Ad

Ad

1 August 2014

ລາວຫາລືການ​ມີ​ສ່ວນ​ຮ່ວມ​ຂອງສັງຄົມໃນການຄຸ້ມ​ຄອງ​ອ່າງ​ຮັບ​ນ້ຳ



     ກອງ​ປະຊຸມ​ປຶກສາ​ຫາລື ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ອ່າງ​ຮັບ​ນ້ຳ​ໃນ​ ສປປ ລາວ, ​ເຊິ່ງ​ໄດ້​ຈັດ​ຂື້ນ​ໃນ​ລະຫວ່າງ​ວັນ​ທີ 30-31 ກໍ​ລະ​ກົດ​ນີ້, ຢູ່​ຫໍ​ປະຊຸມ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ ທ່ານ​ຮອງ​ຫົວໜ້າ​ກົມ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ໃນ​ນາມ​ປະທານ​ກອງ​ປະຊຸມ ​ໄດ້​ເນັ້ນ​ຄືນ​ເຖິງ​ຄວາມ​ສຳຄັນ ແລະ ຈຳ​ເປັນເພື່ອ​ໃຫ້​ທຸກ​ພາກ ສ່ວນ​ໃນ​ສັງຄົມຕ້ອງ​ໄດ້​ມີ​ສ່ວນ​ຮ່ວມໃນ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ​ແບບ​ປະສົມ​ປະສານເພື່ອ​ຫລຸດຜ່ອນ​ໄພ​ຂົ່ມຂູ່ ແລະ ສິ່ງ​ທ້າ​ທາຍ​ຫລາຍ​ອັນທີ່​ລາວ​ເຮົາ​ພວມ​ປະ​ເສີນ​ໜ້າ​ຢູ່​ໃນ​ປັດຈຸບັນ.
     ​ໃນ​ເວລາ​ກ່າວ​ເປີດ​ກອງ​ປະຊຸມ ທ່ານ ຮອງ​ຫົວໜ້າ​ກົມ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້ເນັ້ນ​ບາງ​ບັນຫາ​ສຳຄັນ​ວ່າ: ​ເພື່ອ​ເຮັດ​ໃຫ້ການ​ນຳ​ໃຊ້​ຊັບພະຍາກອນ​ນ້ຳ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ​ເພີ່ມ​ຄຸນ​ຄ່າ​ສູງ​ສຸດ ​ໃນການ​ສ້າງ​ປະ​ໂຫຍ​ດ​ໃຫ້​ແກ່​ສັງຄົມ​​ໄດ້​ຫລາຍ​ຂື້ນ ພວກ​ເຮົາ​ມີ​ຄວາມ​ຈຳ​ເປັນ​ຈະ​ຕ້ອງ​ໄດ້​ມີ​ວິທີ​ການ​ໃນ​ການວາງ​ແຜນ​ຄຸ້ມ​ຄອງ, ຖ້າລຳພັງ​ອົງການ​ຈັດ​ຕັ້ງ​ໃດ​ໜຶ່ງ, ກຸ່ມ​ຄົນ​ໃດ​ໜຶ່ງ ຫລື ບຸກຄົນ​ໃດ​ໜຶ່ງ ກໍບໍ່​ອາດ​ຈະ​ເຮັດ​ລ້ອນ ໜ້າ​ທີ່​ດັ່ງກ່າວ​ໄດ້. ສະ​ນັ້ນ, ການຈັດ​ຕັ້ງ​ທຸກ​ຂັ້ນ, ຊຸມ​ຊົນ ແລະ ນັກ​ພັດທະນາ​ຕ່າງໆ ໃນ​ທົ່ວ​ຂົງ​ເຂດ ຕ້ອງ​ໄດ້​ປະ ກອບສ່ວນ ແລະ ມີ​ສ່ວນ​ຮ່ວມຢ່າງ​ຫ້າວຫັນ​ເຂົ້າ​ໃນ​ການຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ​ແບບ​ປະສົມ​ປະສານ.

     ​ໃນ​ວາ​ລະ​ກອງ​ປະຊຸມດຳ​ເນີນ​ໄປ​ເປັນ​ເວລາ​ 2 ວັນນັ້ນ ບັນດາ​ນັກວິຊາ​ການຕ່າງກໍໄດ້້​ປຶກສາ​ຫາລື​ແລ​ກປ່ຽນ​ຄຳ​ຄິດ​ຄຳ​ເຫັນ ເພື່ອ​ເປັນ​ທາງ​ອອກ​ໃນ​ການ​ແກ້​ໄຂ ບັນຫາ​​ທ້າ​ທາຍ​ດັ່ງກ່າວ, ໂດຍ​ໄດ້​ລົງ​ເລິກ​ການ ​ວິ​ເຄາະ ສິ່ງ​​ທ້າ​ທາຍ​ຕົ້ນ​ຕໍ​ກ່ຽວ​ກັບ​ນ້ຳ ແລະ ບູລິ​ມະ​ສິດ ການ​ນຳ​ໃຊ້​ນ້ຳ ໃນ​ອະນາຄົດ​ຂອງ ສປປ ລາວ, ພ້ອມນຳ​ສະ​ເໜີ ກໍລະນີ ສຶກສາ ການ​ຄຸ້ມ​ຄອງ​ອ່າງ​ຮັບ​ນ້ຳ ແບບ ປະສົມປະສານ ຈາກ​ຕ່າງປະ​ເທດ ​ແລະ ຕົວ​ແທນ​ອ່າງ​ຮັບ​ນ້ຳ ໃນ​ ສປປ ລາວ ແລະ ​ປຶກສາ​ຫາລື​ລະອຽດ ເຖິງຄວາມອາດສາມາດໃນການຄວບ ຄຸມຄຸນ​ນະພາ​ບນ້ຳ, ນ້ຳ​ໃຕ້​ດິນ ​ແລະ ຂໍ້​ມູນ-​ຂ່າວ ສານ ຊັບພະຍາກອນ​ນ້ຳ ແລະ ອື່ນໆເຊັ່ນ: ຮູບ​​ແບບ​ການ​ຄຸ້ມ​ຄອງ​ອ່າງ​ຮັບ​ນ້ຳ, ຄູ່​ມື​ການວາງ​ແຜນ​ຄຸ້ມ​ຄອງ​ອ່າງ​ຮັບ​ນ້ຳ ແລະ ກົນ​ໄກ​ການ​ເງິນ​ແບບ​ຍືນ​ຍົງ​ສຳລັບ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ ເພື່ອ​ເປັນທາງ​ເລືອກ​ໃໝ່ ສຳລັບ​ຫລັກ​ການ​ໃນ​ການຈັດ​ຕັ້ງ​ປະຕິບັດຄຸ້ມ​ຄອງ​ອ່າງ​ຮັບ​ນ້ຳແບບ​ປະສົມ​ປະສານ​ຢູ່​ ສປປ ລາວ ​ໃຫ້​ມີ​ຄວາມ​ຍືນ​ຍົງ.

No comments:

Post a Comment