ຕົກມາຊ່ວງໄລຍະລະດູຝົນນີ້, ບໍ່ວ່າມື້ໃດກອງບັນນາທິການໜັງສືພິມ
ລາວພັດທະນາພວກເຮົາ ກໍໄດ້ຮັບໂທລະ ສັບຂອງປະຊາຊົນໂທເຂົ້າມາຂໍເພິ່ງສື່ ເພື່ອສ່ອງແສງໄປຍັງຂະແໜງການກ່ຽວຂ້ອງລົງກວດກາ
ແລະ ຫາວິທີປົວແປງເສັ້ນທາງຫລາຍເສັ້ນທີ່ຕົກຢູ່ໃນສະພາບເປ່ເພໜັກ ຈົນເກືອບຈະສັນຈອນໄປມາບໍ່ໄດ້
ໂດຍສະເພາະກໍແມ່ນເສັ້ນທາງໜອງບຶກ ແຕ່ດົກໂດກ, ຕານມີໄຊຕັດອອກສູ່ເສັ້ນທາງ
13 ເໜືອ ອັນໄດ້ເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກເປັນທີ່ສຸດ ແລະ ສະພາບນີ້ແກ່ຍາວມາແຕ່ຕົ້ນລະດູຝົນ
ຈົນມາຮອດປັດຈຸບັນກໍຍັງບໍ່ທັນເຫັນມີພາກສ່ວນກ່ຽວຂ້ອງໃດໆລົງກວດກາ ເພື່ອສະແດງຄວາມຮັບຜິດ
ແລະ ມີວິທີບູລະນະປົວແປງ. ພ້ອມນັ້ນ ກໍແມ່ນເສັ້ນທາງສ້າງໃໝ່ ແຕ່ບ້ານຫົວຂົວເຂດທາດຫລວງ-ດົງຄຳຊ້າງ-ບ້ານນ້ອຍຊຽງດາ-ນາຄວາຍ
ກໍຕົກຢູ່ໃນສະພາບເປື້ອນເປິະເປັນບວກເປັນຂຸມ ຍ້ອນການກໍ່ສ້າງເສັ້ນທາງດັ່ງກ່າວແກ່ຍາວມາຫລາຍປີແລ້ວ,
ແຕ່ຍັງບໍ່ສຳເລັດ ອັນໄດ້ສ້າງຄວາມລຳບາກຫຍຸ້ງຍາກໃຫ້ແກ່ການສັນຈອນໄປມາໃນເສັ້ນທາງດັ່ງກ່າວ,
ຍາມແລ້ງແມ່ນ
ຂີ້ຝຸ່ນ, ຍາມຝົນແມ່ນຂີ້ຕົມ ແຕ່ກໍບໍ່ເຫັນມີພາກສ່ວນກ່ຽວຂ້ອງໃດລົງໄປແນະນຳຕັກເຕືອນໃຫ້ຜູ້ຮັບເໝົາກໍ່ສ້າງເຮັດສຳເລັດຕາມແຜນ
ຫລື ບໍ່ກໍຕ້ອງມີມາດຕະການແກ້ໄຂໃຫ້ເດັດຂາດ ແລະ ເມື່ອມໍ່ໆນີ້ ກໍມີປະຊາຊົນຜູ້ອາໄສຢູ່ເຂດນາໄຮ-ນາໂນ
ກໍສ່ອງແສງມາວ່າ: ເສັ້ນທາງນາໄຮ-ນາໂນກໍຕົກຢູ່ໃນສະພາບເປ່ເພໜັກ, ບາງບ່ອນຈົນເຮັດໃຫ້ບໍ່ສາມາດທຽວໄປມາໄດ້
ຍ້ອນບວກຍ້ອນຂຸມ ໂດຍສະເພາະເສັ້ນແຍກອອກໄປຄ້າຍຂຸມຂັງບໍ່ສາມາດຜ່ານໄປໄດ້ເລີຍ
ຍ້ອນຂົວນ້ອຍຂ້າມເສັ້ນທາງດັ່ງ ກ່າວຖືກຍຸບລົງມາໄດ້ຫລາຍວັນແລ້ວ, ແຕ່ມາຮອດປັດຈຸບັນກໍຍັງບໍ່ທັນໄດ້ຮັບການປົວແປງ
ແລະ ເສັ້ນທາງອື່ນໆອີກໃນນະຄອນຫລວງວຽງຈັນກໍຕົກຢູ່ໃນສະພາບເປ່ເພໜັກ ຈຶ່ງຂໍຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນລົງກວດກາປົວແປງ
ເພື່ອບໍ່ໃຫ້ເປ່ເພໄປຫລາຍກວ່ານີ້.

No comments:
Post a Comment