Ad

Ad

1 August 2014

ປະກາດຜູ້ຮັກສາການອົງການ ຄມດຊ ແລະ ຜູ້ຮັກສາການ ຄກມຊ



    ຫ້ອງວ່າການລັດຖະບານ, ໄດ້ອອກແຈ້ງການເຖິງບັນດາລັດຖະມົນຕີວ່າການ,ຊ່ວຍວ່າການ,ຫົວໜ້າອົງ
ການທຽບເທົ່າ, ບັນດາເຈົ້າແຂວງ ແລະ ເຈົ້າຄອງນະຄອນຫລວງວຽງຈັນ ເລື່ອງທິດຊີ້ນຳກ່ຽວກັບການຄົ້ນ ຄວ້າຜູ້ທີ່ຈະເປັນປະທານ ຫລື ຜູ້ຮັກສາການປະທານຄະນະກຳມາທິການເພື່ອແມ່ ແລະ ເດັກແຫ່ງຊາດ
(ຄມດຊ) ແລະ ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ (ຄກມຊ), ເຊິ່ງມີ
ເນື້ອໃນວ່າ:ອີງຕາມບົດລາຍງານສະບັບເລກທີ 164/ຫລບ.ຄມດຊ,ລົງວັນທີ 18 ມິຖຸນາ 2014ຂອງຄະ
ນະກຳມາທິການເພື່ອແມ່ ແລະ ເດັກແຫ່ງຊາດ ກ່ຽວກັບຜົນກອງປະຊຸມຄົບຄະນະສະໄໝວິສາມັນຂອງ
(ຄກມຊ) ແລະ (ຄມດຊ) ເພື່ອຄົ້ນຄວ້າຜູ້ທີ່ຈະເປັນປະທານ ຫລື ຜູ້ຮັກສາການປະທານຄະນະກຳມາທິ
ການເພື່ອແມ່ ແລະ ເດັກແຫ່ງຊາດ ແລະ ປະ ທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ
ແຫ່ງຊາດຄົນໃໝ່ ຫລື ຜູ້ຮັກສາການແທນ ໃນຄັ້ງວັນທີ 16 ມິຖຸນາ 2014 ແລະ ອີງຕາມການຕົກລົງ ແລະ ຊີ້ນຳຂອງທ່ານນາຍົກລັດຖະມົນຕີໃນວັນທີ 1 ກໍລະກົດ 2014,ໄດ້ມອບໃຫ້ທ່ານນາງ ດຣ. ອິນລາ

ວັນ ແກ້ວບຸນພັນ ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ ເປັນຜູ້ຮັກສາການປະທານຄະນະ
ກຳມາທິການເພື່ອແມ່ ແລະ ເດັກແຫ່ງຊາດ ແລະ ມອບໃຫ້ທ່ານນາງ ບັນດິດ ປະທຸມວັນຮອງປະທານສູນ
ກາງສະຫະພັນແມ່ຍິງລາວເປັນຜູ້ຮັກສາການປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່
ຍິງແຫ່ງຊາດຊົ່ວຄາວ ໄປຈົນກວ່າຈະມີການແຕ່ງຕັ້ງປະທານຂອງສອງອົງການຄົນໃໝ່.

No comments:

Post a Comment