສັງຄົມ ​ໂດຍ​ຈະ​ເລີ່​ມຈັດຕັ້ງປະຕິບັດ​ນັບ​ແຕ່​ເດືອນ​ຕຸລາ 2014 ​ເປັນຕົ້ນ​ໄປ.
    ທ່ານປະທານກ່າວວ່າ:ໃນ​ກອງ​ປະຊຸມ​ຄັ້ງນີ້, ບັນດາ​ທ່ານ​ຜູ້​ເຂົ້າຮ່ວມ ຈະ​ໄດ້​ຮັບ​ຟັງ​ການ​ເຜີຍ​ແຜ່, ການ​ແນະນຳ ​ແລະ ການ​ອະ ທິບາຍ​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ກົດ ໝາຍ​ວ່າ​ດ້ວຍ​ການ​ປະກັນ​ສັງຄົມ ​ແລະ ຄຳ​ແນະນຳ​ກ່ຽວ​ກັບ​ການ ຈັດຕັ້ງປະຕິບັດ​ກົດ ໝາຍ​​ດັ່ງກ່າວ ​ເພື່ອ​ສ້າງ​ຄວາມ​ຮັບ​ຮູ້​ເຂົ້າ​ໃຈ ແລະ ສາມາດ​ນຳ​ໄປ​ຈັດ ຕັ້ງປະ ຕິບັດ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ກົດ ໝາຍ​ວ່າ​ດ້ວຍ​ການ​ປະກັນ​ສັງຄົມ​ສະບັບ​ນີ້​ເປັນ​ເຄື່ອງມື​ທີ່​ສຳຄັນ​ໃຫ້​ແກ່​ລັດ ກໍ​ຄື​ທຸກ​ພາກສ່ວນ​ໃນ​ສັງຄົມ ​ເປັນ ຕົ້ນຜູ້​ໃຊ້​ແຮງ​ງານ ແລະ ຜູ້​ອອກ​ແຮງ​ງານ ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ຄຸ້ມ​ຄອງ ​ແລະ ການ​ປະຕິບັດ​ລະບອບ​ການ​ອຸດ​ໜູນ​ປະ ກັນສັງ ຄົມ​ປະ​ເພດ​ຕ່າງໆ​ຢ່າງ​ມີ​ປະສິດທິພາບ, ທັງ​ເປັນ​ການ​ຂະ ຫຍາຍ​ຂອບ​ເຂດ​ປົກ​ຄຸມ​ໄປ​ສູ່​ຜູ້​ອອກ​ແຮງ​ງານ​ນອກ​ລະບົບ​ທີ່​ປະ ກອບ​ອາຊີບ​ສ່ວນ​ບຸກຄົນ​ໃນ​ຂົງ​ເຂດ​ກະສິກຳ, ອຸດສາຫະກຳ ແລະ ການ​ບໍລິການ​ໄດ້ມີ​ໂອ ກາດ​ເຂົ້າຮ່ວມ​ລະບອບ​ປະກັນ​ສັງຄົມ​ຢ່າງ​ກວ້າງຂວາງ​ໃນ​ໄລຍະ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ.

No comments:

Post a Comment