Ad

Ad

1 August 2014

ລະດັບນ້ຳເຊ,ນ້ຳຂອງຢູ່ແຂວງຄຳມ່ວນໃກ້ເຖິງລະດັບອັນຕະລາຍ



         ຕາມການລາຍງານ ແລະ ແຈ້ງເຕືອນ ຂອງຂະແໜງອຸຕຸນິຍົມ ແລະອຸທົກກະສາດ ປະຈຳແຂວງຄຳມ່ວນໃນວັນທີ 30 ກໍລະກົດ 2014 ໃຫ້ຮູ້ວ່າ : ໃນໄລຍະລະດູຝົນຂອງທ້າຍເດືອນກໍລະກົດ 2014 ນີ້ ມີຝົນຕົກໜັກ ແລະຕິດຕໍ່ກັນຫລາຍວັນ ເຮັດໃຫ້ລະດັບນ້ຳຈາກສາຂາຕ່າງໆພາຍໃນແຂວງມີລະດັບນ້ຳເພີ່ມຂຶ້ນ ແລະມີບາງເຂດກໍຢູ່ໃນລະດັບເຝົ້າລະວັງ. ເຊິ່ງລະດັບນ້ຳ ຂອງທີ່ເມືອງທ່າແຂກ ເວລາ 7 ໂມງເຊົ້າຂອງວັນທີ 30/07/2014 ຢູ່ໃນລະດັບ 10,36 ແມັດທຽບໃສ່ ເວລາ 7 ໂມງເຊົ້າຂອງ ວັນທີ 29/07/2014 ແມ່ນມີລະດັບນ້ຳເພີ່ມສູງຂຶ້ນ 28 ຊັງຕີແມັດ, ລະດັບເຕືອນໄພແມ່ນ 13 ແມັດລະດັບອັນຕະລາຍແມ່ນ 14 ແມັດ, ເມືອງມະຫາໄຊ ( ລະດັບນ້ຳເຊບັ້ງໄຟ ) ລະດັບນ້ຳ 12,72 ແມັດ ທຽບໃສ່ ເວລາ 7 ໂມງເຊົ້າຂອງວັນທີ 29/07/ 2014 ລະດັບນ້ຳເພີ່ມຂຶ້ນ 6 ຊັງຕີແມັດ, ລະດັບເຕືອນໄພແມ່ນ 14,5 ແມັດ, ລະດັບອັນຕະລາຍແມ່ນ 15,5 ແມັດ, ເມືອງເຊ ບັ້ງໄຟລະດັບນ້ຳ 18,08 ແມັດທຽບໃສ່ເວລາ 7 ໂມງເຊົ້າຂອງວັນທີ 29/07/2014 ລະດັບນ້ຳເພີ່ມຂຶ້ນ 8 ຊັງຕີແມັດ, ລະດັບ ເຕືອນໄພແມ່ນ 17,5 ແມັດ, ລະດັບອັນຕະລາຍແມ່ນ 18,5 ແມັດ, ເມືອງຍົມມະລາດ ( ຈຸດບ້ານໄຮ່ ) ລະດັບນ້ຳ 8,29
ທຽບໃສ່ເວລາ 7 ໂມງເຊົ້າຂອງວັນທີ 29/07/2014 ລະດັບນ້ຳເພີ່ມຂຶ້ນ 14 ຊັງຕີແມັດ, ລະດັບເຕືອນໄພແມ່ນ 12,5 ແມັດ, ລະດັບອັນຕະລາຍແມ່ນ 13 ແມັດ, ສ່ວນປະລິມານນ້ຳຝົນຢູ່ແຂວງຄຳມ່ວນເຂດທີ່ມີຝົນຕົກຫລາຍກວ່າໝູ່ແມ່ນເມືອງຄູນຄຳ ຄືຢູ່ໃນລະດັບ 35,4 ມີລີແມັດ ທຽບໃສ່ວັນທີ 29/07/2014 ເພີ່ມຂຶ້ນ 20,4 ມີລີແມັດ.ປັດຈຸບັນ ແຂວງຄຳມ່ວນ ກໍຄື ຂະ ແໜງອຸຕຸນິຍົມ ແລະ ອຸທົກກະສາດ ປະຈຳແຂວງ ກຳລັງຕິດຕາມເຝົ້າລະວັງຢ່າງ ໃກ້ຊິດ ກ່ຽວກັບສະພາບອາກາດ ແລະ ລະດັບນ້ຳສາຂາຕ່າງໆພ້ອມທັງແຈ້ງເຕືອນປະຊາຊົນທີ່ອາໄສ ຢູ່ເລາະລຽບຕາມແມ່ນ້ຳຂອງ ແລະ ສາຂາຕ່າງໆໃຫ້ມີສະຕິລະ ວັງຕົວຕໍ່ສະພາບການດັ່ງກ່າວ.

No comments:

Post a Comment