Ad

Ad

14 August 2014

ລາວພວມສຸມໃສ່ພັດທະນາພະລັງງານທົດແທນ



    ໃນພິທີນຳສະເໜີຜະລິດຕະພັນພະລັງງານທົດແທນຍ່ີຫໍ້ ແມັກຊີມາ ອີ 85 (MAXIMA. E85) ຢູ່ນະຄອນຫລວງວຽງຈັນ, ເຊິ່ງແມ່ນກຸ່ມບໍລິສັດສີຈະເລີນ ຮ່ວມກັບບໍລິສັດສະຫຍາມ ເຄມີ ຈຳກັດ (ປະເທດໄທ) ຈະນຳ ເຂົ້າມາຈຳໜ່າຍຢູ່ ລາວນັ້ນ. ທ່ານ ຈັນໂທ ມີລັດຕະນະແພງ ຮອງຫົວໜ້າສະຖາບັນສົ່ງເສີມພະລັງງານ ທົດແທນກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ການຊົມໃຊ້ນ້ຳມັນຢູ່ປະເທດ ເຮົາແມ່ນມີປະລິມານເພີ່ມຂຶ້ນສະເລ່ຍ 7-8%/ປີ ຍ້ອນການຂະຫຍາຍຕົວຂອງ ເສດຖະກິດ, ໂຮງຈັກໂຮງງານເພີ່ມຂຶ້ນຄຽງຄູ່ກັນນັ້ນຄວາມຕ້ອງການດ້ານພະລັງງານເພື່ອການຂົນສົ່ງລວມເຖິງຈຳນວນພາຫະ ນະກໍມີສູງຂຶ້ນ. ຂະນະດຽວກັນ, ຕາມການຄົ້ນຄວ້າຂອງນັກວິທະຍາສາດຕ່າງປະເທດໃຫ້ຮູ້ວ່າ: ໃນອະນາຄົດລາຄານ້ຳມັນ ຈະສູງຂຶ້ນຫລາຍ ແລະ ຖ້າການຂຸດເຈາະ, ຜະລິດ ແລະ ຊົມໃຊ້ແບບຊະຊາຍຄືໃນປັດຈຸບັນແຫລ່ງນ້ຳມັນ ແລະ ແກ໊ສທຳມະ
ຊາດໃນໂລກຈະໝົດ ໃນສັດຕະວັດນີ້. ຍ້ອນເຫດຜົນດັ່ງກ່າວຈຶ່ງເຮັດໃຫ້ຫລາຍປະເທດເລີ່ມຫັນມາຄົ້ນຄວ້າ ແລະ ພັດທະນາ ພະລັງງານອື່ນທົດ ແທນເປັນຕົ້ນ: ພະລັງງານລົມ, ແສງຕາເວັນ, ພືດ ແລະ ອື່ນໆ. ສຳລັບປະເທດລາວເຮົາ, ລັດຖະບານກໍໄດ້ ໃຫ້ຄວາມສຳຄັນ ແລະ ມີຍຸດທະສາດພັດທະນາພະລັງງານທົດແທນໂດຍຕັ້ງເປົ້າໝາຍ ໄວ້ຄືຮອດປີ 2025 ໃຫ້ພະລັງງານ ທົດແທນກວມສ່ວນ ແບ່ງ 30% ຂອງການຊົມໃຊ້ພະລັງງານທັງໝົດ ແລະ ສູ້ຊົນນຳໃຊ້ ນ້ຳມັນຊີວະພາບໃຫ້ບັນລຸ 10% ເພື່ອທົດແທນການນຳເຂົ້າ ນ້ຳມັນເຊື້ອໄຟຈາກຕ່າງປະເທດ.
    ທ່ານ ຈັນໂທ ກ່າວວ່າ: ໃນໄລຍະຜ່ານມາ, ໄດ້ມີໂຄງການສົ່ງ ເສີມການປູກພືດເພື່ອຜະລິດນ້ຳມັນເຊື້ອໄຟຊີວະພາບປູກ ໝາກເຍົາ, ໝາກເກົາ, ປາມນ້ຳມັນ, ອ້ອຍ, ມັນດ້າງ ແລະ ອື່ນໆ ໂດຍ ແມ່ນນັກລົງທຶນເອກກະຊົນເປັນຜູ້ລົງທຶນ ແລະ ຍັງຢູ່ ໃນຂັ້ນທົດລອງ, ນອກຈາກນີ້, ການຕິດຕັ້ງລະບົບໄຟຟ້າແສງຕາເວັນຂະໜາດນ້ອຍສຳລັບໃຊ້ໃນຄົວເຮືອນ, ໄຟເຍືອງທາງເຫັນ ວ່າຂະຫຍາຍຕົວຫລາຍສົມຄວນ, ແນວໃດກໍຕາມເພື່ອໃຫ້ບັນລຸເປົ້າໝາຍແຜນການພັດທະນາພະລັງງານທົດແທນນັ້ນ, ລັດຖະ ບານໄດ້ພະຍາຍາມປຸກລະດົມໃຫ້ມີການລົງທຶນນັບທັງພາກລັດ ແລະ ເອກກະຊົນຄາດວ່າຈະມີມູນຄ່າການລົງທຶນປະມານ 1.799 ລ້ານໂດລາສະຫະລັດ, ໃນນັ້ນ, ຈາກພາກລັດ 17 ລ້ານ ໂດລາສະຫະລັດ, ລັດວິສາຫະກິດ 36 ລ້ານໂດລາສະຫະລັດ ແລະ ພາກເອກກະຊົນ 1746 ລ້ານໂດລາສະຫະລັດ, ເຊິ່ງຖ້າ ພວກເຮົາສາມາດບັນລຸແຜນການວາງໄວ້ນັ້ນຜົນປະໂຫຍດທີ່ຈະ ໄດ້ຮັບດ້ານເສດຖະກິດຄື ສາມາດຫລຸດຜ່ອນການນຳເຂົ້ານ້ຳມັນຈາກຕ່າງປະເທດ, ໄດ້ການລົງທຶນຈາກພາກເອກະຊົນ, ສ້າງໂອ ກາດວຽກເຮັດງານທຳ, ສ້າງລາຍຮັບໃຫ້ປະຊາຊົນ, ເສດ ຖະກິດຂອງປະເທດຂະຫຍາຍ ຕົວ ແລະ ສິ່ງສຳຄັນແມ່ນຫລຸດ ຜ່ອນ ມົນລະມິດທີ່ບໍ່ດີຕໍ່ສິ່ງແວດລ້ອມ.
    ສຳລັບຜະລິດຕະພັນພະລັງງານທົດແທນແມກຊີມາ ອີ 85 ນີ້ ແມ່ນນ້ຳມັນເຊື້ອໄຟທີ່ສັງເຄາະຈາກອ້ອຍ ແລະ ມັນດ້າງ ສາມາດນຳໃຊ້ໄດ້ກັບພາຫະນະທີ່ໃຊ້ນ້ຳມັນແອດຊັງທຸກປະເພດ, ມີລາຄາຖືກກວ່ານ້ຳມັນທົ່ວໄປ ເຖິງ 40% ແລະ ຈະມີຈຳ ໜ່າຍຢູ່ ສປປ ລາວ ໃນໄວໆນີ້.

No comments:

Post a Comment