Ad

Ad

18 August 2014

ທະນາຄານໂລກສະຫນອງທຶນຊ່ວຍສ້າງຄວາມເຂັ້ມແຂງໃຫ້ພັກ ແລະ ຫົວຫນ່ວຍທຸລະກິດຂະຫນາດນ້ອຍ-ກາງຢູ່ລາວ



     ກຸ່ມທະນາຄານໂລກ​ໄດ້​ໃຫ້​ທຶນ​ຊ່ວຍ​ເຫລືອຈຳນວນ 37,8    ລ​້ານ​ໂດ​ລາ​ສະຫະ ລັດ​ ຫລື ປະມານ 300 ​ຕື້ກວ່າກີບໃຫ້​ແກ່​ລັດ ຖະບານລາວໃນການ ສະໜັບສະ ໜູນ​ການ​ເຂົ້າ​ເຖິງ​ແຫ​ລ່ງທຶນ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ- ກາງ ​ແລະ ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຂະ​ແໜງ​ພະລັງງານ,ໃນ​ນັ້ນຈຳນວນ 20 ລ້ານ​ໂດ​ລາ​ສະ ຫະລັດ​ ຫລື ປະມານ 160 ຕື້​ກີບ ແມ່ນຈາກ​ສະມາ ຄົມ​ເພື່ອ​ການ​ພັດທະນາ​ສາກົນ​ຂອງ​ທະນາ ຄານ​ໂລກ ​ເຊິ່ງຈະ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ເຂົ້າ​ເຖິງ​ແຫ​ລ່ງທຶນ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ-ກາງ​ ແລະ 10 ລ້ານໂດ​ລາ​ສະຫະລັດ ຫລື ປະມານ 80 ຕີ້ກວ່າ​ກີບແມ່ນ​ຊ່ວຍ​ເຫລືອ​ລ້າ ​ແລະ ອີກ 10 ລ້ານ​ໂດ​ລາ​ສະ ຫະລັດ ຫລື 80 ຕື້ ກວ່າ​ກີບ​ເປັນ​ເງິນ​ກູ້ຢືມ ​ແລະ ອີກ 17,8 ລ້ານ​ໂດ​ລາ​ສະຫະລັດ ຫລື ປະມານ 140 ຕື້ກວ່າ​ກີບ​ ແມ່ນ​ຈະນຳ​ໃຊ້​ເຂົ້າ​ໃນ​ໂຄງການ​ຊ່ວຍ​ເຫລືອ​ດ້ານ​ວິຊາ​ການ ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຂະ​ແໜງ​ພະລັງ​ງານ ແລະ ບໍ່​ແຮ່ໃນ​ນີ້,8,9 ລ້ານ​ໂດ​ລາ​ສະຫະລັດ ປະ ມານ 71 ຕື້ກວ່າ​ກີບ​ແມ່ນ​ເງິນ​ກູ້​ຢືມ ແລະ 8,9 ລ້ານ​ໂດ​ລາ​ສະຫະ ລັດ​ແມ່ນ​ເງິນ​ຊ່ວຍ​ເຫລືອ​ລ້າ.

        ພິທີ​ລົງ​ນາມມອບ-ຮັບ​ທຶນ​ຊ່ວຍ​ເຫລືອ​ດັ່ງກ່າວ​ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 14 ສິງຫານີ້, ຢູ່​ກະ ຊວງ​ການ​ເງິນລະຫວ່າງ​ທ່ານ ນາງ ທິບ​ພະ​ກອນ ຈັນທະ​ວົງສາ ລັດ ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ ແລະ ທ່ານ ອູ​ຣິກ ຊັກ​ຄາວ ​ອຳນວຍ​ການ​ທະນາຄານ​ໂລກ​ປະ​ຈຳ​ພາກພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້.
        ທ່ານນາງ ທິບ​ພະ​ກອນ ຈັນທະ​ວົງສາ ​​ກ່າວ​ວ່າ: ​ການ​ຊ່ວຍ​ເຫລືອດັ່ງກ່າວ, ຈະປະ ກອບສ່ວນ​ສຳຄັນ​ໃນ​ຍຸດ​ທະ​ສາດ​ຮ່ວມ​ພັດທະນາ​ປະ​ເທດ​ຂອງ​ກຸ່ມ​ທະນາຄານ​ໂລກ​ໃນລາວ​ປະ​ຈຳ ປີ 2012-2016 ເພື່ອ​ແນ​ໃສ່​ການ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ, ການ​ຄຸ້ມ​ຄອງ​ລັດ ​ແລະ ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ເຊື່ອມ​ໂຍງ​ກັບ​ພາກພື້ນ.

No comments:

Post a Comment