Ad

Ad

1 August 2014

ສິ່ງທີ່ຄວນປະຕິບັດຕໍ່ນາຍພາສາ ( ຄໍລຳ ຈານແຍ່ )

ໂດຍ : ວິເສດ ສະແຫວງສຶກສາ
      ໃນຄໍລຳບັນຫາຈານແຍ່ປະຈຳອາທິດແລ້ວນີ້ ໄດ້ສະເໜີບົດ “ສິ່ງຕ້ອງຫ້າມສຳລັບຜູ້ແປພາສາ” ໃນແຖວສຸດທ້າຍຂອງບົດ ນັ້ນ ຈານແຍ່ຂໍຕິດນີ້ບົດທີ່ບອກ ວ່າ: ພວກເຮົາຄວນປະຕິບັດແນວ ໃດຕໍ່ຜູ້ແປພາສາ ? ເຊິ່ງເປັນຫົວຂໍ້ໃນມື້ນີ້, ເພາະຖ້າບໍ່ເວົ້າ ບັນຫານີ້ ນາຍພາສາທັງຫລາຍອາດຈະປະທ້ວງຈານແຍ່ວ່າບໍ່ຍຸຕິທຳ, ຢຽບ ເຮືອຂ້າງດຽວອັນຈະພາໃຫ້ເຮືອຫລົ້ມໃນທີ່ສຸດ ເພາະຂາດຄວາມດຸ່ນດ່ຽງ. ຄຳວ່າ: “ພວກເຮົາ” ຈານແຍ່ໝາຍເຖິງຜູ້ທີ່ໃຊ້ນາຍພາ ສາແປໃຫ້ກໍຄືສຳນັກງານ, ອົງການ ແລະ ບຸກຄົນທີ່ມີໜ້າທີ່ບຳ ລຸງສ້າງນາຍພາສາ ຫລື ຜູ້ແປພາສາທົ່ວໆໄປວ່າຄວນປະຕິບັດແນວໃດຕໍ່ນາຍພາສາ.
      ບັນຫານີ້ ຈານແຍ່ຂໍເລີ່ມຈາກບົດຮຽນຂອງຕົນເອງກ່ອນ. ເວ ລາສຶກສາຈົບມາ ແລະ ເຂົ້າການ ໃໝ່ໆນັ້ນ ຈານແຍ່ລວຍ ແປພາສາ ຣັດເຊຍ ເພາະຕອນນັ້ນການພົວ ພັນກັບສະຫະພາບໂຊຫວຽດຢູ່ໃນ ລະດັບເຂົ້າດ້າຍເຂົ້າເຂັມຢ່າງ ແນບແໜ້ນ ຈຶ່ງເຫັນວ່າການແປ ພາສານັ້ນມີທັງອັນສະດວກ ແລະ ບໍ່ສະດວກຫລາຍຢ່າງ. ອັນບໍ່ສະ ດວກນັ້ນສ່ວນໃຫຍ່ຕິດພັນກັບນິ ໄສຂອງຜູ້ທີ່ເຮົາແປໃຫ້, ຖ້າເຂົາ ເປັນຄົນຊ່າງໃຫ້ກຳລັງໃຈ, ຮູ້ຄຸນ ຄ່າຂອງການແປ (ບໍ່ແມ່ນເຫັນຜູ້ ແປເປັນພຽງເຄື່ອງຈັກ), ຮູ້ກາລະ ເທສະວ່າຄວນໃຊ້ໃຫ້ແປເວລາ ໃດ ?, ຢູ່ໃສ ? ມັນກໍຈະບໍ່ມີບັນຫາ.

     ການແປທີ່ລົງເລິກວິຊາການ ນັ້ນ ຈານແຍ່ບໍ່ຄ່ອຍຈະໜັກໃຈ ປານໃດ, ແຕ່ຖ້າເປັນການແປ ວຽກບ້ານການເມືອງ, ແຖມ ຜູ້ທີ່ເຮົາແປໃຫ້ເປັນຜູ້ໃຫຍ່ໄມ້ສູງກໍ ແຮງຄິດງໍ້ຄິດງ່ຽງ ຈົນບາງຄັ້ງ ໄຄຄ້າວແຕກ. ແຕ່ຄວາມຈຳເປັນ ມັນພັດບໍ່ເລືອກເວລາ ແລະ ສະ ຖານທີ່. ໃນທີ່ສຸດຈານແຍ່ກໍໄດ້ມີ ໂອກາດເຮັດໜ້າທີ່ເປັນນາຍພາ ສາໃຫ້ທ່ານ ພູມີ ວົງວິຈິດ, ໃນຕອນທ່ານວ່າການ ປະທານປະເທດ. ກ່ອນຮອດເວລາແປຕົວຈິງ ສອງ-ສາມວັນ, ຈານແຍ່ນອນບໍ່ ຫລັບ ເພາະນອກຈາກທ່ານເປັນ ຜູ້ໃຫຍ່ລະດັບ ສຸດໆແລ້ວ, ຈານແຍ່ຍັງໄດ້ຍິນວ່າເພິ່ນມັກໃຊ້ຄຳເວົ້າ ຍາກໆເຊັ່ນ: ພະຫຍາ-ສຸພາສິດ. ຈານແຍ່ຄິດໄປເອງວ່າ ຖ້າເພິ່ນ ເວົ້າວ່າ: “ທີພະທີຈົວ” ເດເຮົາຊິ ແປເປັນພາສາອັງກິດວ່າແນວ  ໃດ ?. ແຕ່ບັດຮອດເວລາແປຕົວ ຈິງ ເລື່ອງພັດປີ້ນໄປທາງປີ້ນ, ທ່ານ ພູມີ ວົງວິຈິດ ຕາມປະຫວັດ ເພິ່ນເອງກໍເຄີຍເປັນລ້າມແປພາ ສາ, ເພິ່ນຮູ້ພາສາຕ່າງປະເທດດີ. ດັ່ງນັ້ນ ເວລາເພິ່ນເວົ້າພາສາ ລາວໃຫ້ຈານແຍ່ແປ ເພິ່ນກໍເວົ້າ ເປັນວັກເປັນຕອນປານຂຽນເອົາ, ເວລາເພິ່ນສົງໄສວ່າຈານແຍ່ແປ ບໍ່ກົງກັບຄຳເວົ້າ ເພິ່ນກໍສອຍ ແກມພາສາຝຣັ່ງອອກມາ, ຄຳ ເວົ້າການເມືອງໃນພາສາຝຣັ່ງ ແລະ ອັງກິດນັ້ນມີຫລາຍຄຳຄື ກັນ. ແຕ່ເພິ່ນບໍ່ເຄີຍເວົ້າຕັດ ຫລື ບອກວ່າຈານແຍ່ແປຜິດຈັກເທື່ອ. ຈານແຍ່ຂໍບອກຄວາມຈິງວ່າ: ຕົນເອງໄດ້ຮັບບົດຮຽນອັນລ້ຳຄ່າ ຈາກການແປເກືອບ 2 ຊົ່ວ ໂມງ ໃຫ້ທ່ານ ພູມີ ວົງວິຈິດ ຄັ້ງນັ້ນ. ຕໍ່ ມາຫວ່າງບໍ່ພໍເທົ່າໃດປີມານີ້, ຈານແຍ່ກໍເຮັດໜ້າທີ່ເປັນນາຍພາ ສາປະເພດ “ຈັບຈູດ” ຫລື “ຈຳ ເປັນ” ໃຫ້ທ່ານປະທານປະເທດ ຈູມມາລີ ໄຊຍະສອນ  ຕອນປະ ທານສະພາສີລັງກາເຂົ້າພົບເພິ່ນ. ທ່ານປະທານປະ ເທດ ມີບົດຮຽນ ການໃຊ້ນາຍພາສາຢ່າງດີ. ດັ່ງ ນັ້ນ ເວລາແລ້ວແປອອກມາ ຈານ ແຍ່ຈຶ່ງມີສິດຖິວປາກຫວອດໆ ທ່ານປະ ທານປະເທດເວົ້າເປັນ ວັກ, ເປັນຕອນ, ຂຶ້ນລົງສຽງແບບ ທຳມະດາ, ໃຊ້ຄຳສັບຢູ່ໃນຂອບ ພາສາທາງການ, ບໍ່ມີຄຳເຫລືອ, ຄຳໂຕງ ໂຕຍທີ່ບໍ່ຈຳເປັນ. ບົດ ຮຽນຈາກທ່ານປະທານປະເທດ ທັງສອງໄດ້ຊ່ວຍໃຫ້ຈານແຍ່ຄຶດ ພໍ້ສິ່ງທີ່ຄວນປະຕິບັດ ຕໍ່ນາຍພາ ສາທີ່ ເຮັດໜ້າທີ່ແປໃຫ້ຄື ຄວນ ເວົ້າເປັນວັກເປັນຕອນ, ຫລີກເວັ້ນ ການໃຊ້ຄຳເຫລືອ, ຄຳໂຕງໂຕຍ, ຄວນຮັບຮູ້ ວ່າໂຄງສ້າງຂອງພາ ສາໃນໂລກນີ້ມີອັນຕ່າງກັນອາດ ເວົ້າສັ້ນໆໄດ້ໃນບາງພາສາ, ແຕ່ ໃນບາງພາສາຕ້ອງໄດ້ເວົ້າຍາວ, ເວລາ ນາຍພາສາແປບໍ່ກົງຄຳສັບ ກໍບໍ່ຄວນແຊງແປງເອງ (ຖ້າຮູ້ພາ ສານັ້ນ), ຄວນປ່ຽນປະໂຫຍກໃໝ່ ໃຫ້ເໝາະສົມ ແລະ ແປງ່າຍ, ຄວນຮູ້ຈັງຫວະຂອງຜູ້ແປ ວ່າພວມດື່ມນ້ຳ ຫລື ຍັງບໍ່ທັນກືນອາ ຫານໝົດເທື່ອ, ຄວນຊອກໂອກາດໃຫ້ຜູ້ແປໄດ້ມີເວ ລາຫາຍ ໃຈເຊັ່ນອາດຊວນແຂກດື່ມນ້ຳຊາ, ກິນໝາກໄມ້ ຫລື ຊວນງວາກເບິ່ງຮູບໃນຫ້ອງ. ເວລາແລ້ວແປ ຄວນໃຫ້ຄວາມຄິດຄຳເຫັນແກ່ຜູ້ ແປວ່າຄວນປັບປຸງ ແນວໃດ ແລະ ຢ່າລືມໃຫ້ໂອກາດຜູ້ແປຕີລາຄາ ປະໂຫຍກຄຳເວົ້າຂອງຜູ້ທີ່ເຂົາ ແປໃຫ້. ເຮັດແນວນີ້ ຈານແຍ່ວ່າ ຍຸຕິທຳດີ ທັງເປັນການບຳລຸງ ສ້າງນາຍພາສາໄປໃນໂຕອີກດ້ວຍ.

No comments:

Post a Comment