Ad

Ad

14 August 2014

ໜັງສືພິມ​ປະຊາຊົນ​ເລັ່ງປັບປຸງ​ຕົນເອງເພື່ອ​ສາມາດຕອບສະໜອງຂໍ້ມູນຂ່າວສານແກ່ສັງຄົມໄດ້ພຽງພໍ



     ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ 13 ສິງຫາ​ ທ່ານ​ ສີ​ວຽງ​ແຂກ ກອນ​ນີວົງ ຫົວໜ້າ​ບັນນາທິ ການໜັງສືພິມ​ປະຊາຊົນ, ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໜັງສືພິມ​ລາວ​ພັດທະນາ​ວ່າ: ໜັງສືພິມ​ປະຊາຊົນ​ມີ​ຕົ້ນ​ກຳ​ເນີດຈາກ​ໜັງສື ພິມ​ລາວ​ອິດສະລະ, ​ຊຶ່ງ​ເປັນ​ອາວຸດ​ອັນແຫລມ​ຄົມ​ທາງ​ດ້ານ​ການ​ເມືອງ​ແນວ​ຄິດ​ຂອງ​ພັກ, ມີ​ຄຸນ​ປະ​ໂຫຍ​ດ ​ແລະ ພາລະ​ບົດ ບາດ​ສຳຄັນ​ໃນ​ການ​ເຜີຍ​ແຜ່​ແນວທາງ​ນະ​ໂຍບາຍ​, ລະບຽບ​ກົດ​ໝາຍ​ ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ, ​ເຜີຍ​ແຜ່​ບົດຮຽນ, ບົດ​ເລື່ອງ, ກະວີ​ກາບກອນ​ທີ​່ມີ​ເນື້ອຫາ​ສາລະ​ອັນ​ເປັນ​ປະ​ໂຫຍ​ດທີ່​ສະ​ແດງ​ເຖິງ​ທັດສະນະ​ຂອງ​ພັກ ​ແລະ ລັດ, ບັນຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​ຢູ່​ພາຍ​ໃນ ແລະ ຕ່າງປະ​ເທດເພື່ອຕອບສະໜອງໃຫ້ແກ່ສັງຄົມໄດ້ທົ່ວເຖິງ.
     ທ່ານຫົວໜ້າ​ບັນນາທິການ​ເວົ້າວ່າ: ເພື່ອບັນລຸເປົ້າໝາຍດັ່ງ ກ່າວໃນໄລຍະຜ່ານມາໜັງສືພິມປະຊາຊົນ​ໄດ້​ເອົາ​ໃຈ​ໃສ່​​ພັດທະ ນາຕົນເອງຢ່າງຮອບດ້ານເພື່ອ ສາມາດແຂ່ງຂັນກັບການເກີດ ຂຶ້ນຢ່າງຫລວງຫລາຍຂອງສື່ສິ່ງພິມຕ່າງໆນັບ​ທັງ​ລາຍ​ວັນ, ອາ ທິດ, ລາຍ​ປັກ, ລາຍ​ເດືອນ ແລະ ອື່ນໆ ໂດຍສະເພາະແມ່ນໄດ້​ເອົາ​ໃຈ​ໃສ່​ປັບປຸງ​ຍົກ​ສູງ​ຄຸນ​ນະພາ​ບ​ທາງດ້ານເນື້ອ​ໃນ ແລະ ຮູ​
ບການ​ຂອງ​ໜັງສືພິມ​​ໃຫ້​ມີ​ຫລາ​ກ ຫລາຍສາລະ ໂດຍ​ສະ​ເພາະ​ເນື້ອ​ໃນ​ຂ່າວ, ຮູບ​ພາບ​ປະກອບ, ບົດ​ຕ້ອງ​ຊັດ​ເຈນ, ວ່ອງ​ໄວ, ທັນ​ການ, ກວ້າງ​ໄກມີ​ລັກສະນະ​ຕົວ​ຈິງ, ລັກສະນະສຶກສາ​ອົບຮົມ, ລັກສະນະ​ຕໍ່ສູ້​ຢ່າງ​ຖືກຕ້ອງ​ສອດ ຄ່ອງ​ກັບ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ກົດໝາຍ​ຂອງ​ລັດ. ສາມາດ​ສ້າງ​ສິ່ງ​ຈູງ​ໃຈ​ແກ່​ຜູ້​ອ່ານ, ຍົກ​ລະດັບ​ເຕັກນິກ​ຂອງ​ໜັງສືພິມ​ໃຫ້​ດີ​ຂຶ້ນ ເພື່ອ​ຮັບ​ໃຊ້​ຜູ້​ອ່ານ​, ຜູ້​ຊົມ​ໃຊ້​ໄດ້​ດີ​ກວ່າ​​ເກົ່າ, ຮັບປະກັນ​ບໍ່​ໃຫ້ເກີດ​ຄວາມ​ຜິດ   ພາດ​ໃນ​ໜ້າ​ໜັງສືພິມ, ​ເປີດ​ກວ້າງຄໍ​ລຳ ​(ເວທີ​ມະ ຫາຊົນ) ນຳ​ສະ​ເໜີ​ຂໍ້​ຄິດ​ເຫັນ​ຂອງ​ມະ​ຫາ​ຊົນ​ໃຫ້​ຂັ້ນ​ເທິງ​ໄດ້​ຮັບ​ຮູ້, ​ເວົ້າ​ແຈ້​ງ​ແມ່​ນ​ເຮັດ​ໃຫ້ການ​ພົວພັນ​ລະ​ຫວ່າງ​ພັກ​ກັບ​ມະຫາ ຊົນ​ແບບ​ກາຍ​ອິນ​ຊີ, ກໍ່ສ້າງ​ບຳລຸງ​ຖັນ​ແຖວ​ພະນັກງານ​ທາງ​ດ້ານ​ວິຊາ​ສະ​ເພາະ, ດ້ວຍ​ການ​ຍົກ​ລະດັບ​ທັງຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດໃຫ້ຫລາຍຂຶ້ນເພື່ອສ້າງບຸກຄະລາ​ກອນ​ໃຫ້​ມີ​ຄວາມ​ຮູ້, ຄວາມ​ສາ ມາດ​ສູງຕອບ​ສະໜອງ​​ໄດ້​ຕາມ​ໜ້າ​ທີ່​ວຽກ​ງານທີ່ໄດ້ຮັບ ມອບໝາຍ ແລະ ຕອບສະໜອງອຸປະ ກອນ​ຮັບ​ໃຊ້​ວິຊາ​ການ​ໃຫ້​ທັນ​ສະ​ໄໝ; ຂຸດ​ຄົ້ນ​ທ່າ​​ແຮງ​ບົ່ມ​ຊ້ອນ​ໃນ​ການ​ສ້າງ​ແຫ​ລ່ງລາຍ​ຮັບ​ເພື່ອ​ໃຫ້​ມີທຶນຮອນເພື່ອນຳມາພັດທະນາຜະລິດຕະພັນຂອງຕົນໃຫ້ນັບມື້ ຂະຫຍາຍຕົວ ແລະ ສາມາດ​ຕອບ​ສະໜອງ​ຂໍ້​ມູນ​ຂ່າວສານ​ຢ່າງ​ພຽງພໍ​ຫລາຍ​ຮູບ​ ຫລາຍ​ສີ ແກ່​ຜູ້​ອ່ານ​ຢ່າງ​ວ່ອງ​ໄວ​ທັນ​ການ​ ແລະ ຖືກ​ກັບ​ຄວາມ​ຈິງ; ເອົາໃຈ ໃສ່ພັດທະນາ​ພື້ນ ຖານ​ໂຄງ​ລ່າງ​ເພື່ອ​ຮັບປະກັນ​ເງື່ອນ​ໄຂ​​ໃນ​ການ​ອຳ​ນວຍ​ຄວາມ​ສະດວກ​ໃຫ້ແກ່ ການ​ປະຕິບັດ​ວຽກ​ງານຂອງຕົນ ແລະ ​ລະບອບ​ນະ​ໂຍບາຍ​ຕ່າງໆ ໃຫ້​ສົມ​ເຫດ​ສົມ​ຜົນ; ​ເພີ່ມ​ທະວີ​ເປີດ​ກວ້າງ​ການພົວພັນ​ຮ່ວມ​ມື​ກັບ​ພາຍ​ໃນ ແລະ ຕ່າງປະ​ເທດ ແລະ ວາງ ແຜນຂະຫຍາຍເຄືອ ຂ່າຍ​ເພື່ອນ​ຮ່ວມ​ງານ ແລະ ຕະ ຫລາດ​ໃຫ້​ກວ້າງຂວາງ​ເພື່ອ​ຮອງ​ຮັບ​ກັບ​ຍຸກ​ຂໍ້​ມູນ​ຂ່າວສານ​ທີ່​ທັນ​ສະ​ໄໝ​ໃນ​ປັດຈຸບັນ​.
     ຫົວໜ້າບັນນາທິການໃຫ້ຮູ້ຕື່ມ ວ່າ: ຂະບວນວິວັດແຫ່ງການ ພັດທະນາໜັງສືພິມປະຊາຊົນແມ່ນເລີ່ມ​ແຕ່​ລະບາດ​ກ້າວ ຈາກ​ລາຍ​ 3 ເດືອນ ມາ ເປັນ​ລາຍປັກ ໃນ​ປີ 1956 ແລະ ​ກາຍ​ເປັນ​ລາຍ​ວັນ​ໃນ​ປີ 1975 ເປັນ​ຕົ້ນ​ມາ. ເຄື່ອງພິມ​ເວລານັ້ນກໍ​ມີ​ພຽງ​ຫິນ​ລາດ 2 ແຜ່ນມີໜ້າ​ຮາບ​ພຽງ​ດີ, ແຕ່ລະ​ແຜ່ນ​ມີ​ຄວາມ​ໜາ​ປະມານ 4-5 ຊັງ​ຕີ​ແມັດ, ກວ້າງ 40 ຊັງ​ຕີ​ແມັດ ສາມາດ​ຍົກຍ້າຍ​ໄປມາ​ໄດ້​ໃນ​ໄລຍະ​ສະພາບ​ຂັດ​ສົນ, ສ່ວນ​ນ້ຳ​ມຶກ, ​ເຈ້ຍ, ສໍ​ແມ່ນ​ນຳ​ໃຊ້​ວັດ​ສະດຸ​ຈາກ​ທຳ​ມະ​ຊາດ​ເປັນ​ສ່ວນ​ໃຫຍ່. ນັບ​ແຕ່ 2001-2004 ໄດ້​ເພີ່ມຂຶ້ນ​ເປັນ 12 ໜ້າ ແລະ ເມື່ອ ມໍ່ໆມານີ້ໄດ້​ປັບ​ໜ້າ​ຂອງໜັງສື ພິມ​ຂອງ​ຕົນ​ຈາກ 12 ໜ້າ ມາ​ເປັນ 8 ໜ້າ ​ແລະ ມີໜ້າ​ໂຄສະນາ​ແຊກ​ຊ້ອນ​ໃສ່​ໂດຍ​ປະກອບ​ມີໜ້າ A, B, C ແລະ ອື່ນໆ, ຊຶ່ງ​ມີ​ຍອດ​ພິມ​ຈຳໜ່າຍໄປທົ່ວປະເທດ 3.200 ສະບັບ/ວັນ.

No comments:

Post a Comment