Ad

Ad

31 July 2014

ຜົນກອງປະຊຸມລັດຖະບານສະໄຫມສາມັນປະຈຳເດືອນກໍລະກົດ 2014



      ພາຍໃຕ້ການເປັນປະທານຂອງ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ, ເພື່ອເອົາຫຼາຍບັນຫາສຳຄັນເຂົ້າພິຈາລະ ນາຄື: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງ ດຳລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານ ອິນເຕີເນັດເພື່ອກໍານົດຫຼັກການ, ລະບຽບການໃນການຄຸ້ມ ຄອງຂໍ້ມູນຂ່າວ ສານເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ ແນໃສ່ປົກປ້ອງກຽດສັກສີ ແລະ ຜົນປະໂຫຍດອັນ ຊອບທຳ ຂອງຜູ້ໃຫ້ບໍລິການ, ຜູ້ໃຊ້ບໍລິການ ແລະ ສັງຄົມທັງເປັນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ. ຕໍ່ບັນຫາດັ່ງກ່າວ ກອງປະຊຸມໄດ້ມີທິດຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຄືນຕາມ ການປະກອບຄໍາຄິດຄໍາເຫັນຂອງສະມາຊິກ, ກອງ ປະຊຸມໄດ້ພິຈາລະນາຮັບຮອງ ເອົາຮ່າງລັດຖະບັນຍັດວ່າດ້ວຍ ພົນລະເມືອງ ກິດຕິມະສັກເພື່ອກໍານົດຫຼັກການ, ລະບຽບການກ່ຽວກັບການພິຈາລະນາສະຖານະພາບພົນລະເມືອງກິດຕິມະສັກໃຫ້ແກ່
ຄົນຕ່າງ ປະເທດ, ຄົນບໍ່ມີສັນຊາດ ຫຼື ຄົນຕ່າງດ້າວຊຶ່ງເປັນບຸກຄົນທີ່ມີຄຸນງາມຄວາມດີອັນໃຫຍ່ຫຼວງເປັນພິເສດໃນການປະ ກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາ ສປປ ລາວ ເພື່ອສ້າງເງື່ອນໄຂໃຫ້ແກ່ ບຸກຄົນດັ່ງກ່າວໄດ້ຮັບສິດ ແລະ ນະໂຍ ບາຍຕາມທີ່ໄດ້ກໍານົດໄວ້ ໃນລັດຖະບັນຍັດສະບັບນີ້. ກອງ ປະຊຸມໄດ້ມີທິດຊີ້ນຳໃຫ້ນໍາໄປ ປັບປຸງຕື່ມຕາມການ ປະກອບຄໍາ ເຫັນຂອງສະຊິກລັດຖະບານເປັນຕົ້ນ ຄວນເບິ່ງເງື່ອນໄຂ, ນະໂຍ ບາຍໃນການດຶງດູດ ແລະ ຍາດ ແຍ່ງການລົງທຶນເຫັນວ່າມີ ຄວາມຈໍາເປັນ ແລະ ຕ້ອງໄດ້ປະ ຕິບັດຢ່າງແຂງແຮງ. ກອງປະຊຸມໄດ້ພິຈາລະນາ ຮັບຮອງເອົາຮ່າງດໍາລັດວ່າດ້ວຍການ ຕິດ ຕາມ, ກວດກາໂຄງ ການລົງທຶນຂອງລັດແຕ່ຫົວທີ ຈຸດປະສົງເພື່ອປ້ອງກັນ, ຈໍາກັດ ບໍ່ໃຫ້ມີການລະເມີດລະບຽບກົດໝາຍ ແລະ ບໍ່ໃຫ້ເກີດມີພຶດຕິກໍາ ທີ່ເປັນການສໍ້ລາດບັງຫຼວງແນ ໃສ່ເຮັດໃຫ້ໂຄງການລົງທຶນຂອງລັດຖືກຈັດຕັ້ງປະຕິບັດດ້ວຍ ຄວາມໂປ່ງໃສ, ປະຢັດ ແລະ ມີປະສິດທິພາບສູງ. ພ້ອມນັ້ນ, ກອງປະຊຸມໄດ້ມີທິດຊີ້ນໍາໃຫ້ນໍາໄປປັບປຸງຕື່ມຕາມຄວາມເຫັນ ຂອງສະມາຊິກລັດຖະບານເປັນ ຕົ້ນແມ່ນບໍ່ໃຫ້ມີການຈັດຕັ້ງຄະ ນະສະເພາະກິດຕ່າງໆເພາະມັນຈະເປັນການປະຕິບັດໜ້າ ທີ່ຊໍ້າຊ້ອນ ແລະ ຫຍຸ້ງຍາກໃນເວລາປະຕິບັດ. ສໍາຄັນແມ່ນກໍາ ນົດໜ້າທີ່ໃນອົງການກວດກາ ໃຫ້ຈະແຈ້ງ, ລະອຽດພ້ອມທັງ ປັບປຸງຄວາມຮັບຜິດຊອບ ແລະ ປະສິດທິຜົນໃນການປະຕິບັດໜ້າທີ່ນີ້.      ກອງປະຊຸມໄດ້ພິຈາລະນາຮັບຮອງເອົາການປັບ ປຸງຮ່າງດໍາລັດວ່າດ້ວຍສະມາຄົມ ແລະ ຮ່າງ ດຳລັດວ່າດ້ວຍມູນນິທິເຊິ່ງຈຸດ ປະສົງເພື່ອເປັນບ່ອນອີງພື້ນຖານໃຫ້ແກ່ການສ້າງຕັ້ງ ສະມາຄົມ ແລະ ມູນນິທິຂອງພົນລະເມືອງລາວ, ອົງການຈັດຕັ້ງຂອງລັດທີ່ກ່ຽວ ຂ້ອງໃນການຄຸ້ມຄອງ, ຕິດຕາມ- ກວດກາ ແລະ ຊຸກຍູ້ໃຫ້ສະມາ ຄົມ ແລະ ມູນນິທິມີການເຄື່ອນ ໄຫວຖືກຕ້ອງຕາມລະບຽບກົດ ໝາຍທັງເປັນການປະກອບສ່ວນຊ່ວຍ ເຫຼືອສັງຄົມ ແລະ ລຶບລ້າງ ຄວາມທຸກຍາກຂອງປະຊາຊົນ. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມ ເຫັນວ່າມີຄວາມຈໍາເປັນໃນເງື່ອນ ໄຂຂອງການພັດທະນາໃນໄລຍະໃໝ່ເພື່ອເປັນການປຸກລະ ດົມ, ເຕົ້າໂຮມກໍາລັງແຮງ ແລະ ຄວາມສາມັກຄີຂອງສັງຄົມເຂົ້າ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນັ້ນ, ຕ້ອງມີການຈັດປະເພດຂອງສະມະຄົມໃນຂົງເຂດ ການຜະລິດ, ຂົງເຂດວິຊາຊີບ ຕ່າງໆກັບສະມາຄົມທີ່ມີລັກສະ ນະສັງຄົມເພື່ອຄວາມເໝາະສົມ ໃນການສ້າງຕັ້ງ ແລະ ການຄຸ້ມ ຄອງທັງໝົດແມ່ນເຄື່ອນໄຫວ ພາຍໃຕ້ລະບຽບກົດໝາຍຂອງ ລັດ. ກອງປະຊຸມເຫັນດີດ້ານຫຼັກ ການຮັບຮອງເອົາຮ່າງດຳລັດວ່າ ດ້ວຍສີລະປະການສະແດງຈຸດປະສົງເພື່ອກໍານົດຫຼັກການ, ລະ ບຽບການໃນການຕິດຕາມກວດກາການຈັດຕັ້ງ ແລະ ການ ເຄື່ອນໄຫວວຽກງານສິລະປະການສະແດງເພື່ອໃຫ້ມີລັກສະນະຊາດ, ກ້າວໜ້າ ແລະ ມະຫາຊົນ ແນໃສ່ ສົ່ງເສີມສິດເປັນເຈົ້າ ຂອງປະຊາຊົນມີສ່ວນຮ່ວມໃນການຟື້ນຟູ, ອະນຸລັກ, ພັດທະນາ ແລະ ຊົມໃຊ້ ສິລະປະວັດທະນະທໍາຕາມແນວທາງນະໂຍ ບາຍຂອງພັກພ້ອມ ນັ້ນ, ກໍ່ແກ້ໄຂ ແລະ ສະກັດກັ້ນ ປາກົດການຫຍໍ້ທໍ້ທາງດ້ານສິລະປະວັດທະນະທໍາທີ່ຝືນຕໍ່ແນວ ທາງສິລະ ປະວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ. ແນໃສ່ເຮັດໃຫ້ສິລະປະ ວັດທະນະທໍາຂອງຊາດ, ຂອງ ເຜົ່າຕ່າງໆ ໄດ້ຮັບການປົກປັກຮັກສາ, ພັດທະນາ ແລະ ເປັນເອກະລັກທີ່ມີຫຼາຍສີສັນຄຽງຄູ່ກັບຊາດລາວເຮົາຕະຫຼອດ ໄປ. ບັນຫາທີ່ສໍາ ຄັນອີກບັນຫາໜຶ່ງຂອງກອງປະຊຸມໃນຄັ້ງນີ້ ແມ່ນໄດ້ພິຈາລະນາ ແລະ ເຫັນດີເປັນເອກະພາບຮັບຮອງບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ກໍ່ສ້າງຊົນລະປະທານຮັບໃຊ້ການຜະລິດເຂົ້າເພື່ອການສົ່ງອອກ ແລະ ຄໍ້າປະກັນ ການຜະລິດສະບຽງອາຫານ. ຕໍ່ບົດລາຍງານດັ່ງກ່າວກອງປະຊຸມໄດ້ຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕື່ມ ເປັນຕົ້ນ ຕ້ອງໄດ້ຄໍານຶງ ເຖິງຄຸນນະພາບໃນການສ້າງ, ການຄຸ້ມຄອງ ແລະ ການນໍາ ໃຊ້ຊົນລະປະທານໃນທຸກລະດັບ ໃຫ້ມີປະສິດທິຜົນ ສູງ.       ນອກ ນັນ, ກອງປະຊຸມໄດ້ປຶກສາຫາລື ປະກອບຄໍາເຫັນຢ່າງກົງໄປກົງ ມາດ້ວຍຄວາມຮັບຜິດຊອບສູງຕໍ່ຮ່າງວິໄສ ທັດຂອງ ສປປ ລາວ ຕໍ່ປະຊາຄົມອາຊຽນຫຼັງປີ 2015; ການປັບປຸງຮ່າງນະໂຍບາຍ ການພັດທະນາໄຟຟ້ານໍ້າຕົກ ແບບຍືນຍົງ ຂອງ ສປປ ລາວ. ຕໍ່ ວຽກງານທີ່ກ່າວມານັ້ນ, ກອງ ປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນທີ່ ກ່ຽວຂ້ອງນໍາໄປຄົ້ນຄວ້າຢ່າງລະອຽດ ຖີ່ຖ້ວນ, ຈະແຈ້ງ ແລະ ຮັດກຸມພ້ອມທັງຈັດສໍາມະນາຕື່ມ ເພື່ອນໍາສະເໜີຕໍ່ກອງປະຊຸມລັດ ຖະບານໃນຄັ້ງຕໍ່ງໄປ, ອັນນີ້ ເພື່ອຮັບປະກັນເມື່ອປະກາດໃຊ້ ແລ້ວສາມາດຈັດຕັ້ງປະຕິບັດໄດ້ ແລະ ຍາວນານທັງແທດເໝາະ ກັບເງື່ອນໄຂ ແລະ ສະພາບ ຕົວຈິງຂອງການເຕີບໃຫຍ່ ແລະ ຂະຫຍາຍຕົວຂອງການພັດທະນາ ເສດຖະກິດ-ສັງຄົມຂອງຊາດແຕ່ລະໄລຍະທັງສອດຄ່ອງ ກັບສະ ພາບການຂອງໂລກ.        ຕອນທ້າຍກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາ ໃຫ້ສະມາຊິກລັດຖະບານນໍາເອົາ ເນື້ອໃນຈິດໃຈທີ່ໄດ້ຕົກລົງເປັນ ເອກະພາບໃນກອງປະຊຸມຄັ້ງນີ້ ລວມທັງບັນດາວຽກງານທີ່ເປັນຈຸດສຸມໃນເດືອນສິງຫາ 2014 ໄປ ຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບ ຜົນສໍາເລັດ ທັງປະລິມານ ແລະ ຄຸນນະພາບຄື.   
      1. ໃຫ້ສືບຕໍ່ເອົາໃຈໃສ່ວຽກ ງານຮັກສາຄວາມສະຫງົບ- ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມຕິດພັນກັບການແກ້ໄຂ ປາກົດການຫຍໍ້ທໍ້ຕ່າງໆໃນສັງ ຄົມ ໃຫ້ເປັນຮູບປະທໍາ ແລະ ໄດ້ ຮັບໝາກຜົນກວ່າເກົ່າເຮັດໃຫ້ ທຸກພາກສ່ວນ ແລະ ທົ່ວປວງ ຊົນເຂົ້າຮ່ວມໃນວຽກງານນີ້ໃຫ້ຫຼາຍຂຶ້ນຕື່ມ.   
     2. ໃຫ້ບັນດາກະຊວງເສດຖະ ກິດສືບຕໍ່ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກໂດຍປະຕິບັດຕາມຄຳສັ່ງ ແລະ ມາດ ຕະການທີ່ວາງໄວ້ຢ່າງເຂັ້ມ ງວດ, ສູ້ຊົນເກັບລາຍຮັບໃຫ້ໄດ້ ຕາມແຜນ ແລະ ຄຸ້ມຄອງລາຍ ຈ່າຍໃຫ້ໄປຕາມແຜນ ດັດແກ້ 6 ເດືອນທ້າຍສົກປີ. ບັນຫາເລັ່ງ ດ່ວນແມ່ນການຈັດເກັບລາຍຮັບ ເຂົ້າງົບປະມານຊຶ່ງມາຮອດປັດຈຸບັນນີ້ ໄດ້ພຽງ 60%. ເວລາກໍຍັງ ເຫຼືອບໍ່ຫຼາຍພຽງ 2-3 ເດືອນ, ກໍ ຮອດມື້ປິດສົກງົບປະມານແລ້ວ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ກະຊວງ ການ ເງິນ, ຂະແໜງການກ່ຽວ ຂ້ອງຈົ່ງຮີບຮ້ອນປຶກສາຫາລື, ມີວິທີການ, ມາດຕະການຈັດ ເກັບງົບປະມານໃຫ້ດີ. ຖ້າຫາກຈຳເປັນ ກໍໃຫ້ນຳບັນຫາດັ່ງກ່າວ ເຂົ້າກອງປະຊຸມນາຍົກ-ຮອງ ນາຍົກລັດຖະມົນຕີໃນເວລາອັນ ໄວ. 
      3. ໃຫ້ຄະນະກຳມະການ ຕ້ານໄພພິບັດທາງທຳມະຊາດ ໂດຍສະເພາະແມ່ນຂັ້ນແຂວງ, ຂັ້ນເມືອງຕິດຕາມ, ກວດກາ ລາຍງານສະພາບດິນຟ້າອາກາດ ແລະ ກະກຽມຄວາມພ້ອມ ເພື່ອ ປ້ອງກັນນ້ຳຖ້ວມອາດຈະເກີດ ຂຶ້ນ ແລະ ມີວິທີແກ້ໄຂໃຫ້ ທັນເວລາ; ນອກຈາກນັ້ນກໍໃຫ້ເອົາ ໃຈໃສ່ຕິດຕາມ ແລະ ມີວິທີການ ປ້ອງກັນພະຍາດລະບາດໃສ່ຄົນ ແລະ  ສັດໃນລະດູຝົນ ແຕ່ຫົວທີ; ດຳເນີນການສ້ອມແປງແກ້ໄຂ ດ່ວນບັນດາເສັ້ນທາງທີ່ເປ່ເພ ໂດຍສະເພາະແມ່ນເສັ້ນທາງ ເຊື່ອມຕໍ່ລະຫວ່າງແຂວງຕໍ່ ແຂວງເພື່ອຮັບປະກັນການລຳ ລຽງຂົນສົ່ງສະບຽງອາຫານເຂົ້າຫາຕົວເມືອງ ແລະ ການໄປມາ ຫາສູ່ໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຄົ້ນຄວ້າກ່ຽວກັບການຈັດງານ ລັດຖະພິທີການ, ບຸນ, ງານດອງ ແລະ ອື່ນໆຢູ່ປະເທດ ເຮົາຈະ ເຮັດເປັນຄຳສັ່ງຫຼືເປັນດຳລັດໃຫ້ເບິ່ງຄວາມເໝາະສົມ. ແລ້ວນຳ ມາຜ່ານກອງປະຊຸມລັດຖະບານ ເພື່ອມີມາດຕະການຕົວຈິງໃນ ການຈັດຕັ້ງປະຕິບັດ, ຮັບປະ ກັນເນື້ອໃນ, ຮັບປະກັນໃຫ້ໄດ້ ຕາມຮີດຄອງປະເພນີ ແລະ ບົນ ຈິດໃຈປະຢັດມັດທະຍັດ.        
     4. ໃຫ້ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນຮີບຮ້ອນຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດມະ ຕິ 8 ສະໄໝທີ IX ຂອງ ພັກ, ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VII ແລະ ສືບຕໍ່ຄົ້ນຄວ້າ- ຕອບເປັນລາຍລັກ ອັກສອນ ຫຼື ອະທິບາຍຊີ້ແຈງຜ່ານສື່ມວນຊົນຕໍ່ຄຳຖາມຂອງປະຊາຊົນໂດຍ ຜ່ານໂທລະສັບສາຍດ່ວນທີ່ບໍ່ທັນໄດ້ຕອບສົດຢູ່ ໃນກອງປະຊຸມສະພາແຫ່ງຊາດ. ພ້ອມກັນນັ້ນ ກໍໃຫ້ທຸກຂະແໜງການເອົາໃຈໃສ່ປະຕິບັດຕາມການແນະນຳຂອງອົງ ການກວດ ກາພັກ-ລັດກ່ຽວກັບ ການແຈ້ງຊັບສິນຂອງພະນັກງານ.   
      5. ໃຫ້ຈັດຕັ້ງປາຖະກະຖາ ແລະ ຈັດກິດຈະກຳຕ່າງໆເນື່ອງ ໃນໂອກາດຄົບຮອບ 24 ປີຂອງ ວັນປະກາດໃຊ້ລັດຖະທຳ ມະນູນ ແລະ ວັນຍຶດອຳນາດທົ່ວປະເທດ 23 ສິງຫາ ຄົບຮອບ 39 ປີ ເພື່ອ ທົບທວນ, ເຊື່ອມຊຶມ ແລະ ຍົກ ສູງສະຕິຊາດ, ເອກະລາດ, ເປັນ ເຈົ້າຕົນເອງໃນການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ.  
      6.ໃຫ້ກະຊວງການຕ່າງປະເທດເປັນເຈົ້າການເຜີຍແຜ່ແນະ ນຳການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນການຕົກລົງ ຂອງຜູ້ນຳເຮົາກັບຜູ້ນຳຕ່າງປະເທດ ໂດຍສະເພາະຜົນການຢ້ຽມຢາມສປ ຈີນ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດເຮົາ ແລະ ກະກຽມເປັນເຈົ້າພາບຈັດ ກອງປະຊຸມລັດຖະມົນຕີວ່າການກະຊວງສຶກສາອາຊຽນໃຫ້ໄດ້ ຮັບຜົນດີ.  
     7. ໃຫ້ເອົາໃຈໃສ່ກະກຽມເນື້ອ ໃນກອງປະຊຸມລັດຖະບານປະ ຈຳເດືອນສິງຫາ ແລະ ປະຈຳ ສົກປີ 2014 ທີ່ຫ້ອງວ່າການ ດຖະບານໄດ້ແຈ້ງໃຫ້ຊາບແລ້ວ.

No comments:

Post a Comment