Ad

Ad

18 August 2014

ປກສ ເມືອງຈັນທະບູລີ ມ້າງແກ໊ງມົ້ວສຸມຢາເສບຕິດ



    ເມື່ອທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ໄດ້ມ້າງແກ໊ງມົ້ວ ສຸມຢາເສບຕິດຢູ່ເຮືອນຫ້ອງແຖວຫລັງ ໜຶ່ງໃນເຂດບ້ານດອນແດງ ເມືອງຈັນທະບູລີ ນະຄອນຫຼວງ ວຽງຈັນ, ຈັບຜູ້ເສບຢາບ້າໄດ້ ທັງໝົດ 19 ຄົນ, ໃນຈຳນວນນີ້, ມີນາງ ສົມພະລັກ ອາຍຸ 36 ປີ, ນາງ ອໍລະໄທ ອາຍຸ 31 ປີ ແລະ ທ້າວສອນໄຊ ອາຍຸ 32 ປີ ເຊິ່ງ ພັກເຊົາຢູ່ຫ້ອງແຖວດັ່ງກ່າວ ເປັນຜູ້ຂາຍຢາບ້າໃຫ້ກັບແກ໊ງມົ້ວສຸມນີ້ ແລະ ພາຍ ຫລັງເຈົ້າໜ້າທີ່ ກວດຄົ້ນໃນຫ້ອງພົບຢາບ້າ ເກືອບຮ້ອຍເມັດ, ເຈົ້າໜ້າທີ່ຈຶ່ງ ຍືດໄວ້ ເປັນຫລັກຖານໃນການ ດຳເນີນຄະດີຜູ້ຕ້ອງຫາທັງສາມຕາມລະບຽບກົດໝາຍ. ສ່ວນ ຊາວໜຸ່ມທີ່ເສບຢາ 16 ຄົນຖືກ ເຈົ້າໜ້າທີ່ນຳມາສຶກສາອົບຮົມ ຢູ່ຫ້ອງການ ປກສ ກຸ່ມ 5 ໜອງທາ ໂດຍໄດ້ເນັ້ນໃຫ້ ຊາວໜຸ່ມດັ່ງກ່າວເຫັນໄດ້ຜົນຮ້າຍຂອງ ຢາເສບຕິດ ເຊິ່ງຜະລິດຂຶ້ນຈາກ ສານເຄມີອັນຕະລາຍເມື່ອເສບ ຫລື ສັກເຂົ້າສູ່ຮ່າງ ກາຍກໍຈະມີຜົນກະທົບຮ້າຍແຮງຕໍ່ປະສາດ ແລະ ຜູ້ທີ່ມີໄວ້ຄອບຄອງເພື່ອ ເສບ ຫລື ຈຳໜ່າຍຕ້ອງຖືກດຳເນີນຄະດີຕາມລະ ບຽບກົດໝາຍ.

No comments:

Post a Comment